ໃນຂອບເຂດງານວາງສະແດງ, ຄະນະເຂົ້າຮ່ວມພິທີໄຂ, ຢ້ຽມຊົມຮ້ານວາງສະແດງ, ເຂດວາງວະແດງໃນຮົ່ມ ແລະກາງແຈ້ງຂອງຫຼາຍວິສາຫະກິດ, ກຸ່ມບໍລິສັດປ້ອງກັນຊາດແຖວໜ້າໃນໂລກ. ຄະນະກໍ່ມີການພົບປະກັບຜູ້ຕາງໜ້າກະຊວງປ້ອງກັນປະເທດ ແລະວິສາຫະກິດບັນດາປະເທດ. ທີ່ການເຮັດວຽກ, ທ່ານພົນຕີ ຟ້າມເຈື່ອງເຊີນ ສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດ, ບັນດາວິສາຫະກິດ ແລະກຸ່ມບໍລິສັດປ້ອງກັນຊາດ ໄດ້ຈັດສົ່ງຄະນະເຂົ້າຮ່ວມ, ວາງສະແດງຢູ່ງານສະແດງປ້ອງກັນຊາດສາກົນຫວຽດນາມ 2024. ຫົວໜ້າຄະນະຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ສະໜັບສະໜູນ ແລະເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືທີ່ງານວາງສະແດງຄັ້ງຕ່າງໆໃນໄລຍະຈະມາເຖິງ.

leftcenterrightdel
ພົນຕີ ຟ້າມເຈື່ອງເຊີນ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ LIMA 2025 ຮັບຟັງການແນະນຳກ່ຽວກັບ ຍົນເຣລິກອບເຕີ ຂອງ ລັດເຊຍ ຢູ່ງານວາງສະແດງ. ພາບ: ສຳນັກຂ່າວສານຫວຽດນາມ.

ນີ້ແມ່ນງານວາງສະແດງ LIMA ຄັ້ງທີ 17 ນັບແຕ່ປີ 1991 ແລະງານວາງສະແດງທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນຈົນຮອດປະຈຸບັນ, ດຶງດູດຜູ້ຢ້ຽມຊົມປະມານ 40.000 ຄົນ ແລະຜູ້ແທນຂັ້ນສູງມາຈາກກະຊວງປ້ອງກັນປະເທດ ແລະກອງທັບບັນດາປະເທດ.

ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ຈັດສົ່ງຄະນະເຂົ້າຮ່ວມ LIMA 2025 ແມ່ນການເຄື່ອນໄຫວການທູດດ້ານປ້ອງກັນຊາດທີ່ມີຄວາມໝາຍແທດຈິງ ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຂອງພັກ, ລັດກ່ຽວກັບການສ້າງສາ ແລະພັດທະນາພື້ນຖານ ອຸດສາຫະກຳປ້ອງກັນຊາດຫວຽດນາມ ຕາມທິດເປັນເຈົ້າການ, ກຸ້ມຕົນເອງ, ເພິ່ງຕົນເອງ, ໃຊ້ໄດ້ຫຼາຍໜ້າທີ່ ແລະທັນສະໄໝ.

ໂດຍ: ແສງເດືອນ