ຮັບປະກັນເງື່ອນໄຂດີທີ່ສຸດໃຫ້ແກ່ກ້ອນກຳລັງບັນດາປະເທດທີ່ເຂົ້າຮ່ວມພິທີເດີນຂະບວນສວນສະໜາມຢູ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດ ເດືອນສິງຫາ ແລະວັນຊາດ ວັນທີ 2 ກັນຍາ
ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະຊາຊົນທີ່ກ້າວໜ້າໃນທົ່ວໂລກ, ປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດຂອງການປະຕິວັດເດືອນສິງຫາ ໃນເມື່ອກ່ອນ ແລະຫວຽດນາມ ໃນປັດຈຸບັນ.
ຫວຽດນາມ ພວມກະກຽມທີ່ສຸດພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະວັນຊາດວັນທີ 2 ກັນຍາ (2/9/1945-2/9-2025) ໃຫ້ເປັນຢ່າງດີ. ຄາດວ່າຈະມີບັນດາປະເທດ, ຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດ ຈະຈັດສົ່ງກ້ອນກຳລັງເຂົ້າຮ່ວມພິທີເດີນຂະບວນສວນສະໜາມຢູ່ພິທີສະເຫຼີມສະຫຼອງ. ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະຊາຊົນທີ່ກ້າວໜ້າໃນທົ່ວໂລກ, ປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດຂອງການປະຕິວັດເດືອນສິງຫາ ໃນເມື່ອກ່ອນ ແລະຫວຽດນາມ ໃນປັດຈຸບັນ. ທີ່ການເຮັດວຽກ, ກວດກາວຽກງານກະກຽມຢູ່ແຂວງ ຝຸເທາະໃນວັນທີ 17 ກໍລະກົດ, ທ່ານພົນໂທ ຫງວຽນເຈື່ອງທັ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ:
ຂ້າພະເຈົ້າສະເໜີໃຫ້ພວກເຮົາມານະພະຍາຍາມເຮັດໃຫ້ດີທີ່ສຸດ, ທ່າທີຮັບໃຊ້ແມ່ນວຽກງານແຖວໜ້າ, ສະແດງໃຫ້ເຫັນຊາວຫວຽດນາມ ຮັກແພງແຂກຄົນ, ຫວຽດນາມ ແມ່ນສະຖານທີ່ນັດພົບຂອງເພື່ອນມິດສາກົນ. ພວກເຮົາບໍ່ພຽງແຕ່ຕາງໜ້າໃຫ້ແກ່ກອງທັບປະຊາຊົນຫວຽດນາມເທົ່ານັ້ນຫາກຍັງຕາງໜ້າໃຫ້ແກ່ພົນລະເມືອງຫວຽດນາມ ແຕ່ລະຄົນ, ຊາວຫວຽດນາມແຕ່ລະຄົນ. ເຮັດແນວໃດໃຫ້ແຜ່ກະຈາຍນ້ຳໃຈ, ສະແດງໃຫ້ເຫັນວ່າ ພວກເຮົາຮູ້ບຸນຄຸນໃນປະຫວັດສາດ ແລະ ຂອບໃຈໃນອະນາຄົດ, ຕັດສິນໃຈຢ່າງສູງເພື່ອປະຕິບັດສຳເລັດໜ້າທີ່ໂດຍພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບໝາຍໃຫ້ຢ່າງດີເລີດ.
ແຫຼ່ງຄັດຈາກ: vovworld.vn