ກ້ອນກຳລັງກອງທັບປະຊາຊົນຫວຽດນາມ ຝຶກແອບໃນສະພາບຫິມະຕົກໜັກຢູ່ນະຄອນຫຼວງມົດສະກູ
ກປ.ອອນໄລ - ໃນສະພາບດິນຟ້າອາກາດເປັນພິເສດ, ກ້ອນກຳລັງກອງທັບປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມພິທີສວນສະໜາມຢູ່ສະໜາມຫຼວງ ແດງ ຍັງຄົງຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ຝຶກແອບ.
ຕອນເຊົ້າວັນທີ 2 ພຶດສະພາ (ຕາມເວລານະຄອນຫຼວງມົດສະກູ), ອາກາດປ່ຽນແປງຢ່າງຫຼວງຫຼາຍ. ຫຼັງຈາກພຽງຄືນໜຶ່ງ, ຫິມະຕົກໜັກຢູ່ທົ່ວທຸກແຫ່ງ, ອຸນຫະພູມພາຍນອກຢູ່ທີ່ 3 ອົງສາ. ຢູ່ໃນເສັ້ນທາງການຝຶກແອບປະຈໍາວັນ, ຊັ້ນຫິມະປົກຫຸ້ມປະມານ 15 ຊມ, ເຮັດໃຫ້ການໄປມາປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນກໍລະນີດິນຟ້າອາກາດເປັນພິເສດທີ່ບັນດາພະນັກງານ, ນັກສໍາມະນາກອນໃນກ້ອນກຳລັງທີ່ເຂົ້າຮ່ວມພິທີສວນສະໜາມບໍ່ເຄີຍໄດ້ພົບເຫັນໃນສະພາບການຝຶກແອບຢູ່ຫວຽດນາມ.
    |
 |
ກ້ອນກໍາລັງກອງທັບປະຊາຊົນຫວຽດນາມ ຝຶກແອບໃນສະພາບຫິມະຕົກໜັກ. ພາບ: qdnd.vn |
ພາຍຫຼັງການປຶກສາຫາລືກັບນາຍທະຫານຕິດຕໍ່ຂອງຝ່າຍເພື່ອນ, ທ່ານພົນຈັດຕະວາ ຫງວຽນວັນແທງ, ຫົວໜ້າກ້ອນກໍາລັງກອງທັບປະຊາຊົນຫວຽດນາມ ໄດ້ຕັດສິນໃຈສວຍໃຊ້ຫ້ອງໂຖງທີ່ມີລະບຽງເພື່ອໃຫ້ກ້ອນກໍາລັງກອງທັບສືບຕໍ່ຝຶກແອບໃນຂະນະທີ່ລໍຖ້າສະພາບອາກາດດີກວ່າ. ພ້ອມກັນນັ້ນ, ຄະນະຈັດຕັ້ງໄດ້ລະດົມກໍາລັງພາລະກອນ, ພາຫະນະຂັບໄລ່ຫິມະເພື່ອອະນາໄມຖະໜົນຫົນທາງໃນຕອນເຊົ້າ ເພື່ອຮັບປະກັນໃຫ້ກ້ອນກໍາລັງກອງທັບບັນດາປະເທດດໍາເນີນຝຶກແອບ. ຍ້ອນເຫດນັ້ນ, ຮອດເວລາ 10 ໂມງ, ກ້ອນກໍາລັງກອງທັບປະຊາຊົນຫວຽດນາມ ແລະກ້ອນກໍາລັງກອງທັບປະເທດຕ່າງໆໄດ້ສາມາດສືບຕໍ່ຝຶກແອບຢູ່ພາຍນອກຕາມປົກກະຕິ.
ໂດຍ: ຈາງຫງວຽນ