leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ເປັນປະທານກອງປະຊຸມ. ພາບ: qdnd.vn

ກອງປະຊຸມ ໄດ້ຈັດຂຶ້ນບົນພື້ນຖານການປະຕິບັດມະຕິຕົກລົງຂອງຄະນະປະຈໍາຄະນະພັກການທະຫານສູນກາງ ວ່າດ້ວຍການສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາ, ຕົກລົງໃຫ້ທ່ານພົນຕີ ຈິ້ງດິ່ງແທກ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຂດ 5 ພັກການ ກຽມຮັບບໍານານ; ຄະນະປະຈຳຄະນະພັກການທະຫານສູນກາງ ກໍ່ສະເໜີໃຫ້ຄະນະເລຂາທິການ ພິຈາລະນາແຕ່ງຕັ້ງທ່ານພັນເອກພິເສດ ເລືອງດິ່ງຈຸງ, ຮອງຫົວໜ້າການເມືອງທະຫານເຂດ 5 ໃຫ້ດຳລົງຕຳແໜ່ງເປັນຫົວໜ້າການເມືອງທະຫານເຂດ 5. ໃນຂະນະທີ່ລໍຖ້າການຕົກລົງຂອງຂັ້ນເທິງ, ທ່ານພົນຕີ ຈິ້ງດິ່ງແທກ ໄດ້ມອບໜ້າທີ່ເລຂາຄະນະພັກໃຫ້ທ່ານພົນຈັດຕະວາ ເລຫງັອກຫາຍ, ຮອງເລຂາຄະນະພັກ, ຜູ້ບັນຊາການທະຫານເຂດ 5; ມອບໜ້າທີ່ຫົວໜ້າການເມືອງໃຫ້ທ່ານພັນເອກພິເສດ ເລືອງດິ່ງຈຸງ, ກຳມະການຄະນະປະຈຳພັກ, ຮອງຫົວໜ້າການເມືອງທະຫານເຂດ 5.

leftcenterrightdel
ທ່ານພົນຕີ ຈິ້ງດິ່ງແທກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn
leftcenterrightdel
ທ່ານພັນເອກພິເສດ ເລືອງດິ່ງຈຸງ ກ່າວຄໍາເຫັນທີ່ກອງປະຊຸມມອບຮັບໜ້າທີ່. ພາບ: qdnd.vn

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຈິ້ງວັນກວຽດ ເນັ້ນໜັກວ່າ ໃນສະພາບການທີ່ພັກ, ລັດ ພວມຍູ້ແຮງການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດຄືນໃໝ່, ວາງອອກຄວາມຮຽກຮ້ອງຕ້ອງການສູງກ່ຽວກັບຈິນຕະນາການ ແລະສັບຊ້ອນກໍາລັງຄືນໃໝ່ ເພື່ອຕອບສະໜອງໜ້າທີ່ໃນສະພາບການໃໝ່ໃຫ້ດີກວ່າ, ຄະນະພັກ, ກອງບັນຊາການທະຫານເຂດ 5 ຕ້ອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະຜັນຂະຫຍາຍເຂັ້ມງວດບັນດາຄໍາສັ່ງ, ມະຕິ, ຂໍ້ກໍານົດຂອງພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ພິເສດແມ່ນຜັນຂະຫຍາຍປະຕິບັດມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກ ຊຸດທີ 11, ຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ 2 ຂັ້ນ ແລະແຜນນະໂຍບາຍຂອງຄະນະປະຈຳຄະນະປະຈຳພັກການທະຫານສູນກາງ ກ່ຽວກັບການສັບຊ້ອນການຈັດຕັ້ງກຳລັງທະຫານທ້ອງຖິ່ນ ຕ້ອງໄດ້ປະຕິບັດຢ່າງໜັກແໜ້ນ, ມີປະສິດທິຜົນ, ຕ້ອງໃກ້ຊິດຕິດແທດມາດຕະຖານ ເພື່ອຄັດເລືອກພະນັກງານ ແລະຄະນະພັກທຸກຂັ້ນມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາ ແລະຮັບປະກັນປັດໄຈເຂດ, ພາກ; ເອົາໃຈໃສ່ກໍ່ສ້າງອົງຄະນະພັກໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຄຸນສົມບັດ ແລະຖັນແຖວພະນັກງານ; ຍູ້ແຮງການປະຕິຮູບບໍລິຫານ, ຫັນເປັນດີຈີຕອນ ເພື່ອຍົກສູງກໍາລັງຄວາມສາມາດຄຸ້ມຄອງ, ບັນຊາ, ບໍລິຫານ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ຖ່າຍຮູບກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ທ່ານພົນໂທ ຈິ້ງວັນກວຽດ ໃສ່ໃຈວ່າ ຄະນະພັກ, ກອງບັນຊາການທະຫານເຂດ 5 ຕ້ອງສຸມໃສ່ນໍາພາ, ຊີ້ນໍາຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ທຸກຂັ້ນໃຫ້ປະສົບຜົນສໍາເລັດ, ຮຽກຮ້ອງເອກະສານກອງປະຊຸມໃຫຍ່ ຕ້ອງມີຄວາມຮັດກຸມ, ຊັດເຈນ ແລະຄົບຖ້ວນ... ຄຽງຂ້າງນັ້ນ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບບັນດາທ້ອງຖິ່ນ ເພື່ອກຳແໜ້ນສະພາບການ; ຜັນຂະຫຍາຍປະຕິບັດການສົມທົບກັນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະມີປະສິດທິຜົນ; ກໍ່ສ້າງບັນດາເຂດປ້ອງກັນ, ກໍ່ສ້າງ “ທ່າສະໜາມໃນໃຈປະຊາຊົນ” ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະກອບສ່ວນພ້ອມກັບກຳລັງຕ່າງໆ ຮັກສາສະຖຽນລະພາບດ້ານການເມືອງຢູ່ບໍລິເວນທະຫານເຂດ 5.

ໂດຍ: ໄຊຊະນະ