ດ້ວຍຫົວຂໍ້ “ເຕັກໂນໂລຊີ ແລະປ່ຽນແປງໃໝ່: ເພີ່ມທະວີການຮ່ວມມືດ້ານການທະຫານເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ”, ກອງປະຊຸມມີການເຂົ້າຮ່ວມຂອງນັກຊ່ຽວຊານຈາກ 10 ປະເທດອາຊຽນ ແລະປະເທດສະມາຊິກບວກ (ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ນິວຊີແລນ, ອົດສະຕາລີ, ລັດເຊຍ); ຜູ້ຕາງໜ້າກອງເລຂາອາຊຽນ ແລະຊ່ຽວຊານຈາກສຳນັກງານ ສປຊ.

leftcenterrightdel
ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ. ພາບ: ກວກເກື່ອງ.
leftcenterrightdel
ຊ່ຽວຊານຮັກສາສັນຕິພາບຂອງບັນດາປະເທດອາຊຽນ ແລະບັນດາປະເທດສະມາຊິກບວກ ຖ່າຍ ຮູບເປັນທີ່ລະນຶກ. ພາບ: ກວກເກື່ອງ.

ຜູ້ຕາງໜ້າຂອງຫວຽດນາມ ແລະບັນດາປະເທດ, ອົງການຈັດຕັ້ງສາກົນໂດຍອີງໃສ່ປະສົບການ ແລະຄວາມສາມາດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ປຶກສາຫາລືບັນດາຫົວຂໍ້, ຄື: ການນຳໃຊ້ເຮືອບິນບໍ່ມີຄົນຂັບ ແລະວິທີສະກັດກັ້ນໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ; ການນຳໃຊ້ປັນຍາປະດິດໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ; ການນໍາໃຊ້ເຕັກໂນໂລຊີ ແລະເຕັກນິກໃໝ່ໃຫ້ແກ່ການປົກກັນຄວາມສະຫງົບ, ຄວາມປອດໄພໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

leftcenterrightdel
 
leftcenterrightdel
ທ່ານພັນເອກພິເສດ ໂຮ່ເຈື່ອງງວຽນ, ຫົວໜ້າຫ້ອງການຮ່ວມມືສາກົນ, ກົມຮັກສາສັນຕິພາບຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ກວກເກື່ອງ.

ທ່ານພັນເອກພິເສດ ໂຮ່ເຈື່ອງງວຽນ, ຫົວໜ້າຫ້ອງການຮ່ວມມືສາກົນ, ກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ ເຖິງວ່າແມ່ນສະມາຊິກໃໝ່ໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ແຕ່ຫວຽດນາມ ໄດ້ຕັ້ງໜ້າໝູນໃຊ້ເຕັກໂນໂລຢີເຂົ້າໃນການປະຕິບັດໜ້າທີ່ຕົວຈິງຂອງຕົນ. ໂຮງໝໍສະໜາມຂັ້ນ 2 ຫວຽດນາມ ຢູ່ຊູດັງໃຕ້ ໄດ້ນໍາໜ້າໃນການນຳໃຊ້ການໃຫ້ຄຳປຶກສາດ້ານການແພດທາງໄກ, ນຳໃຊ້ພະລັງງານແສງຕາເວັນເພື່ອເກັບຮັກສາອຸປະກອນການແພດ ແລະຄຸ້ມຄອງເອກະສານການແພດເອເລັກໂຕນິກ. ບັນດາກົມກອງຊ່າງແສງ ກໍໄດ້ນຳໃຊ້ໂດຣນ ເພື່ອສ້າງແຜນທີ່, ຮັບໃຊ້ວຽກງານເກັບກູ້ລະເບີດ, ເປີດເສັ້ນທາງ ແລະວາງແຜນສ້ອມແປງພື້ນຖານໂຄງລ່າງ. ການເຄື່ອນໄຫວຕົວຈິງຢູ່ໃນບໍລິເວນ ສະແດງໃຫ້ເຫັນວ່າ ເຕັກໂນໂລຊີ ພຽງແຕ່ເສີມຂະຫຍາຍປະສິດທິພາບຢ່າງແທດເຈິງເມື່ອໄປຄຽງຄູ່ກັບການຝຶກແອບລົງເລິກ ແລະຄວາມເຂົ້າໃຈກ່ຽວກັບວັດທະນະທໍາທ້ອງຖິ່ນ ເທົ່ານັ້ນ.

ໂດຍ: ໄຊຊະນະ