ຢູ່ສະໜາມຝຶກຊ້ອມຂອງກອງພັນໃຫຍ່ 974, ບັນຍາກາດການຝຶກຊ້ອມ, ຝຶກແອບແມ່ນຮີບດ່ວນ ແລະຄຶກຄຶ້ນຫຼາຍ. ຢູ່ທີ່ກອງພັນ 460, ກົມກອງກໍາລັງຝຶກແອບເປົ້າໝາຍນັກຮົບປີ 2 ເພື່ອກະກຽມໃຫ້ແກ່ການຝຶກຊ້ອມຮອບສັງລວມ.
ໂອ້ລົມກັບພວກຂ້າພະເຈົ້າ, ພັນໂທ ຫງວຽນຈຸງດຶກ, ຫົວໜ້າກອງພັນ 460, ແບ່ງປັນວ່າ: “ເພື່ອຍົກສູງຄວາມສາມາດເຄື່ອນທີ່ໃນການເຄື່ອນທັບຖືເຄື່ອງໜັກ ແລະປະຕິບັດການຕັ້ງຄ້າຍ, ກິນຢູ່ນອກເມືອງໃຫ້ພະນັກງານ, ນັກຮົບ, ໃນໄລຍະຜ່ານມາ, ທາງກົມກອງໄດ້ຊາບຊຶມ ແລະປະຕິບັດຫຼາຍມາດຕະການຢ່າງຄົບຊຸດ, ໃນນັ້ນໄດ້ສຸມໃສ່ຝຶກຝົນຫຼໍ່ຫຼອມທະຫານຢ່າງມີແບບມີແຜນ, ແຕ່ຕໍ່າຫາສູງ, ແຕ່ງາຍຫາຍາກ.
    |
 |
ການນຳກອງບັນຊາການທະຫານແຂວງແຄ໊ງຮ່ວາ ກວດກາວຽກງານຝຶກແອບຂອງກອງພັນໃຫຍ່ 974. ພາບ: qdnd.vn |
ບໍ່ສະເພາະແຕ່ກອງພັນ 460 ເທົ່ານັ້ນ ຢູ່ບັນດາອົງການ, ກົມກອງຂອງກອງພັນໃຫຍ່ 974, ພະນັກງານ, ນັກຮົບ ກໍ່ພວມອອກແຮງແຂ່ງຂັນກັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກອງພັນໃຫຍ່ 974 ຄັ້ງທີ XIV, ອາຍຸການ 2025-2030.
ແລກປ່ຽນກັບພວກຂ້າພະເຈົ້າ, ພັນໂທ ຮ່າຫງອກແອງ, ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 974 ໃຫ້ຮູ້ວ່າ: “ໃນອາຍຸການຜ່ານມາ, ຄະນະພັກກອງພັນໃຫຍ່ 974 ໄດ້ຊາບຊຶມ, ປະຕິບັດບັນດາມະຕິ, ຄໍາສັ່ງ, ແຜນການຂອງຂັ້ນເທິງຢ່າງເຂັ້ມງວດ. ບັນດາໜ້າທີ່ ແລະຄາດໝາຍພື້ນ ຖານທີ່ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງພັນໃຫຍ່ ຄັ້ງທີ XIII ວາງອອກ ໄດ້ປະຕິບັດສໍາເລັດດີສົມຄວນ. ພົ້ນເດັ່ນແມ່ນການຮັກສາລະບອບການກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ວຽກງານຝຶກແອບ, ຝຶກຊ້ອມ, ແຂ່ງຂັນກິລາການທະຫານ, ປ້ອງກັນ, ຕ້ານພາຍຸນໍ້າຖ້ວມ, ໄພພິບັດທໍາມະຊາດ, ກູ້ຊີບ, ກູ້ໄພບັນລຸໄດ້ໝາກຜົນດີ. ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະມີປະສິດທິຜົນ. ຄຸນນະພາບສັງລວມ, ລະດັບກຽມພ້ອມສູ້ຮົບຂອງກົມກອງ ໄດ້ຮັບການຍົກສູງຂຶ້ນ, ສະໜາມຮົບການເມືອງແນວຄິດໃນກົມກອງ ໄດ້ຮັບການຮັກສາໄວ້.
    |
 |
ຝຶກແອບບັນດາບົດຍິງປືນກົນປ້ອງກັນອາກາດ 12,7mm ຢູ່ກອງພັນ 460 (ກອງພັນໃຫຍ່ 974). ພາບ: qdnd.vn |
ຕາມພັນເອກ ດັ້ງວັນຊວນ, ຫົວໜ້າກອງພັນໃຫຍ່ 974 ແລ້ວ, ເພື່ອໃຫ້ວຽກງານຝຶກແອບບັນລຸປະສິດທິຜົນ, ເຂົ້າສູ່ແທດຈິງ, ກອງພັນໃຫຍ່ ໄດ້ຍູ້ແຮງປະຕິບັດບັນດາບາດກ້າວບຸກທະລຸກ່ຽວກັບການປ່ຽນແປງໃໝ່, ຍົກສູງຄຸນນະພາບການຝຶກແອບ. ຕາມນັ້ນແລ້ວ, ແຕ່ລະປີ, ຄະນະພັກ ແລະຄະນະບັນຊາ ກອງພັນໃຫຍ່ ໄດ້ກຳນົດແຜນນະໂຍບາຍ, ມາດຕະການ ແລະເປັນເຈົ້າການສ້າງແຜນການຝຶກແອບຕິດແທດກັບຕົວຈິງ; ປະຕິບັດວຽກງານສຶກສາອົບຮົມດ້ານການເມືອງແນວຄິດ, ສ້າງເຈດຈຳນົງ, ຄວາມຕັດສິນໃຈໃຫ້ທະຫານ... ຍ້ອນແນວນັ້ນ, ຄຸນນະພາບການຝຶກອົບຮົມ, ການຝຶກແອບຂອງກອງພັນໃຫຍ່ ຈຶ່ງໄດ້ຮັບການຍົກສູງຂຶ້ນ, ຜົນການຝຶກແອບແຕ່ລະປີແມ່ນມ: 100% ບັນລຸຕາມຄວາມຕ້ອງການ, 75% ຂຶ້ນໄປແມ່ນບັນລຸລະດັບດີ, ເກັ່ງ; ຈັດຕັ້ງການຝຶກຊ້ອມບັນຊາ-ອົງການ, ຝຶກຊ້ອມຍຸດທະວິທີຮອບສັງລວມຂັ້ນກອງຮ້ອຍ, ກອງພັນ ຕິດແທດກັບຕົວຈິງ ແລະເຂົ້າຮ່ວມການຝຶກຊ້ອມ ໂດຍກອງບັນຊາການທະຫານແຂວງ, ຂັ້ນເທິງ ແລະທ້ອງຖິ່ນຈັດຕັ້ງ ໄດ້ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ. ຜ່ານການຝຶກຊ້ອມ, ລະດັບຄວາມສາມາດນຳພາ, ບັນຊາ; ວຽກງານສົມທົບກັນສູ້ຮົບລະຫວ່າງກອງພັນໃຫຍ່ກັບບັນດາກົມກອງ, ກໍາລັງ, ທ້ອງຖິ່ນ ໄດ້ຮັບການຍົກສູງຂຶ້ນ.
ຊອກຮູ້ຕົວຈິງ, ພວກຂ້າພະເຈົ້າ ໄດ້ຮູ້ວ່າ ໄປຄຽງຄູ່ກັບການປະຕິບັດສໍາເລັດໜ້າທີ່ການເມືອງເປັນຢ່າງດີນັ້ນ, ກອງພັນໃຫຍ່ 974 ຍັງຜັນຂະຫຍາຍ ປະຕິບັດຂະບວນການແຂ່ງຂັນຢ່າງມີປະສິດທິຜົນ, ຄື: “ຂົນຂວາຍປະຊາຊົນເກັ່ງ”, ກໍ່ສ້າງ “ກົມກອງຂົນຂວາຍປະຊາຊົນທີ່ດີ”; ປະຕິບັດແຜນນະໂຍບາຍ “ໄຫເຂົ້າເພື່ອຄົນທຸກຍາກ”, “ກອງທັບຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ”; ຂະບວນການ “ຕອບບຸນແທນຄຸນ”, “ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ”; ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸນ້ຳຖ້ວມ, ປ້ອງກັນ, ຕ້ານການແຜ່ລະບາດຂອງໂລກພະຍາດ... ໄດ້ເປັນຢ່າງດີ.
    |
 |
ກອງພັນໃຫຍ່ 974 ຈັດຕັ້ງການຍິງລູກປືນແທ້ ປືນ AK, ບົດທີ 1 ໃຫ້ນັກຮົບໃໝ່ປີ 2025. ພາບ: qdnd.vn |
ໃນ 5 ປີຜ່ານມາ, ກອງພັນໃຫຍ່ 974 ພ້ອມກັບບັນດາກົມກອງ ໃນກຸ່ມແຂ່ງຂັນ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຂົນຂວາຍປະຊາຊົນ ຢູ່ຕາແສງ ແຄ໊ງຮຽບ (ເມືອງແຄ໊ງວິ້ງ); ຊ່ວຍເຫຼືອ 3 ຄອບຄົວຢູ່ຕາແສງ ຢຽນຊວນ ແລະຢຽນທໍ້ (ເມືອງຢຽນແຄ໊ງ) ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍງົບປະມານ 35 ກວ່າລ້ານດົ່ງ, ປຸກລະດົມເຄື່ອງນຸ່ງໄດ້ 353 ຊຸດ, ຜ້າຫົ່ມເກົ່າ, ມຸ້ງໄປມອບໃຫ້ບັນດາຄອບຄົວທຸກຍາກຢູ່ເມືອງແຄ໊ງເຊີນ ແລະລະດົມກຳລັງພະນັກງານ, ນັກຮົບໄປຊ່ວຍບັນດາທ້ອງຖິ່ນແຮກສ່ຽວ ກໍ່ສ້າງເສັ້ນທາງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ ໄດ້ 1.850 ວັນ; ຈັດຕັ້ງການຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວພະນັກງານ, ນັກຮົບ ທີ່ປະສົບຄວາມຫຍຸ້ງຍາກເປັນພິເສດໃນໂອກາດວັນບຸນຕ່າງໆດ້ວຍງົບປະມານທັງໝົດ 465 ລ້ານດົ່ງ.
ຄຽງຂ້າງນັ້ນ, ກອງພັນໃຫຍ່ ໄດ້ສຳຫຼວດ, ສະເໜີກອງບັນຊາການທະຫານ ແຂວງແຄ໊ງຮ່ວາ ກໍ່ສ້າງເຮືອນເພື່ອນຮ່ວມກົມກອງ 3 ຫຼັງ, ເຮືອນສົງເຄາະ, ເຮືອນແຫ່ງຄວາມສາມັກຄີ 12 ຫຼັງ (ລວມມູນຄ່າທັງໝົດ 1 ກວ່າຕື້ດົ່ງ) ມອບໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການ ປະຕິວັດ, ຄອບຄົວນັກຮົບທີ່ປະສົບຄວາມຫຍຸ້ງຍາກ. ຜ່ານນັ້ນ, ຮູບພາບ “ທະຫານລຸງໂຮ່” ສືບຕໍ່ແຜ່ຂະຫຍາຍຢູ່ໃນໃຈຂອງປະຊາຊົນໃນບໍລິເວນທີ່ກົມກອງຕັ້ງທັບ.
ໂດຍ: ໄຊຊະນະ