ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບຜູ້ບັນຊາການທະຫານບົກອິນໂດເນເຊຍ
ກປ.ອອນໄລ - ຕອນເຊົ້າວັນທີ 19 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທ່ານພົນເອກ Maruli Simanjuntak ຜູ້ບັນຊາການທະຫານບົກອິນໂດເນເຊຍ.
ທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາສູງຄວາມໝາຍການຢ້ຽມຢາມຂອງທ່ານພົນເອກ Maruli Simanjuntak ໃນສະພາບການສອງປະເທດຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດອິນໂດເນເຊຍ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ (ເດືອນ ມິນາ 2025) ແລະພວມມຸ່ງເຖິງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (30-12-1955 / 30-12-2025), ຜັນຂະຫຍາຍຄວາມຮັບຮູ້ລວມຢ່າງແທດຈິງຂອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດຢູ່ນອກການຢ້ຽມຢາມອິນໂດເນເຊຍ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບທ່ານພົນເອກ Maruli Simanjuntak. ພາບ: qdnd.vn |
ທ່ານພົນເອກ ຫງວຽນເຕິນເກືອງ ຕີລາຄາການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອິນໂດເນເຊຍ ໃນໄລຍະຜ່ານມາໄດ້ສອງຝ່າຍຖືເປັນສໍາຄັນ, ບັນລຸຫຼາຍໝາກຜົນທີ່ມີເນື້ອແທ້. ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມຂອບໃຈກະຊວງປ້ອງກັນປະເທດອິນໂດເນເຊຍ ໄດ້ຈັດສົ່ງຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ ແລະງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2 ເມື່ອເດືອນ ທັນວາ 2024.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Maruli Simanjuntak. ພາບ: qdnd.vn |
ສ່ວນທ່ານພົນເອກ Maruli Simanjuntak ໄດ້ແຈ້ງໃຫ້ທ່ານພົນເອກ ຫງວຽນເຕິນເກືອງ ຮັບຊາບໝາກຜົນການພົບປະສອງຝ່ານກ່ອນນັ້ນກັບທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.
ຕາມນັ້ນແລ້ວ, ສອງຝ່າຍພ້ອມກັນຕີລາຄາໝາກຜົນການຮ່ວມມືລະຫວ່າງກໍາລັງທະຫານບົກສອງປະເທດໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນບັນດາທິດທາງນໍາການພົວພັນຮ່ວມມືນີ້ໃຫ້ພັດທະນານັບມື້ນັບມີເນື້ອແທ້, ປະສິດທິຜົນໃນໄລຍະຈະມາເຖິງ. ທ່ານພົນເອກ Maruli Simanjuntak ຢັ້ງຢືນວ່າ ບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ.
    |
 |
ທ່ານພົນເອກ ຫງວຽນເຕິນເກືອງ, ທ່ານພົນເອກ Maruli Simanjuntak ພ້ອມດ້ວຍຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn |
ຕີລາຄາສູງໝາກຜົນການພົບປະສອງຝ່າຍ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ສະແດງຄວາມປາດຖະໜາຢາກໃນໄລຍະຈະມາເຖິງ, ກໍາລັງທະຫານບົກສອງປະເທດສືບຕໍ່ຊຸກຍູ້ການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ; ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍໂດຍອາຊຽນ ຊັກນໍາ; ຢືນຢັນຈະສະໜັບສະໜູນ ແລະອໍານວຍຄວາມສະດວກ ເພື່ອໃຫ້ກໍາລັງທະຫານບົກສອງປະເທດຊຸກຍູ້ການຮ່ວມມືທີ່ມີເນື້ຶຶອແທ້.
ໂດຍ: ໄຊນີດາ