ພົນໂທ ຮ່ວາງຊວນຈ້ຽນ ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ປໍ່ແຮ່ນ
ກປ.ອອນໄລ - ຕອນບ່າຍວັນທີ 26 ກໍລະກົດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7-1947 / 27-7-2025), ຄະນະປະຕິບັດງານ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮ່ວາງຊວນຈ້ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຖະຫວາຍດອກໄມ້, ທູບທຽນເພື່ອລະນຶກເຖິງນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ປໍ່ແຮ່ນ.
ໃນບັນຍາກາດອັນເຄັ່ງຂຶມ, ສະຫງ່າລາສີ, ທ່ານພົນໂທ ຮ່ວາງຊວນຈ້ຽນ ພ້ອມດ້ວຍຄະນະປະຕິບັດງານໄດ້ວາງພວງມາລາ, ຖະຫວາຍທູບທຽນ, ສະແດງຄວາມຂອບອົກຂອບໃຈຕໍ່ບັນດາວິລະຊົນຜູ້ກ້າຫານທີ່ໄດ້ຕໍ່ສູ້ ແລະເສຍສະຫຼະຊີວິດເພື່ອປົກປັກຮັກສາອະທິປະໄຕເຂດຊາຍແດນອັນສັກສິດຂອງປະເທດຊາດ. ພະນັກງານ, ນັກຮົບທົ່ວກອງທັບທຸກລຸ້ນຄົນໃນປະຈຸບັນມີຄວາມຕັດສິນໃຈປະຕິບັດພາລະກິດອັນສູງສົ່ງທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້, ປະກອບສ່ວນສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ພັດທະນາແບບຍືນຍົງ, ກ້າວເຂົ້າສູ່ສັງກາດໃໝ່ຂອງປະເທດຊາດຫວຽດນາມ.
    |
 |
ທ່ານພົນໂທ ຮ່ວາງຊວນຈ້ຽນ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຢູ່ແຂວງ ກວາງນິງ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 3, ກອງບັນຊາການທະຫານຊາຍແດນ ແລະ ແຂວງ ກວາງນິງ ໄດ້ມອບຂອງຂວັນ 270 ພູດ ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຢູ່ແຂວງ ກວາງນິງ.
ໂດຍ: ຈາງຫງວຽນ