ທ່ານພົນໂທ ຫວໍມີງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະປະຈໍາຄະນະຊີ້ນໍາແຫ່ງຊາດ 515 ໄດ້ເຂົ້າຮ່ວມພິທີ.

leftcenterrightdel
ຜູ້ແທນເຄື່ອນຍ້າຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄປຝັງໄວ້ຢູ່ສຸສານ. ພາບ: qdnd.vn

ໃນບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາ ແລະສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜູ້ທີ່ດີເດັ່ນໄດ້ອຸທິດຊີວິດໜຸ່ມແໜ້ນ, ຕໍ່ສູ້ ແລະເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອສັນຕິພາບ, ເອກະລາດ, ອິດສະຫຼະພາບຂອງຊາດ ແລະປະຕິບັດພັນທະສາກົນອັນສູງສົ່ງຢ່າງຄົບຖ້ວນ.

* ໃນວັນດຽວກັນ, ຢູ່ຕາແສງ ເງິນຖຸ໋ຍ, ເມືອງ ເລ້ຖຸ໋ຍ, ແຂວງ ກວາງບິ່ງ, ທ່ານພົນໂທ ຫວໍມີງເລືອງ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບກອງເສດຖະກິດ - ປ້ອງກັນຊາດ 79 (ແມ່ທັບນ້ອຍ 15).

ພາຍຫຼັງຮັບຟັງການນໍາກົມກອງລາຍງານສະພາບການປະຕິບັດໜ້າທີ່ວຽກງານ, ຄຳເຫັນປະກອບຂອງຜູ້ແທນ ແລະການຢ້ຽມຢາມ ແລະກວດກາກົມກອງໂດຍກົງ, ທ່ານພົນໂທ ຫວໍມີງເລືອງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຜົນງານດີເດັ່ນເຊິ່ງກົມກອງບັນລຸໄດ້.

leftcenterrightdel
ທ່ານພົນໂທ ຫວໍມີງເລືອງ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: qdnd.vn

ທ່ານພົນໂທ ຫວໍມີງເລືອງ ຢືນຢັນວ່າ ຢູ່ເຂດຊາຍແດນປ່າໄມ້ເລິກ, ເຂດທີ່ຫຍຸ້ງຍາກຕ້ອງການມີໜ້າ ແລະເຂົ້າຮ່ວມປະຕິບັດໜ້າທີ່ຂອງບັນດາກົມກອງກອງທັບ. ຍ້ອນເຫດນັ້ນ, ຄະນະພັກ ແລະຜູ້ບັນຊາການກອງເສດຖະກິດ - ປ້ອງກັນຊາດ 79 ຕ້ອງສືບຕໍ່ຊາບຊຶມ ແລະປະຕິບັດໜ້າທີ່ວຽກງານການເມືອງໃຈກາງຢ່າງມີປະສິດທິຜົນ. ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະບັນດາກົມກອງກໍາແໜ້ນບໍລິເວນເປັນປະຈຳ ເພື່ອແກ້ໄຂບັນດາກໍລະນີຢ່າງທັນການ. ຄຽງຂ້າງກັນນັ້ນ, ຕ້ອງຮັກສາການພັດທະນາການດໍາເນີນທຸລະກິດຢ່າງມີປະສິດທິຜົນ, ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງພະນັກງານ, ລັດຖະກອນ, ກໍາມະກອນ, ຜູ້ອອກແຮງງານ, ໂດຍສະເພາະແມ່ນແຮງງານຊາວເຜົ່າສ່ວນໜ້ອຍ; ສົມທົບກັນຜັນຂະຫຍາຍສ້າງບັນດາກິດຈະກໍາ, ໂຄງການເປົ້າໝາຍແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ບໍລິເວນ.

leftcenterrightdel
ທ່ານພົນໂທ ຫວໍມີງເລືອງ ມອບຂອງຂວັນໃຫ້ຄອບຄົວຊາວເຜົ່າ ບຣູ-ເວິນກ່ຽວ ໃນກຸ່ມບ້ານກອຍ (ບ້ານກອຍດາ). ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານພົນໂທ ຫວໍມີງເລືອງ ໄດ້ມອບຂອງຂວັນໃຫ້ກອງເສດຖະກິດ - ປ້ອງກັນຊາດ 79 ແລະບັນດາກົມກອງຂຶ້ນກັບ; ມອບຂອງຂວັນໃຫ້ຄະນະພັກ, ອຳນາດການປົກຄອງຕາແສງ ເງິນຖຸ໋ຍ, ເມືອງເລ້ຖຸ໋ຍ; ນາຍບ້ານກອຍດາ (ຕາແສງ ເງິນຖຸ໋ຍ) ແລະ 38 ຄອບຄົວຊາວເຜົ່າ ບຣູ-ເວິນກ່ຽວ ໃນກຸ່ມບ້ານກອຍ (ບ້ານກອຍດາ).

ໂດຍ: ທະນາພອນ