ໃນລາຍການ, ກອງກໍາປັ່ນ 015, 016 ໄດ້ເຂົ້າທຽບທ່າ Beihai (ນະຄອນ Beihai, ແຂວງກວາງຊີ, ຈີນ), ດໍາເນີນການພົບປະລະຫວ່າງການນຳກອງກໍາປັ່ນລາດຕະເວນສອງປະເທດ; ຢ້ຽມຊົມກໍາປັ່ນ; ແຂ່ງຂັນກິລາມິດຕະພາບ.

leftcenterrightdel
ກໍາປັ່ນ 015-ເຈີ່ນຮືງດ້າວ ໄດ້ເຂົ້າທຽບທ່າກໍາປັ່ນ. ພາບ: qdnd.vn

leftcenterrightdel
ກໍາປັ່ນ 016 - ກວາງຈູງ ໄດ້ເຂົ້າທຽບທ່າກໍາປັ່ນ. ພາບ: qdnd.vn
leftcenterrightdel
ພະນັກງານ, ນັກຮົບທະຫານເຮືອເຂດ 4 ຕ້ອນຮັບຄະນະປະຕິບັດງານ. ພາບ: qdnd.vn

ສິ້ນສຸດງານພົບປະແລກປ່ຽນ, ກອງກໍາປັ່ນ 015, 016 ອອກຈາກທ່າກໍາປັ່ນ Beihai, ພ້ອມກັບກອງກໍາປັ່ນ 628, ກໍາປັ່ນ 630 (ກອງກໍາປັ່ນລູກສອນໄຟທະຫານເຮືອຈີນ) ດຳເນີນການລາດຕະເວນປະສົມຢູ່ເຂດອ່າວພາກເໜືອ; ເຝິກຊ້ອມການຊອກຫາກູ້ໄພ-ກູ້ຊີບບົນທະເລ.

leftcenterrightdel
ທ່ານພັນເອກພິເສດ ໂດມິງ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານກ່າວຄໍາເຫັນທີ່ກອງປະຊຸມຖອດຖອນບົດຮຽນ. ພາບ: qdnd.vn

leftcenterrightdel
ສະມາຊິກໃນຄະນະປະຕິບັດງານເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນ. ພາບ: qdnd.vn
leftcenterrightdel
ກອງກໍາປັ່ນທະຫານເຮືອສອງປະເທດລາດຕະເວນປະສົບບົນເຂດອ່າວພາກເໜືອ. ພາບ: qdnd.vn

ໃນວາລະເຄື່ອນໄຫວ, ກອງກໍາປັ່ນ 015, 016 ໄດ້ຈັດຕ້ັງການຝຶກຊ້ອມ, ຍົກສູງຄວາມສາມາດໃນການບັນຊາ, ນຳໃຊ້ອາວຸດຍຸດໂທປະກອນ, ຄວາມສາມາດແກ້ໄຂກໍລະນີຕ່າງໆບົນທະເລ. ທີ່ກອງປະຊຸມຖອດຖອນບົດຮຽນ, ທ່ານພັນເອກພິເສດ ໂດມິງ ຫົວໜ້າຄະນະປະຕິບັດງານເນັ້້ນໜັກວ່າ ການເຄື່ອນໄຫວພົບປະແລກປ່ຽນ, ລາດຕະເວນປະສົມຂອງຄະນະໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ບັນລຸໄດ້ຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ກັບທະຫານເຮືອຈີນ, ປະກອບສ່ວນເຂົ້າຜົນສໍາເລັດລວມຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 9.

ໂດຍ:​ໄຊນີດາ