ວິທະຍາຄານປ້ອງກັນອາກາດ-ທະຫານອາກາດ ຈັດຕັ້ງການເຄື່ອນທັບພາຍນອກປະຕິບັດວຽກງານຂົນຂວາຍປະຊາຊົນ
ກປ.ອອນໄລ - ວັນທີ 19 ກໍລະກົດ, ພະນັກງານ, ນັກສຶກສາ 200 ກວ່າຄົນ ຂອງວິທະຍາຄານປ້ອງກັນອາກາດ-ທະຫານອາກາດ ໄດ້ປະຕິບັດວຽກງານຂົນຂວາຍ ປະຊາຊົນ ຢູ່ບໍລິເວນຂຶ້ນກັບຕາແສງ ຕູ່ງທ້ຽນ ແລະ ຕາແສງ ດ່າວຍເຟືອງ, ນະຄອນຮ່າໂນ້ຍ.
ນີ້ແມ່ນການເຄື່ອນໄຫວປະຈຳປີ ໂດຍວິທະຍາຄານປ້ອງກັນອາກາດ-ທະຫາານອາກາດ ຈັດຕັ້ງເພື່ອແນໃສ່ຍູ້ແຮງການປະຕິບັດຂະບວນການ “ກອງທັບຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”; “ກອງທັບຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”; ປະກອບສ່ວນກໍ່ສ້າງຮາກຖານການເມືອງທ້ອງຖິ່ນທີ່ໝັ້ນຄົງເຂັ້ມແຂງຕິດພັນກັບການກໍ່ສ້າງທ່າຮົບໃນຈິດໃຈປະຊາຊົນຢ່າງໝັ້ນຄົງ.
    |
 |
ພະນັກງານ, ນັກຮຽນວິທະຍາຄານປ້ອງກັນອາກາດ-ທະຫານອາກາດ ດໍາເນີນການເຄື່ອນທັບພາຍນອກປະຕິບັດວຽກງານຂົນຂວາຍປະຊາຊົນ. ພາບ: ມິງກວນ |
ຈຸດພົ້ນເດັ່ນໃນການເຄື່ອນທັບພາຍນອກປະຕິບັດວຽກງານຂົນຂວາຍປະຊາຊົນໃນປີນີ້, ທາງວິທະຍາຄານໄດ້ເປັນເຈົ້າການກັບຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນສົມທົບຢ່າງແໜ້ນແຟ້ນ ເພື່ອສ້າງແຜນການລະອຽດຕາມຄວາມຮຽກຮ້ອງຕ້ອງການຕົວຈິງ. ພ້ອມກັນນັ້ນ, ໄດ້ຄັດເລືອກເອົາຖັນແຖວຜູ້ບັນຊາການ, ພະນັກງານຮັບຜິດຊອບກຸ່ມຂົນຂວາຍປະຊາຊົນ ທີ່ມີປະສົບການໃນວຽກງານຕົວຈິງ, ມີທັກສະໃນການໂຄສະນາເຜີຍແຜ່ ແລະຂົນຂວາຍມະຫາຊົນ. ນັກສຶກສາໄດ້ຊາບຊຶມກ່ຽວກັບແນວຄິດ, ໜ້າທີ່, ແບບແຜນການເຮັດວຽກ ແລະຄວາມຮຽກຮ້ອງຕ້ອງການໃນການພົວພັນ ແລະເຮັດວຽກກັບປະຊາຊົນ. ວຽກງານໂຄສະນາເຜີຍແຜ່ໄດ້ຮັບການຍູ້ແຮງ, ຄຳຂວັນ ແລະປ້າຍໂຄສະນາຖືກແຂວນຢູ່ຖະໜົນສາຍໃຫຍ່, ເຂດທີ່ຢູ່ອາໄສ ແລະສະຖານທີ່ດໍາເນີນຊີວິດຂອງຊຸມຊົນ, ສ້າງຜົນດີໃນການໂຄສະນາເຜີຍແຜ່, ປະກອບສ່ວນແຜ່ຂະຫຍາຍບັນຍາກາດຟົດຟື້ນມ່ວນຊື່ນຂອງການເຄື່ອນໄຫວ.
    |
 |
ພະນັກງານ, ນັກສຶກສາ ພ້ອມດ້ວຍປະຊາຊົນ ທໍາຄວາມສະອາດສິ່ງແວດລ້ອມ, ເສັ້ນທາງລະຫວ່າງບ້ານ. ພາບ: ມິງກວນ |
ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນ, ໃນມື້ທຳອິດ, ບັນດາພະນັກງານ, ນັກສຶກສາຂອງວິທະຍາຄານປ້ອງກັນອາກາດ - ທະຫານອາກາດ ໄດ້ດໍາເນີນເນີນວຽກງານຄື: ທຳຄວາມສະອາດ ແລະປະດັບປະດາສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ, ຫໍວັດທະນະທຳ; ຂຸດຄອງເໝືອງໃຫ້ລຸລ່ວງ; ທຳຄວາມສະອາດສິ່ງແວດລ້ອມ ແລະເສັ້ນທາງລະຫວ່າງບ້ານ; ຈັດຕັ້ງການຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ ແລະຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7-1947 / 27-7-2025) ...
ການເຄື່ອນທັບພາຍນອກປະຕິບັດວຽກງານຂົນຂວາຍປະຊາຊົນ ແມ່ນໂອກາດເພື່ອໃຫ້ນັກສຶກກໍາແໜ້ນເນື້ອໃນ, ວິທີການ, ແບບແຜນການຈັດຕັ້ງການຝຶກແອບເຄື່ອນທັບ ແລະ ຕີລາຄາຄວາມສາມາດຂອງຕົນເອງ ເມື່ອດໍາເນີນວຽກງານຂົນຂວາຍປະຊາຊົນ, ປະກອບສ່ວນບໍາລຸງສ້າງທັກສະປະຕິບັດວຽກງານພັກ, ວຽກງານການເມືອງ; ຝຶກຝົນຫຼໍ່ຫຼອມວິທີການ, ແບບແຜນການເຮັດວຽກ, ຄຸນທາດການເມືອງໃຫ້ແກ່ພະນັກງານ, ນັກຮຽນ.
ໂດຍ: ທູຈາງ