ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນໍາ, ນໍາພາຂອງກົມການເມືອງ, ຄະນະເລຂາທິການ, ໂດຍກົງ, ເປັນປະຈໍາແມ່ນຄະນະຊີ້ນໍາສູນກາງສະເຫຼີມສະຫຼອງວັນບຸນໃຫຍ່ ແລະເຫດການປະຫວັດສາດສໍາຄັນຂອງປະເທດໃນ 3 ປີ 2023-2025; ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ເປັນປະທານ, ສົມທົບກັບບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ບັນດາທ້ອງຖິ່ນຈັດຕັ້ງສວນສະໜາມ, ເດີນຂະບວນ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ໄວ້ຄວາມສະເທືອນໃຈອັນເລິກເຊິ່ງໃນໃຈປະຊາຊົນ ແລະເພື່ອນມິດສາກົນ, ປະກອບສ່ວນປຸກລຸກຈິດໃຈຮັກຊາດ, ກໍາລັງກຸ່ມກ້ອນມະຫາສາມັກຄີທົ່ວຊາດ, ຄວາມເອກອ້າງທະນົງໃຈ ແລະເຈດຈຳນົງ, ຕັດສິນໃຈສ້າງສາປະເທດຫວຽດນາມ ເຂັ້ມແຂງແຮງກ້າ, ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຄວາມຜາສຸກ, ຂຶ້ນສູ່ລັດທິສັງຄົມນິຍົມຢ່າງໝັ້ນຄົງ. ຜົນສໍາເລັດຂອງພິທີສະເຫຼີມສະຫຼອງ, ສວນສະໜາມ, ເດີນຂະບວນໄດ້ຕໍ່ກໍາລັງແຮງ, ລະດົມກໍາລັງໃຈ, ປຸກລະດົມໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາສືບຕໍ່ເສີມຂະຫຍາຍກໍາລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນກ້າວເຂົ້າສູ່ສັງກາດພັດທະນາໃໝ່-ສັງກາດບືນຕົວຂຶ້ນຂອງຊົນຊາດຢ່າງໝັ້ນຄົງ.
    |
 |
ບັນດາກ້ອນກໍາລັງເຂົ້າຮ່ວມສວນສະໜາມ, ເດີນຂະບວນສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ພາບ: qdnd.vn |
ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຂອບອົກຂອບໃຈການຊີ້ນໍາ, ນໍາພາຂອງພັກ, ລັດອັນເລິກເຊິ່ງ; ບັນດາອາລົມຈິດທີ່ດີງາມ ແລະການຊ່ວຍເຫຼືອອັນລໍ້າຄ່າ, ການສົມທົບ, ການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ຄະນະພັກ, ອໍານາດການປົກຄອງ, ປະຊາຊົນນະຄອນໂຮ່ຈີມິນ, ແຂວງດົງນາຍ, ແຂວງບິ່ງເຢືອງ ແລະບັນດາທ້ອງຖິ່ນ, ບໍລິສັດການບິນ, ບໍລິສັດຫຸ້ນສ່ວນຂົນສົ່ງລົດໄຟຫວຽດນາມ ໄດ້ຊ່ວຍເຫຼືອ, ປຸກລະດົມ, ລະດົມກໍາລັງໃຈ, ສ້າງເງື່ອນໄຂໃຫ້ດີທີ່ສຸດເພື່ອໃຫ້ອະນຸກໍາມະການສວນສະໜາມ, ເດີນຂະບວນ ແລະບັນດາກໍາລັງກອງທັບປະຊາຊົນຫວຽດນາມ ຝຶກແອບ, ເຄື່ອນທີ່, ເຂົ້າຮ່ວມສວນສະໜາມ, ເດີນຂະບວນໃນພີທີສະເຫຼີມສະຫຼອງ ແລະເຄື່ອນທີ່ກັບເມືອອົງການ, ກົມກອງຮັບປະກັນຢ່າງຮອບຄອບຖີ່ຖ້ວນ, ປອດໄພຢ່າງເດັດຂາດ. ຜ່ານນັ້ນ, ເພີ່ມທະວີຄວາມສາມັກຄີ, ສະໜິດຕິດພັນເລືອດເນື້ອທະຫານ ແລະປະຊາຊົນ, ປະກອບສ່ວນສ້າງຂຶ້ນກໍາລັງແຮງອັນໃຫຍ່ຫຼວງເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ.
ໃນໄລຍະຈະມາເຖິງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສືບຕໍ່ຢາກ ໄດ້ຮັບຄວາມເອົາໃຈໃສ່, ການຊີ້ນໍາ, ນໍາພາຂອງພັກ, ລັດ; ສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນຂອງບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ຄະນະພັກ, ອໍານາດການປົກຄອງ, ປະຊາຊົນທ້ອງຖິ່ນ, ບັນດາອົງການ, ກົມກອງ, ອົງການຈັດຕັ້ງ, ວິສາຫະກິດເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ, ພ້ອມກັບທົ່ວກອງທັບ, ທົ່ວປວງຊົນ, ທົ່ວກອງທັບປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມຢ່າງມີໄຊ, ສົມກັບຄວາມເຊື່ອໝັ້ນ ແລະຮັກແພງຂອງພັກ, ລັດ ແລະປະຊາຊົນ.
ຂໍຂອບໃຈ!
ໂດຍ: ໄຊນີດາ