ກຳປັ່ນກໍາລັງປ້ອງກັນຝັ່ງທະເລຟີລິບປິນ ຢ້ຽມຢາມນະຄອນດ່ານັ້ງ
ກປ.ອອນໄລ - ວັນທີ 14 ເມສາ, ກໍາປັ່ນ BRP Gabriela Silang (OPV-8301) ຂອງກຳລັງປ້ອງກັນຝັ່ງທະເລ ຟີລິບປິນ ດ້ວຍລູກເຮືອຈຳນວນ 84 ຄົນ ນຳໂດຍທ່ານພັນເອກ Eleizer Gonzales Ibarientos ເປັນກັບຕັນເຮືອໄດ້ເຂົ້າທຽບທ່າກຳປັ່ນຕຽນຊາ, ເລີ່ມຕົ້ນການເຂົ້າຢ້ຽມຂໍ່ານັບນະຄອນດ່ານັ້ງ ໃນລະຫວ່າງວັນທີ 14-17 ເມສາ. ນີ້ແມ່ນຄັ້ງທໍາອິດກໍາລັງປ້ອງກັນຝັ່ງທະເລ ຈັດສົ່ງກໍາປັ່ນມາຢ້ຽມຢາມ ແລະພົບປະແລກປ່ຽນກັບພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ.
    |
 |
ພິທີຕ້ອນຮັບກຳປັ່ນ BRP Gabriela Silang ຂອງກໍາລັງປ້ອງກັນຝັ່ງທະເລຟີລິບປິນ ຢູ່ທ່າກຳປັ່ນ ຕຽນຊາ. ພາບ: qdnd.vn |
ທ່ານພົນຈັດຕະວາ Joeeven L Fabul ຮອງຜູ້ບັນຊາການກໍາລັງປ້ອງກັນຝັ່ງທະເລຟີລິບປິນ ໄດ້ເຂົ້າຮ່ວມກິດຈະກຳຕ່າງໆຂອງກຳປັ່ນ. ໃນໄລຍະຢ້ຽມຢາມ, ທ່ານຮອງຜູ້ບັນຊາກໍາລັງປ້ອງກັນຝັ່ງທະເລຟີລິບປິນ, ການນຳຄະນະ ຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ້ງ ແລະກອງບັນຊາການຕໍາຫຼວດທະເລເຂດ 2; ຢ້ຽມຢາມ ແລະເຂົ້າຮ່ວມແຂ່ງຂັນກິລາມິດຕະພາບຢູ່ກອງບັນຊາການຕໍາຫຼວດທະເລເຂດ 2; ຝຶກແອບຮ່ວມກັບກຳປັ່ນຕໍາຫຼວດທະເລຫວຽດນາມ ໃນການຊອກຫາ ແລະກູ້ຊີບກູ້ໄພ, ປ້ອງກັນ, ຕ້ານອັກຄີໄພ.
    |
 |
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn |
    |
 |
ກຳປັ່ນ BRP Gabriela Silang ຢູ່ທ່າກຳປັ່ນຕຽນຊາ. ພາບ: qdnd.vn |
    |
 |
ຜູ້ແທນຢ້ຽມຢາມກຳປັ່ນ BRP Gabriela Silang. ພາບ: qdnd.vn |
ການຢ້ຽມຢາມຫວຽດນາມ ຂອງກໍາປັ່ນ BRP Gabriela Silang ແມ່ນການເຄື່ອນໄຫວແທດຈິງ ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືທາງທະເລ ລະຫວ່າງຕໍາຫຼວດທະເລຫວຽດນາມ ກັບກໍາລັງປ້ອງກັນຝັ່ງທະເລຟີລິບປິນ ທີ່ໄດ້ລົງນາມໃນເດືອນມັງກອນ 2024. ຜ່ານການຢ້ຽມຢາມ, ພະນັກງານ, ລັດຖະກອນສອງກໍາລັງ ໄດ້ມີໂອກາດພົບປະແລກປ່ຽນ, ຮຽນຮູ້, ແບ່ງປັນ, ແລກປ່ຽນປະສົບການ, ພຶດຕິກໍາຕົວຈິງໃນການປະຕິບັດກົດໝາຍຢູ່ທະເລ, ຜ່ານນັ້ນປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງກໍາລັງ.
ໂດຍ: ທະນາພອນ