ພາຍຫຼັງພາຍຸຜ່ານພົ້ນໄປ, ພະນັກງານ, ນັກຮົບກອງບັນຊາການທະຫານແຂວງເງະອານ ແລະກອງພົນ 324 ໄດ້ເຂົ້າໄປຊ່ວຍເຫຼືອປະຊາຊົນຢ່າງທັນການ. ເມື່ອໄປຮອດ ປະຊາຊົນ, ພະນັກງານ, ນັກຮົບບັນດາກົມກອງ ບໍ່ຫົວຊາຕໍ່ກັບສິ່ງແວດລ້ອມທີ່ເປັນມົນລະພິດ, ວຽກງານໜັກໜ່ວງ, ທັງໝົດລ້ວນແຕ່ມີຄວາມຕັດສິນໃຈ “ແຕ່ລະຄົນເຮັດວຽກຫຼາຍຂຶ້ນເປັນສອງເທົ່າ”, ແຂ່ງກັບເວລາເພື່ອຊ່ວຍປະຊາຊົນໃຫ້ມີການດໍາລົງຊີວິດເປັນປົກກະຕິໂດຍໄວ.

ພາຍຫຼັງພາຍຸນໍ້າຖ້ວມຜ່ານພົ້ນໄປ, ປະຈຸບັນ, ຖະໜົນຫົນທາງໃນໝູ່ບ້ານຊົນນະບົດຢູ່ຕາແສງກອນກວງ ຖືກເປ່ເພ, ເສຍຫາຍໝົດ. ພິເສດ, ພາຍຫຼັງທີ່ຈົມຢູ່ໃຕ້ນ້ຳຫຼາຍມື້, ເມື່ອນ້ຳແຫ້ງລົງ ເຫັນມີແຕ່ຂີ້ຕົມ, ຂີ້ເຫຍື້ອ, ສິ່ງເສດເຫຼືອ... ດຽວນີ້ເມື່ອຖືກແສງແດດກໍ່ສົ່ງກິ່ນເໝັນ, ເຮັດໃຫ້ເກີດມົນລະພິດທາງອາກາດຢ່າງຮ້າຍແຮງ.

leftcenterrightdel
ເສັ້ນທາງສາຍຕ່າງໆໃນຕາແສງກອນກວງ ມີແຕ່ຂີ້ຕົມພາຍຫຼັງນ້ຳຖ້ວມຜ່ານພົ້ນໄປ. ພາບ: qdnd.vn

ໃນຕາມບ້ານເຂດພູດອຍຂອງເມືອງກອນກວງໃນທຸກມື້ນີ້, ໄປບ່ອນໃດກໍເຫັນພະນັກງານ, ນັກຮົບກຳລັງປະກອບອາວຸດ ໄດ້ປະຈັນບານຊ່ວຍເຫຼືອປະຊາຊົນທຳຄວາມສະອາດ ພາຍຫຼັງຖືກນ້ຳຖ້ວມ. ຜ່ານການແລກປ່ຽນກັບບັນດາສະຫາຍການນຳຂອງຕາແສງກອນກວງ, ພວກຂ້າພະເຈົ້າ ໄດ້ຮູ້ວ່າ: ພາຍຫຼັງນ້ຳຖ້ວມຫຼຸດລົງ, ທ້ອງຖິ່ນໄດ້ສຸມໃສ່ໃຫ້ບຸລິມະສິດວຽກງານທໍາຄວາມສະອາດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ, ຊ່ວຍປະຊາຊົນໃຫ້ມີການດໍາລົງຊີວິດເປັນປົກກະຕິໂດຍໄວ. ນອກຈາກການລະດົມພາຫະນະ, ກໍາລັງຂອງທ້ອງຖິ່ນແລ້ວ,  ຕາແສງກອນກວງ ຍັງໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4, ດັ່ງນັ້ນ, ບ່ອນທີ່ນໍ້າແຫ້ງແລ້ວ ສ່ວນຫຼາຍແມ່ນໄດ້ຮັບການເຮັດອະນາໄມ, ທຳຄວາມສະອາດຢ່າງທັນການ.

leftcenterrightdel
ທະຫານກອງພົນ 324 ຊ່ວຍເຫຼືອປະຊາຊົນເຮັດອະນາໄມພາຍຫຼັງນໍ້າຖ້ວມ. ພາບ: qdnd.vn

ກຸ່ມທີ 2, ຕາແສງກອນກວງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ນ້ຳເລີ່ມແຫ້ງລົງໃນວັນທີ 23 ກໍລະກົດ. ນັບແຕ່ເຊົ້າໆ, ພະນັກງານ, ນັກຮົບກອງພັນໃຫຍ່ 764, ກອງບັນຊາການທະຫານແຂວງເງະອານ ແລະ ກອງພົນ 324 ໄດ້ໄປຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ. ຕາມການແບ່ງວຽກ, ພະນັກງານ, ນັກຮົບ ໄດ້ສົມທົບກັບບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ກໍາລັງທະຫານຫຼາດຢູ່ທ້ອງຖິ່ນ ໄດ້ລົງໄປຮອດ ເຮືອນຂອງແຕ່ລະຄອບຄົວ ແລະ ຫໍວັດທະນະທໍາຊຸມຊົນ ເພື່ອລ້າງຂີ້ຕົມ, ເຮັດອະນາໄມ, ເຊັດເຄື່ອງຂອງ.

ຖະໜົນຫົນທາງສາຍຕ່າງໆຢູ່ກຸ່ມທີ 2 ມີຂີ້ຕົມ ແລະຕົ້ນໄມ້ຕັນທາງ. ເມື່ອໄປຮອດ, ພະນັກງານ, ນັກຮົບພ້ອມກັບບັນດາກໍາລັງໄດ້ຜັນຂະຫຍາຍ "ແຜນການສູ້ຮົບ" ຢ່າງວ່ອງໄວ.

leftcenterrightdel
ນຳສົ່ງປະຊາຊົນໄປປະຖົມພະຍາບານ ໃນສະພາບຝົນຕົກນ້ຳຖ້ວມ. ພາບ: qdnd.vn

ເຮືອນຂອງທ່ານນາງ ດັ້ງທິອານ ຢູ່ກຸ່ມທີ 2, ຕາແສງກອນກວງ ຖືກນ້ຳຖ້ວມໃນເວລາບໍ່ດົນມານີ້. ມື້ນີ້, ພະນັກງານ, ນັກຮົບກອງພັນໃຫຍ່ 335, ກອງພົນ 324 ໄດ້ໄປຊ່ວຍອະນາໄມ, ທຳຄວາມສະອາດ. ທ່ານນາງ ດັ້ງທິອານ ສະແດງຄວາມສະເທືອນໃຈຕໍ່ຈິດໃຈເຮັດວຽກຂອງທະຫານ ແລະແບ່ງປັນວ່າ: “ຂອບໃຈພວກອາວທະຫານ, ຂ້າພະເຈົ້າເຖົ້າແກ່ແລ້ວ, ນ້ຳຖ້ວມເຮັດໃຫ້ເຮືອນຊານຈົມຢູ່ໃນນ້ຳ ມີແຕ່ຂີ້ຕົມ, ບໍ່ຮູ້ຈະເຮັດແນວໃດ. ຍ້ອນມີພວກອາວທະຫານ,  ປະຈຸບັນ ເຮືອນຊານຈຶ່ງສະອາດ ແລະເປັນລະບຽບຮຽບຮ້ອຍ”.

ຢູ່ໃກ້ກັບເຮືອນຂອງທ່ານນາງ ອານ, ເຮືອນຂອງຄອບຄົວທ່ານ ເລຮົ່ງຫງວານ, ປະຊາຊົນຢູ່ກຸ່ມທີ 2 ມີນັກຮົບກອງພັນໃຫຍ່ 335 ແລະ ກຳລັງທະຫານລາດເກືອບ 10 ຄົນ ໄດ້ໄປຊ່ວຍລ້າງຂີ້ຕົມ, ອະນາໄມ. ເມື່ອໂອ້ລົມກັບພວກຂ້າພະເຈົ້າ, ທ່ານ ເລຮົ່ງຫງວານ ແບ່ງປັນວ່າ: “ຍ້ອນມີພວກອາວທະຫານມາຊ່ວຍເຫຼືອພໍ່ແມ່ປະຊາຊົນ, ພວກຂ້າພະເຈົ້າ ຮູ້ສຶກຄືວ່າໄດ້ເກີດໃໝ່, ພວກອາວທະຫານບໍ່ພຽງແຕ່ຊ່ວຍຄອບຄົວແບ່ງເບົາຄວາມຫຍຸ້ງຍາກເທົ່ານັ້ນ, ຫາກຍັງໃຫ້ຄວາມຫວັງ ແລະມານະຈິດບຸກບືນແກ່ພໍ່ແມ່ປະຊາຊົນ ພວກຂ້າພະເຈົ້າ ອີກດ້ວຍ”.

leftcenterrightdel
ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລໍາບາກເພື່ອຊ່ວຍເຫຼືອປະຊາຊົນ. ພາບ: qdnd.vn

ທ່ານ ເຈິ່ນແອັງຕ໋ວນ, ປະທານຄະນະກຳມະການປະຊາຊົນຕາແສງກອນກວງ ໃຫ້ຮູ້ວ່າ: ພາຍຫຼັງພາຍຸຜ່ານພົ້ນໄປ, ທ້ອງຖິ່ນຍັງເຫຼືອແຕ່ຂີ້ຕົມ ແລະ ສິ່ງເສດເຫຼືອຈຳນວນຫຼວງຫຼາຍ, ພວກຂ້າພະເຈົ້າ ຄາດວ່າ ການແກ້ໄຂຜົນຮ້າຍຢ້ອນຫຼັງໃນເບື້ອງຕົ້ນ ຈະໃຊ້ເວລາດົນພໍສົມຄວນ, ແຕ່ດີໃຈຫຼາຍ ໃນຕອນເຊົ້າມື້ນີ້, ມີທະຫານໄດ້ມາຊ່ວຍ, ສະນັ້ນ ການແກ້ໄຂຈະປະຕິບັດສຳເລັດໃນໄວໆນີ້. ຕາງໜ້າຄະນະພັກ, ອໍານາດການປົກຄອງ,  ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງອາລົມຈິດ, ນ້ຳໃຈຄວາມຮັກແພງ ເຊິ່ງພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ໄດ້ສະຫງວນໃຫ້ທ້ອງຖິ່ນຂອງພວກຂ້າພະເຈົ້າ".

ທ່ານພັນເອກພິເສດ ເຈິ່ນແມ້ງກວນ, ຮອງຫົວໜ້າກອງພົນ 324, ຜູ້ບັນຊາການໂດຍກົງວຽກງານຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳຖ້ວມ ຢູ່ຕາແສງກອນກວງ ໄດ້ແບ່ງປັນວ່າ, ຫຼາຍສະຫາຍມີສຸຂະພາບບໍ່ຄ່ອຍດີປານໃດ, ແຕ່ເມື່ອໄດ້ຮັບຂ່າວວ່າ ທາງກົມກອງ ໄດ້ເຄື່ອນທີ່ມາຊ່ວຍເຫຼືອປະຊາຊົນແກ້ໄຂຜົນກະທົບຈາກໄພນໍ້າຖ້ວມ, ເຂົາເຈົ້າ ໄດ້ມີຄວາມຫ້າວຫັນເຂົ້າຮ່ວມ. ພົ້ນເດັ່ນ ຄື ທະຫານຊັ້ນ 1 ເລຫງອກຮວ໊ນ, ນັກຮົບກອງຮ້ອຍ 6, ກອງພັນ 5, ກອງພັນໃຫຍ່ 335. ທະຫານຊັ້ນ 1 ເລຫງອກຮວ໊ນ, ເກີດຢູ່ນະຄອນເຫວ້, ເວົ້າວ່າ: “ໃນຖານະທີ່ເປັນນັກຮົບ, ຢູ່ໃນສະພາບການໃດຍາມໃດກໍ່ຕ້ອງພະຍາຍາມ, ປະຕິບັດສຳເລັດທຸກໜ້າທີ່ໃຫ້ເປັນຢ່າງດີ, ຂ້າພະເຈົ້າ ໄດ້ກໍານົດໄວ້ວ່າ ວຽກຂອງປະຊາຊົນ ກໍ່ຄືວຽກຂອງຄອບຄົວຕົນ. ເພາະວ່າບ້ານເກີດຂອງຕົນເອງ ກໍ່ມັກຖືກນໍ້າຖ້ວມ ແລະໄດ້ຮັບການໜູນຊ່ວຍຈາກກົມກອງຂອງກອງທັບ".

leftcenterrightdel
ກຳລັງປະກອບອາວຸດແຂວງເງະອານ ໄປຊ່ວຍພໍ່ແມ່ປະຊາຊົນໃນຍາມນ້ຳຖ້ວມ. ພາບ: qdnd.vn

ທ່ານພັນເອກ ດິງຊວນເລິມ, ຫົວໜ້າກອງພັນໃຫຍ່ 764, ກອງບັນຊາການທະຫານແຂວງເງະອານ ຢືນຢັນວ່າ: ໂດຍກໍານົດເອົາວຽກງານຊ່ວຍປະຊາຊົນປ້ອງກັນ, ຕ້ານໄພທໍາມະຊາດ ເປັນວຽກງານຕໍ່ສູ້ໃນຍາມສັນຕິພາບ, ສະນັ້ນ, ພະນັກງານ, ນັກຮົບແຕ່ລະຄົນໃນກົມກອງຍາມໃດກໍ່ເຊີດຊູຈິດໃຈຕັດສິນໃຈ, ແຂ່ງຂັນກັບເວລາ ເພື່ອຊ່ວຍເຫຼືອປະຊາຊົນ ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ, ດ້ວຍຈິດໃຈ “ວຽກຂອງປະຊາຊົນ ກໍ່ຄືວຽກຂອງຄອບຄົວຕົນ".

ໃນຊຸມມື້ນີ້ ຢູ່ຕາແສງກວນກວງ,  ພວກຂ້າພະເຈົ້າ ຍັງເຫັນບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ຜູ້ໃຈບຸນໃຈກຸສົນ ໄດ້ຜ່ານຜ່າຄວາມອັນຕະລາຍເພື່ອນຳເອົາວັດຖຸສິ່ງຂອງທີ່ຈຳເປັນມາໃຫ້ປະຊາຊົນ. ດ້ວຍຈິດໃຈບໍ່ປະໃຫ້ຜູ້ໃດປະສົບກັບຄວາມອຶດຫິວ, ໜາວເຢັນ, ກອງບັນຊາການທະຫານເຂດ 4 ແລະ ແຂວງເງະອານ ໄດ້ແກ້ໄຂຄວາມຫຍຸ້ງຍາກດ້ານພູມສັນຖານ ແລະສະພາບດິນຟ້າອາກາດ, ໄດ້ນຳໃຊ້ພາຫະນະທາງອາກາດ ແລະທາງນ້ຳ ເພື່ອສະໜອງເຄື່ອງໃຊ້ທີ່ຈຳເປັນ ແລະຢຸກຢາໃຫ້ແກ່ປະຊາຊົນ.

leftcenterrightdel
ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສະໜອງເຄື່ອງຂອງທີ່ຈຳເປັນໃຫ້ແກ່ປະຊາຊົນ. ພາບ: qdnd.vn

ເຖິງວ່າໄພນ້ຳຖ້ວມໄດ້ຜ່ານພົ້ນໄປແລ້ວກໍ່ຕາມ, ແຕ່ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ ພວມວາງອອກຫຼາຍບັນຫາໃຫ້ຄະນະພັກ ແລະອໍານາດການປົກຄອງທ້ອງຖິ່ນຢູ່ທີ່ນີ້, ໃນນັ້ນວຽກງານເຮັດອະນາໄມສິ່ງແວດລ້ອມແມ່ນໜຶ່ງໃນບັນດາວຽກງານທີ່ຮີບດ່ວນ. ຕໍ່ໜ້າສະພາບການນັ້ນ, ສຳລັບທະຫານລຸງໂຮ່ ແລ້ວ ຍາມໃດກໍ່ກໍານົດວ່າ ວຽກງານດັ່ງກ່າວມີຄວາມຍາກບໍ່ແພ້ກັນ  ແລະຍັງມີສິ່ງທ້າທາຍອີກຫຼາຍຢ່າງທີ່ກຳລັງລໍຖ້າພວກເຂົາຢູ່. ດ້ວຍຈິດໃຈບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ກໍາລັງປະກອບອາວຸດທະຫານເຂດ 4 ຍາມໃດກໍ່ຍົກສູງຈິດໃຈ, ຄວາມຮັບຜິດຊອບ ເພື່ອເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນ ກັບມາເປັນປົກກະຕິໂດຍໄວ.

ໂດຍ: ທູຈາງ