ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຮັກສາສັນຕິພາບສະຫະປະຊາຊາດ
ກປ.ອອນໄລ - ວັນທີ 13 ແລະ 14 ພຶດສະພາ, ກອງປະຊຸມລັດຖະມົນຕີຮັກສາສັນຕິພາບສະຫະປະຊາຊາດ ໄດ້ໄຂຂຶ້ນຢູ່ນະຄອນ Berlin, ເຢຍລະມັນ ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນກວ່າ 100 ຄະນະທີ່ມາຈາກບັນດາປະເທດສະມາຊິກສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງສາກົນ. ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟຸ່ງສີເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຟຸ່ງສີເຕິນ ໃຫ້ຮູ້ວ່າ ເຖິງວ່າ ຫວຽດນາມ ພຽງແຕ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບນັບແຕ່ເດືອນພຶດສະພາ 2014 ແຕ່ຫວຽດນາມ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ຫວຽດນາມ ໄດ້ສົ່ງທະຫານເກືອບ 1.100 ເທື່ອຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ. ຄຽງຂ້າງນັ້ນ, ຫວຽດນາມ ຍາມໃດກໍ່ສົ່ງເສີມ ແລະສ້າງກາລະໂອກາດໃຫ້ທະຫານຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ສົມທົບກັບ ສປຊ ແລະຄູ່ຮ່ວມມືສາກົນ ເພື່ອຈັດຕັ້ງບັນດາຊຸດຝຶກແອບ ແລະຝຶກຊ້ອມສາກົນຢ່າງເປັນປະຈໍາ.
    |
 |
ທ່ານພົນໂທ ຟຸ່ງສີເຕິນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ທ່ານພົນໂທ ຟຸ່ງສີເຕິນ ກໍ່ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຮັກສາບັນດາກໍາລັງຢູ່ບໍລິເວນ ແລະໃຫ້ຄໍາໝັ້ນສັນຍາຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢ່າງເລິກເຊິ່ງກວ້າງຂວາງກວ່າອີກຜ່ານການຄົ້ນຄວ້າເປີດກວ້າງບັນດາກົມກອງໃໝ່, ຄື: ກົມກອງທະຫານຍານເກາະ, ສາລະວັດທະຫານ, ສື່ສານ...
ພ້ອມກັນນັ້ນ, ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຮັກສາ ແລະຄົ້ນຄວ້າຍົກສູງອັດຕາສ່ວນແມ່ຍິງເຂົ້າຮ່ວມການເຄື່ອນໄຫວນີ້, ເພີ່ມທະວີການສົມທົບກັບບັນດາຄູ່ຮ່ວມມືສາກົນ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຝຶກແອບພ້ອມແລ້ວທີ່ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບໃນໄລຍະຈະມາເຖິງ.
ໂດຍ: ຈາງຫງວຽນ