ທີ່ການພົບປະ, ທ່ານພົນຕີ Chhoeurn Sochet ໄດ້ສົ່ງພອນໄຊອັນປະເຊີດມາຍັງພະນັກງານ, ນັກຮົບຂອງຄະນະບັນຊາການທະຫານຊາຍແດນແຂວງອານຢາງ. ທ່ານພົນຕີ Chhoeurn Sochet ສະແດງຄວາມປິຕິຊົມຊື່ນຍ້ອນວ່າໃນຊຸມປີມໍ່ໆມານີ້, ກໍາລັງຂອງສອງປະເທດໄດ້ມີການຮ່ວມມືທີ່ດີໃນການປົກປັກຮັກສາອະທິປະໄຕເຂດຊາຍແດນ. ຕໍ່ສູ້ປາບປາມອາດຊະຍາກຳປະເພດຕ່າງໆ, ໃນນັ້ນມີອາດຊະຍາກຳຢາເສບຕິດ, ການຄ້າມະນຸດ, ອາດຊະຍາກຳເຕັກໂນໂລຢີສູງ... ທ່ານພົນຕີ Chhoeurn Sochet ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຮ່ວມມືບົນຈິດໃຈຖານບ້ານໃກ້ເຮືອນຄຽງ, ມິດຕະພາບ, ເຄົາລົບອະທິປະໄຕ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມກັນແກ້ໄຂບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນໃຫ້ເປັນຢ່າງດີ.

leftcenterrightdel
ທ່ານພົນຕີ Chhoeurn Sochet; ຫົວໜ້າກອງບັນຊາການຕໍາຫຼວດແຂວງ Kandal ມອບຂອງຂວັນອວຍພອນທ່ານພັນເອກພິເສດ ຟ້າມວັນຖັ໊ງ, ຮອງຫົວໜ້າການທະຫານກອງບັນຊາການ ທະຫານແຂວງອານຢາງ, ຫົວໜ້າການທະຫານຄະນະບັນຊາການທະຫານຊາຍແດນແຂວງອານຢາງ. ພາບ: ຕ໊ຽນວີງ

ທ່ານພັນເອກພິເສດ ຟ້າມວັນຖັ໊ງ, ຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງອານຢາງ, ຫົວໜ້າການທະຫານຄະນະບັນຊາການທະຫານຊາຍແດນແຂວງອານຢາງ ໄດ້ສະແດງຄວາມປິຕິຊົມຊື່ນ, ຄວາມເຄົາລົບນັບຖື ແລະຂອບໃຈຄະນະປະຕິບັດງານຕໍາຫຼວດແຂວງ Kandal ທີ່ໄດ້ມາຢ້ຽມຢາມ ແລະສະຫງວນອາລົມຈິດອັນດີງາມທີ່ສຸດມາຍັງພະນັກງານ, ນັກຮົບທະຫານຊາຍແດນແຂວງອານຢາງ.

leftcenterrightdel
ຄະນະປະຕິບັດງານຕໍາຫຼວດແຂວງ Kandal ມອບຊໍ່ດອກໄມ້, ອວຍພອນພະນັກງານ, ນັກຮົບຄະນະບັນຊາການທະຫານຊາຍແດນແຂວງອານຢາງ. ພາບ: ຕ໊ຽນວີງ

ທ່ານພັນເອກພິເສດ ຟ້າມວັນຖັ໊ງ ຢືນຢັນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງເປັນປະຈໍາ; ສົມທົບກັນແກ້ໄຂເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການບົນຈິດໃຈສັນຕິພາບ, ມິດຕະພາບ, ການຮ່ວມມື, ເຄົາລົບເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ປະໃຫ້ເກີດຈຸດຮ້ອນຢູ່ເສັ້ນຊາຍແດນ; ສືບຕໍ່ໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນກ່ຽວກັບມູນເຊື້ອອັນດີງາມທີ່ມີມາແຕ່ດົນນານລະຫວ່າງສອງຊາດ ແລະກຳລັງປະກອບອາວຸດຂອງສອງປະເທດ; ຜັນຂະຫຍາຍວຽກງານລະອຽດເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນຕິດຈອດກັນ, ຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພ້ອມກັນພັດທະນາ...

ໂດຍ: ທູຈາງ