ພົນເອກ ຟານວັນຢາງ ເປັນປະທານກອງປະຊຸມຄະນະປະຈໍາຄະນະພັກການທະຫານສູນກາງ
ກປ.ອອນໄລ - ຕອນເຊົ້າວັນທີ 21 ພຶດສະພາ, ທີ່ຮ່າໂນ້ຍ, ຄະນະປະຈໍາຄະນະພັກການທະຫານສູນກາງ ໄດ້ຈັດກອງປະຊຸມເພື່ອພິຈາລະນາ, ໃຫ້ຄໍາເຫັນກ່ຽວກັບຫຼາຍເນື້ອໃນວຽກງານ. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ.
    |
 |
|
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: ຫວຽດຈຸງ. |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຜູ້ຕາງໜ້າອົງການທີ່ກ່ຽວຂ້ອງລາຍງານກ່ຽວກັບສະບັບຮ່າງຕ່າງທີ່ກ່ຽວຂ້ອງເຖິງເນື້ອໃນປັບປຸງ, ເພີ່ມເຕີມ, ປ່ຽນແທນຂໍ້ກໍານົດຂອງກົມການເມືອງ, ຄະນະເລຂາທິການ ກ່ຽວກັບການຈັດຕັ້ງພັກ, ອົງການການເມືອງໃນກອງທັບປະຊາຊົນຫວຽດນາມ; ສະບັບຮ່າງວ່າດ້ວຍພາລະໜ້າທີ່ຂອງອົງຄະນະພັກຮາກຖານກອງບັນຊາການທະຫານຊາຍແດນ ໃນກອງທັບປະຊາຊົນຫວຽດນາມ...
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ຫວຽດຈຸງ. |
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັບບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ ເປັນເສນາທິການຊ່ວຍຄະນະພັກການທະຫານສູນກາງ ປັບປຸງແຜນຮ່າງວ່າດ້ວຍການສືບຕໍ່ສັບຊ້ອນການຈັດຕັ້ງທະຫານທ້ອງຖິ່ນຄືນໃໝ່ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ” ໃຫ້ສົມບູນແບບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.
ທ່ານພົນເອກ ຟານວັນຢາງ ມອບໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ສືບຕໍ່ສົມທົບກັນຈັດຕັ້ງ, ປັບປຸງການຈັດຕັ້ງທຸກຂັ້ນບັນດາກົມກອງທີ່ກ່ຽວຂ້ອງໃຫ້ສົມບູນແບບຕາມທິດ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ”, ສອດຄ່ອງກັບໂຄງປະກອບ, ການຈັດຕັ້ງພິເສດຂອງກອງທັບ, ຮັບປະກັນຄວາມສາມາດທີ່ພຽງພໍ ເພື່ອປະຕິບັດສໍາເລັດໜ້າທີ່ວຽກງານ. ດ້ວຍຈິດໃຈຮີບດ່ວນ, ຂ້ຽວຂາດ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຕ້ອງເປັນເຈົ້າການ, ຕັ້ງໜ້າກວ່າອີກ, ຊາບຊຶມຈິດໃຈເຮັດວຽກ “ມີແຕ່ມື້, ບໍ່ມີວັນ”; ສົມທົບກັນຜັນຂະຫຍາຍປະຕິບັດບັນດາເນື້ອໃນຢ່າງເຂັ້ມງວດ ແລະແໜ້ນແຟ້ນ, ຮັບປະກັນຄຸນນະພາບ, ຖືກກຳນົດທິດ, ຂໍ້ກໍານົດຂອງຂັ້ນເທິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຄວາມຄືບໜ້າທີ່ວາງອອກໃຫ້ເປັນຢ່າງດີ.
ໂດຍ: ໄຊຊະນະ