ທ່ານພົນເອກ ຟານວັນຢາງ ຢ້ຽມຢາມ ແລະມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຢູ່ແຂວງດັກລັກ
ກປ.ອອນໄລ - ວັນທີ 20 ກໍລະກົດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນໍາໜ້າຄະນະຜູ້ແທນຂອງສູນກາງ ໄດ້ໄປຖະຫວາຍດອກໄມ້ ທູບທຽນ ອາໄລຫາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງດັກລັກ; ຢ້ຽມຢາມ ແລະມອບຂອງຂວັນໃຫ້ 55 ຄອບຄົວນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຢູ່ແຂວງດັກລັກ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7-1947 / 27-7-2025).
    |
 |
ທ່ານພົນເອກ ຟານວັນຢາງ ຈູດທູບທຽນ ອາໄລຫາສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງດັກລັກ. ພາບ: qdnd.vn |
ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງດັກລັກ, ໃນບັນຍາກາດອັນເຄັ່ງຂຶມ, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະຜູ້ແທນ ໄດ້ຖະຫວາຍທູບທຽນ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາວິລະຊົນນັກຮົບທີ່ເສຍສະຫຼະເລືອດເນື້ອ ເພື່ອເອກະລາດຂອງຊາດ ແລະຄວາມຜາສຸກຂອງປະຊາຊົນ. ມາຢ້ຽມຢາມຄອບຄົວແມ່ຫວຽດນາມ ວິລະຊົນ ຫງວຽນທິຕວ່ານ ແລະຄອບຄົວຂອງພັນເອກພິເສດ, ທະຫານເສຍອົງຄະ ຟ້າມຮົ່ງເຊີນ, ອະດີດຫົວໜ້າການເມືອງກອງບັນຊາການທະຫານແຂວງດັກລັກ. ທ່ານພົນເອກ ຟານວັນຢາງ ໄດ້ມອບຂອງຂວັນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ພ້ອມທັງຟາກຄໍາຖາມຂ່າວສະແດງຄວາມຮູ້ບຸນຄຸນຂອງບັນດາການນຳທຸກຂັ້ນ ເຖິງຍາດຕິພີ່ນ້ອງບັນດາຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ: ພັກ, ລັດ ແລະກອງທັບ ຍາມໃດກໍ່ຈົດຈໍາເຖິງຄຸນງາມຄວາມດີຂອງບັນດາວິລະຊົນ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
    |
 |
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ ຫງວຽນທິຕວ່ານ. ພາບ: qdnd.vn |
ທີ່ການພົບປະບັນດາແມ່ຫວຽດນາມວິລະຊົນ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ, ຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງດັກລັກ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ກະຊວງປ້ອງກັນປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ແລະແຂວງດັກລັກ ເພື່ອປະຕິບັດແຜນນະໂຍບາຍ, ນະໂຍບາຍບຸລິມະສິດຕໍ່ກັບຜູ້ທີ່ມີຄຸນງາມຄວາມດີ, ຮັບປະກັນຢ່າງຖືກຕ້ອງ, ພຽງພໍ ແລະທັນການ.
    |
 |
ທ່ານພົນເອກ ຟານວັນຢາງ ມອບຂັງຂວັນໃຫ້ເປົ້າໝາຍນະໂຍບາຍຂອງແຂວງດັກລັກ. ພາບ: qdnd.vn |
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ໄດ້ແຈ້ງໃຫ້ແຂວງດັກລັກ ຮັບຊາບວ່າ, ກະຊວງປ້ອງກັນປະເທດ ຈະກໍ່ສ້າງໂຮງຮຽນກິນນອນ ດ້ວຍຄ່າໃຊ້ຈ່າຍປະມານ 150 ຕື້ດົ່ງ ເພື່ອມອບໃຫ້ຕາແສງຕິດຈອດກັບຊາຍແດນຂອງແຂວງ, ປະກອບສ່ວນເບິ່ງແຍງດູແລໃຫ້ລູກນ້ອງຢູ່ໃນບໍລິເວນ.
ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິຍັດງານ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງ; ຄະນະບັນຊາການທະຫານຊາຍແດນ ແລະຕໍາຫຼວດແຂວງດັກລັກ.
ໂດຍ: ທູຈາງ