ພົນເອກ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ, ວັນທີ 13 ມີນາ, ທີ່ສໍານັກງານກະຊວງປ້ອງກັນປະເທດສິງກະໂປ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ.
ເມື່ອເນັ້ນໜັກເຖິງການພົວພັນຫວຽດນາມ - ສິງກະໂປ ທີ່ກຳລັງພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ທ່ານພົນເອກ ຟານວັນຢາງ ຖືວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ ແມ່ນຂີດໝາຍປະຫວັດສາດ, ເປີດໜ້າໃໝ່ໃນການພົວພັນສອງຝ່າຍ. ທ່ານພົນເອກ ຟານວັນຢາງ ກໍ່ສະແດງຄວາມປາດຖະໜາວ່າ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດຈະມີບັນດາບາດກ້າວໃໝ່, ເຂັ້ມແຂງ, ແທດຈິງ ແລະມີປະສິດທິຜົນກວ່າອີກ, ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດທີ່ໄວ້ເນື້ອເຊື່ອໃຈ ແລະແທດຈິງລະຫວ່າງສອງຝ່າຍໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາປະສິດທິຜົນຂອງກົນໄກເຈລະຈາ, ປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ; ການຮ່ວມມືດ້ານການທະຫານ, ເຫຼົ່າຮົບເຫຼົ່າທັບ, ຄວາມໝັ້ນຄົງ, ຄວາມປອດໄພທາງທະເລ; ...
ທ່ານ Ng Eng Hen ໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ; ຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ.
ສອງຝ່າຍປາດຖະໜາວ່າ ໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາກົນໄກປຶກສາຫາລື, ເຈລະຈາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ຄົ້ນຄວ້າສ້າງຕັ້ງກົນໄກປຶກສາຫາລືທາງທະຫານອາກາດ; ເພີ່ມທະວີການຮ່ວມມືດ້ານການບໍາລຸງສ້າງຜ່ານການຊຸກຍູ້ການລົງນາມຂໍ້ຕົກລົງຮ່ວມມືດ້ານການບໍາລຸງສ້າງ; ການຮ່ວມມືລະຫວ່າງເຫຼົ່າຮົບ, ກູ້ຊີບກູ້ໄພ, ຄວາມປອດໄພທາງເດີນທະເລ...
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຂອບໃຈມາຍັງກະຊວງປ້ອງກັນປະເທດສິງກະໂປ ທີ່ໄດ້ໃຫ້ການສະໜັບສະໜູນ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ສະເຫຼີມສະຫຼອງ 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ ແລະງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024; ແລະຂໍຖືເປັນກຽດເຊື້ອເຊີນທ່ານ Ng Eng Hen ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນປີ 2025.
ໂດຍ: ທະນາພອນ