leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ພາຍຫຼັງໄດ້ຮັບຟັງການລາຍງານໂດຍອົງການ, ກົມກອງທີ່ກ່ຽວຂ້ອງກະກຽມ, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຫຼາຍເນື້ອໃນ, ຄື: ບົດລາຍງານສະຫຼຸບວຽກງານການທະຫານ, ການປ້ອງກັນຊາດ  6 ເດືອນຕົ້ນປີ 2025, ທິດທາງໜ້າທີ່ 6 ເດືອນທ້າຍປີ 2025; ຮ່າງບົດສະຫຼຸບຂອງຄະນະພັກການທະຫານສູນກາງ ກ່ຽວກັບຜົນການນຳພາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງອົງຄະນະພັກກອງທັບ 6 ເດືອນຕົ້ນປີ, ໜ້າທີ່ຈຸດສຸມ 6 ເດືອນທ້າຍປີ 2025; ແຜນການຈັດຕັ້ງກອງປະຊຸມຄະນະພັກການທະຫານສູນກາງ (ວາລະກອງປະຊຸມຄັ້ງທີ 14) ແລະກອງປະຊຸມການເມືອງ-ການທະຫານທົ່ວກອງທັບ 6 ເດືອນຕົ້ນປີ 2025...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ຕາງໜ້າຄະນະປະຈຳຄະນະພັກການທະຫານສູນກາງ, ທ່ານພົນເອກ ຟານວັນຢາງ ໄດ້ເຫັນດີຕໍ່ບັນດາເນື້ອໃນກະກຽມຂອງກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ ກ່ຽວກັບຮ່າງບົດລາຍງານ, ບົດສະຫຼຸບ; ມອບໃຫ້ 2 ອົງການຮັບເອົາຄໍາເຫັນປະກອບຂອງບັນດາຜູ້ແທນທີ່ກອງປະຊຸມ, ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງສືບຕໍ່ປັບປຸງ, ເພີ່ມເຕີມ, ສໍາເລັດບັນດາຮ່າງເອກະສານຂອງຄະນະພັກການທະຫານສູນກາງ ພິຈາລະນາຮັບຮອງເອົາທີ່ວາລະກອງປະຊຸມຄັ້ງທີ 14. ພ້ອມກັນນັ້ນ, ທ່ານພົນເອກ ຟານວັນຢາງ ຍັງສະແດງຄວາມເຫັນດີເຫັນພ້ອມກັບບົດລາຍງານສະເໜີຂອງອົງການທີ່ກ່ຽວຂ້ອງກ່ຽວກັບແຜນການຈັດຕັ້ງກອງປະຊຸມຄະນະພັກການທະຫານສູນກາງ ແລະກອງປະຊຸມການເມືອງ-ການທະຫານທົ່ວກອງທັບ 6 ເດືອນຕົ້ນປີ 2025; ມອບໃຫ້ການນໍາກົມໃຫຍ່ເສນາທິການ ຊີ້ນໍາບັນດາອົງການ, ກົມກອງທີ່ກ່ຽວຂ້ອງສືບຕໍ່ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມການເມືອງ-ການທະຫານທົ່ວກອງທັບ 6 ເດືອນຕົ້ນປີ 2025 ໃຫ້ເປັນຢ່າງດີ, ຮັບປະກັນຄຸນນະພາບ ແລະຄວາມປອດໄພໃນທຸກດ້ານ...

ຄຽງຂ້າງບັນດາເນື້ອໃນດັ່ງກ່າວ, ທ່ານພົນເອກ ຟານວັນຢາງ ຍັງໄດ້ສະຫຼຸບ, ໃຫ້ຄໍາເຫັນຊີ້ນໍາເນື້ອໃນຈໍານວນໜຶ່ງເພື່ອຮັບໃຊ້ວາລະກອງປະຊຸມຄັ້ງທີ 14 ຂອງຄະນະພັກການທະຫານສູນກາງ, ພິເສດແມ່ນບັນຫາທີ່ກ່ຽວຂ້ອງເຖິງຜົນການນໍາພາປະຕິບັດໜ້າທີ່ວຽກງານການທະຫານ, ການປ້ອງກັນຊາດ 6 ເດືອນຕົ້ນປີ 2025; ວຽກງານຜັນຂະຫຍາຍປະຕິບັດໜ້າທີ່ A80 ແລະເນື້ອໃນສຳຄັນອີກຈຳນວນໜຶ່ງ...

ໂດຍ: ໄຊຊະນະ