ກ່າວຄຳເຫັນທີ່ພິທີດເປີດ, ທ່ານພັນເອກພິເສດ ໂດ໊ວັນຕວ໊ານ ໃຫ້ຮູ້ວ່າ, ນີ້ແມ່ນຄັ້ງທຳອິດທີ່ກຳລັງທະຫານບົກຫວຽດນາມ ແລະຈີນ ຈັດຕັ້ງການຝຶກແອບຮ່ວມ. ການເຄື່ອນໄຫວນີ້ມີຄວາມໝາຍສໍາຄັນ, ປະກອບສ່ວນຫັນຖະແຫຼງການຮ່ວມວ່າດ້ວຍການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ ເປັນລະອຽດ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ; ເພີ່ມທະວີຄວາມສາມາດສົມທົບກັນລະຫວ່າງທະຫານບົກສອງປະເທດ ໃນການເຄື່ອນໄຫວຮ່ວມມືເພື່ອສັນຕິພາບ ແລະສະຖຽນລະພາບຢູ່ເຂດຊາຍແດນ.

leftcenterrightdel
ກໍາລັງທະຫານບົກ ຫວຽດນາມ ແລະຈີນ ດຳເນີນພິທີເຄົາລົບທຸງຊາດ ແລະຮ້ອງເພງຊາດທີ່ພິທີເປີດ. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ພິທີເປີດ. ພາບ: qdnd.vn

ສ່ວນທ່ານພົນຈັດຕະວາ  Chen Liang ເນັ້ນໜັກວ່າ: ການເຄື່ອນໄຫວຝຶກແອບຮ່ວມຄັ້ງນີ້ ປະກອບສ່ວນເຂົ້າໃນການເຮັດໃຫ້ທິດນໍາ  “16 ຄຳ”, ຈິດໃຈ “4 ດີ” ແລະກໍານົດທິດ “6 ກວ່າ” ລະຫວ່າງສອງປະເທດ, ພິເສດແມ່ນໃນປີພົບປະແລກປ່ຽນມະນຸດສະທໍາ ຫວຽດນາມ - ຈີນ 2025 ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານພັນເອກພິເສດ ໂດ໊ວັນຕວ໊ານ ກ່າວຄຳເຫັນທີ່ພິທີເປີດ. ພາບ: qdnd.vn
leftcenterrightdel
ທ່ານພົນຈັດຕະວາ  Chen Liang ກ່າວຄຳເຫັນທີ່ພິທີເປີດ. ພາບ: qdnd.vn

ພາຍຫຼັງພິທີເປີດ, ບັນດາຜູ້ແທນ ໄດ້ໄປຢ້ຽມຊົມບ່ອນວາງສະແດງອາວຸດຍຸດໂທປະກອນຮັບໃຊ້ການຝຶກແອບ. ກໍາລັງຂອງສອງຝ່າຍໄດ້ດຳເນີນການປະຊຸມເຫັນດີເປັນເອກະພາບແຜນການ ແລະເນື້ອໃນຂອງການຝຶກແອບຮ່ວມ.

leftcenterrightdel
ຢ້ຽມຊົມເຂດວາງສະແດງອາວຸດຍຸດໂທປະກອນຮັບໃຊ້ການຝຶກແອບ. ພາບ: qdnd.vn

ຕາມແຜນການແລ້ວ, ລາຍການຝຶກແອບຮ່ວມ ຈະດຳເນີນແຕ່ວັນທີ 22-30 ກໍລະກົດ ດ້ວຍເນື້ອໃນແທດຈິງຫຼາຍຢ່າງ, ສອດຄ່ອງກັບການກໍານົດທິດທາງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ...

ໂດຍ: ທະນາພອນ