ທ່ານ Alpaslan Kavaklioglu ສະແດງຄວາມປິຕິຊົມຊື່ນຕໍ່ຜົນການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະສອງກະຊວງປ້ອງກັນປະເທດເວົ້າສະເພາະ; ສະແດງຄວາມປາດຖະໜາຢາກຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງອຸດສາຫະກໍາປ້ອງກັນຊາດ (IDEF) ໃນເດືອນ ກໍລະກົດ ປີນີ້ຢູ່ຕວກກີ,...

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ, ທ່ານຮອງລັດຖະມົນຕີ Alpaslan Kavaklioglu ແລະບັນດາຜູ້ແທນທີ່ການພົບປະ. ພາບ: qdnd.vn

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ທ່ານ Alpaslan Kavaklioglu ຕີລາຄາສູງບົດບາດ, ທີ່ຕັ້ງຂອງຫວຽດນາມ ແລະຫວັງວ່າຫວຽດນາມ ຈະສະໜັບສະໜູນຕວກກີ ເຂົ້າຮ່ວມບັນດາກົນໄກຮ່ວມມືໃນອາຊຽນ, ໃນນັ້ນມີກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+). ຝ່າຍຕວກກີ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງທ່ານລັດຖະມົນຕີປ້ອງກັນປະເທດຕວກກີ ມີແຜນຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານພົນໂທ ຟ້າມຮວ່າຍນາມ ຢືນຢັນການປະຕິບັດງານຂອງຄະນະ ເພື່ອແນໃສ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີເນື້ອແທ້ ເຊິ່ງການນໍາຂັ້ນສູງສອງຝ່າຍ ໄດ້ເຫັນດີເປັນເອກະພາບ. ທ່ານພົນໂທ ຟ້າມຮວ່າຍນາມ ເຫັນດີເປັນເອກະພາບກ່ຽວກັບເລື່ອງສອງຝ່າຍຕ້ອງຊຸກຍູ້ການແລກປ່ຽນຄະນະ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ ແລະມຸ່ງໄປເຖິງການເຊັນຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ; ພ້ອມທັງໃຫ້ຮູ້ວ່າກະຊວງປ້ອງກັນປະເທດຫວຽດນາມ ຈະຈັດສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ IDEF ຢູ່ຕວກກີ ໃນເດືອນ ກໍລະກົດ ຈະມາເຖິງ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃນການຮ່ວມມືລະຫວ່າງຕວກກີ ກັບອາຊຽນ.

leftcenterrightdel
ທ່ານ Haluk Gorgun ແນະນໍາຜະລິດຕະພັນອຸດສາຫະກໍາປ້ອງກັນຊາດຂອງຕວກກີ. ພາບ: qdnd.vn

ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ມີການພົບປະກັບທ່ານ Haluk Gorgun ຫົວໜ້າອົງການອຸດສາຫະກໍາປ້ອງກັນຊາດຕວກກີ. ທີ່ການຕ້ອນຮັບ, ທ່ານ Haluk Gorgun ຢືນຢັນວ່າ ການຮ່ວມມືກັບຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍມຸ່ງໄປເຖິງອາຊີຂອງຕວກກີ ແລະຢັ້ງຢືນວ່າ ດ້ວຍບົດບາດ, ທີ່ຕ້ັງຂອງອົງການອຸດສາຫະກໍາປ້ອງກັນຊາດຕວກກີ ກໍ່ຄື ດ້ວຍກໍາລັງຄວາມສາມາດ, ຄວາມເຂັ້ມແຂງດ້ວຍຕົນເອງ, ຕວກກີ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ, ສອດຄ່ອງກັບການພົວພັນດ້ານການເມືອງ ແລະຜົນປະໂຫຍດຂອງສອງປະເທດ.

ຕອນບ່າຍວັນດຽວກັນ, ຕາງໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ມີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບກໍາລັງຄວາມສາມາດ, ບົດຮຽນກັບບາງກຸ່ມບໍລິສັດອຸດສາກະກໍາປ້ອງກັນຊາດຂອງຕວກກີ.

ໂດຍ: ໄຊນີດາ