ທ່ານພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 4 ມິຖຸນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດລາຊະອານາຈັກອັງກິດ ປະຈໍາ ຫວຽດນາມ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບທ່ານເອກອັກຄະລັດຖະທູດ Iain Frew ທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ພັກ, ລັດ ແລະລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະຕີລາຄາສູງການພົວພັນຮ່ວມມືກັບລາຊະອານາຈັກ ອັງກິດ ແລະໄອແລນເໜືອ.
ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອັງກິດ ໃນໄລຍະຜ່ານມາໄດ້ຜັນຂະຫຍາຍສອດຄ່ອງກັບການພົວພັນລວມລະຫວ່າງສອງປະເທດ, ກໍ່ຄືບັນດາຄໍາໝັ້ນສັນຍາຂອງກະຊວງປ້ອງກັນປະເທດສອງປະເທດ ໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນປີ 2017, ສຸມໃສ່ໃນຂົງເຂດຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນ, ການເຈລະຈາ-ປຶກສາຫາລື, ບໍາລຸງສ້າງ, ອຸດສາຫະກໍາປ້ອງກັນຊາດ, ຮັກສາສັນຕິພາບ ສປຊ,...
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດສອງປະເທດ ສືບຕໍ່ຜັນຂະຫຍາຍ, ຊຸກຍູ້ການພົວພັນຮ່ວມມື, ສຸມໃສ່ເຂົ້າບາງເນື້ອໃນ, ຄື: ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ອຸດສາຫະກໍາປ້ອງກັນຊາດ; ບໍາລຸງສ້າງ; ຮັກສາສັນຕິພາບ ສປຊ; ສືບຕໍ່ສະໜັບສະໜູນ, ທາບທາມຄໍາເຫັນບົນພື້ນຖານບັນດາກົນໄກ, ເວທີປາໄສຄວາມໝັ້ນຄົງສາກົນ, ພາກພື້ນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືເຈລະຈາອາຊຽນ-ອັງກິດ.
ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ໃນຖານະຕໍາແໜ່ງຂອງຕົນ, ທ່ານເອກອັກຄະລັດຖະທູດ Iain Frew ຈະສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະທ່ານເອກອັກຄະລັດຖະທູດ Iain Frew ມອບຂອງຂວັນທີ່ລະນຶກ. ພາບ: qdnd.vn |
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ Iain Frew ໄດ້ຕີລາຄາສູງການພົວພັນດ້ານປ້ອງກັນຊາດສອງຝ່າຍອັງກິດ - ຫວຽດນາມ ເຊິ່ງບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນໄລຍະຜ່ານມາ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Iain Frew ຊົມເຊີຍຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ສໍາເລັດຜົນ.
ທ່ານເອກອັກຄະລັດຖະທູດ Iain Frew ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນ ແລະຊຸກຍູ້ການພົວພັນຮ່ວມມືຫວຽດນາມ - ອັງກິດ ເວົ້າລວມ ແລະການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດເວົ້າສະເພາະໃຫ້ຂຶ້ນສູ່ລະດັບສູງໃໝ່.
ໂດຍ: ໄຊນີດາ