ທ່ານພົນໂທ ເລຮຸຍວິງ ຕ້ອນຮັບທ່ານຮອງປະທານກຸ່ມບໍລິສັດ Airbus ທົ່ວໂລກ
ກປ.ອອນໄລ - ຕອນເຊົ້າວັນທີ 14 ມີນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເລຮຸຍວິງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Wouter Van Wersch, ຮອງປະທານກຸ່ມບໍລິສັດ Airbus ທົ່ວໂລກເນື່ອງໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນໂທ ເລຮຸຍວິງ ໄດ້ຕີລາຄາສູງຄວາມສາມາດຂອງກຸ່ມບໍລິສັດ Airbus - ໜຶ່ງໃນບັນດາກຸ່ມບໍລິສັດແຖວໜ້າໃນຂົງເຂດການບິນອະວະກາດຂອງເອີຣົບ ແລະໂລກ, ດ້ວຍບັນດາຜະລິດຕະພັນທີ່ຫຼາຍປະເພດ, ໃນນັ້ນມີເຮືອບິນການຄ້າທີ່ພວມນຳໃຊ້ຢ່າງກວ້າງຂວາງຢູ່ຫວຽດນາມ.
    |
 |
ທ່ານພົນໂທ ເລຮຸຍວິງ ແລກປ່ຽນກັບທ່ານ Wouter Van Wersch. ພາບ: qdnd.vn |
ທ່ານພົນໂທ ເລຮຸຍວິງ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກຸ່ມບໍລິສັດ Airbus ແລະກະຊວງປ້ອງກັນປະເທດຫວຽດນາມ ໃນໄລຍະ 23 ປີຜ່ານມາ, ພ້ອມທັງສະເໜີວ່າໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ປະຕິບັດການຮ່ວມມືທີ່ພວມຜັນຂະຫຍາຍຢ່າງມີປະສິດທິຜົນ; ທ່ານຍັງຢືນຢັນວ່າກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂໃຫ້ກຸ່ມບໍລິສັດ Airbus ແນະນຳບັນດາຜະລິດຕະພັນ, ຊອກຫາຄວາມສາມາດຮ່ວມມື, ບົນພື້ນຖານຂໍ້ກຳນົດທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ແລະຄວາມຕ້ອງການ, ຄວາມສາມາດຂອງສອງຝ່າຍ.
ເນື່ອງໃນໂອກາດນີ້, ທ່ານພົນໂທ ເລຮຸຍວິງ ໄດ້ຂອບອົກຂອບໃຈກຸ່ມບໍລິສັດ Airbus ໄດ້ຈັດຮ້ານວາງສະແດງຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2022 ແລະ 2024, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງງານວາງສະແດງ. ສ່ວນທ່ານ Wouter Van Wersch ໄດ້ແບ່ງປັນຄວາມປະທັບໃຈຕໍ່ການຢ້ຽມຢາມຫວຽດນາມ ຄັ້ງທໍາອິດໃນນາມຮອງປະທານກຸ່ມບໍລິສັດ Airbus ທົ່ວໂລກ; ຢືນຢັນວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ Airbus ນັບມື້ນັບພັດທະນາ. Airbus ເປັນກຽດທີ່ໄດ້ສະໜອງບັນດາຜະລິດຕະພັນທີ່ດີເລີດໃຫ້ບັນດາຄູ່ຮ່ວມມືຢູ່ຫວຽດນາມ.
    |
 |
ທ່ານພົນໂທ ເລຮຸຍວິງ ແລະທ່ານ Wouter Van Wersch ໄດ້ຖ່າຍຮູບກັບບັນດາຜູ້ແທນ. ພາບ: qdnd.vn |
ທ່ານ Wouter Van Wersch ຊົມເຊີຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024 ສຳເລັດຜົນ. Airbus ເປັນກຽດທີ່ໄດ້ເຂົ້າຮ່ວມງານວາງສະແດງ ແລະໄດ້ຮັບຄວາມຄິດເຫັນທີ່ຕັ້ງໜ້າກ່ຽວກັບເຫດການນີ້. ທ່ານຮອງປະທານກຸ່ມບໍລິສັດ Airbus ຖືວ່າ ບົດບາດຂອງຫວຽດນາມ ແລະການພັດທະນາອຸດສາຫະກຳປ້ອງກັນຊາດຂອງຫວຽດນາມ ແມ່ນມີຄວາມໝາຍສຳຄັນຕໍ່ສັນຕິພາບຂອງພາກພື້ນ ແລະໂລກ, ພ້ອມທັງປາດຖະໜາວ່າສອງຝ່າຍຈະມີການຮ່ວມມືທີ່ດີກງາມຫຼາຍກວ່າອີກໃນອະນາຄົດ.
ໂດຍ: ໄຊນີດາ