ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມສູນ Fidel Castro Ruz
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມກູບາ ຢ່າງເປັນທາງການຂອງຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຕາມຄໍາເຊີນຂອງກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ, ຕອນເຊົ້າວັນທີ 15 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານພົນເອກ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັບຄະນະຜູ້ແທນ ໄດ້ໄປຢ້ຽມຢາມສູນ Fidel Castro Ruz ຢູ່ນະຄອນຫຼວງ La Habana.
ທີ່ການຕ້ອນຮັບ, ທ່ານພົນໂທ Roberto Legrá Sotolongo, ກໍາມະການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ແນະນໍາທີ່ວ່າ, ສູນ Fidel Castro Ruz ແມ່ນບ່ອນເກັບກໍາ, ເກັບຮັກສາ, ອະນຸລັກຮັກສາ ແລະ ເຊີດຊູມໍລະດົກຂອງຜູ້ບັນຊາການສູງສຸດ Fidel Castro, ແນໃສ່ຮັບໃຊ້ເປົ້າໝາຍຄົ້ນຄວ້າ ແລະເຜີຍແຜ່ບັນດາຄຸນຄ່າແນວຄິດຂອງ Fidel Castro ໃຫ້ແກ່ຄົນລຸ້ນຫຼັງ. ສະຖານທີ່ແຫ່ງນີ້ຍັງດໍາເນີນກອງປະຊຸມ, ກອງປະຊຸມສຳມະນາ, ການແຂ່ງຂັນ, ພັດທະນາເຫດການທາງວິຊາການ, ສິດສອນ ແລະປະຕິບັດບັນດາໂຄງການຄົ້ນຄວ້າ, ຜະລິດຕະພັນສື່ມວນຊົນທີ່ກ່ຽວຂ້ອງເຖິງ Fidel Castro ຢ່າງເປັນປະຈໍາ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ຢ້ຽມຢາມສູນ Fidel Castro Ruz. ພາບ: ຫງອກເຮີນ |
ການກໍ່ສ້າງສູນ Fidel Castro Ruz ມີຄວາມໝາຍສໍາຄັນພິເສດ, ຖືກຕາມຄວາມມຸ່ງມາດປາດຖະໜາຂອງຜູ້ນໍາ Fidel Castro ເມື່ອຍັງມີຊີວິດຢູ່, ນັ້ນແມ່ນພາຍຫຼັງທີ່ທ່ານຈາກໄປ ຈະບໍ່ມີສະຖານທີ່ສາທາລະນະໃດມີຊື່ຂອງທ່ານ ກໍຄືກໍ່ສ້າງອານຸສາວະລີຂອງທ່ານ. ໂດຍເຄົາລົບຄວາມມຸ່ງມາດປາດຖະໜານັ້ນ, ໃນທ້າຍປີ 2016, ສະພາແຫ່ງຊາດກູບາ ໄດ້ປະກາດໃຊ້ກົດໝາຍຫ້າມນຳໃຊ້ຊື່ ແລະຮູບພາບຂອງ Fidel Castro ໃຫ້ແກ່ອະນຸສອນສະຖານ ແລະສະຖານທີ່ສາທາລະນະ. ເຖິງຢ່າງໃດກໍ່ຕາມ, ກົດໝາຍສະບັບນີ້ອະນຸຍາດຍົກເວັ້ນສຳລັບສະຖານທີ່ແນໃສ່ຄົ້ນຄວ້າ ແລະເຜີຍແຜ່ແນວຄິດຂອງ Fidel Castro. ຍ້ອນເຫດນັ້ນ, ລັດ ກູບາໄດ້ປະກາດໃຊ້ດຳລັດພິເສດເພື່ອສ້າງຕັ້ງສູນ Fidel Castro Ruz.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນເປັນສັນຍາລັກກອງທອງຂອງຫວຽດນາມ ໃຫ້ແກ່ສູນ Fidel Castro Ruz. ພາບ: ຫງອກເຮີນ |
ນັບແຕ່ໄດ້ຮັບການສ້າງຕັ້ງໃນວັນທີ 25 ພະຈິກ ປີ 2021, ສູນ Fidel Castro Ruz ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍຄົນມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບຊີວິດ ແລະພາລະກິດອັນຍິ່ງໃຫຍ່ຂອງຜູ້ນໍາ Fidel Castro. ບັນທຶກໃສ່ປຶ້ມອະນຸສອນ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ສະແດງຄວາມສະເທື່ອນໃຈທີ່ມາຢ້ຽມຢາມສູນ Fidel Castro Ruz ແລະ ເຊື່ອໝັ້ນວ່າ ສາຍພົວພັນພິເສດ ກູບາ - ຫວຽດນາມ ໂດຍປະທານ Fidel Castro ແລະປະທານໂຮ່ຈີມິນ ເປັນຜູ້ສ້າງຕັ້ງຂຶ້ນ ແລະທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ ຈະໄດ້ຮັບຄວາມເຄົາລົບນັບຖື, ເພີ່ມພູນຄູນສ້າງ ແລະພັດທະນາ ຈາກການນຳລຸ້ນຕ່າງໆຂອງພັກ, ລັດ, ປະຊາຊົນ ແລະກອງທັບຂອງສອງປະເທດ, ກາຍເປັນສາຍພົວພັນແບບຢ່າງຂອງຍຸກສະໄໝ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ມອບປຶ້ມ “ປະຫວັດສາດ 60 ປີແຫ່ງການພົວພັນດ້ານປ້ອງກັນຊາດຫວຽດນາມ - ກູບາ (1960-2020)” ເປັນພາສາແອັດສະປາຍ ໃຫ້ແກ່ສູນ Fidel Castro Ruz. ພາບ: ຫງອກເຮີນ |
ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ມອບຂອງຂວັນເປັນສັນຍາລັກກອງທອງຂອງຫວຽດນາມ ແລະ ປຶ້ມ “ປະຫວັດສາດ 60 ປີແຫ່ງການພົວພັນດ້ານປ້ອງກັນຊາດຫວຽດນາມ - ກູບາ (1960-2020)” ເປັນພາສາແອັດສະປາຍ ໃຫ້ແກ່ສູນ Fidel Castro Ruz.
ໂດຍ: ທູຈາງ