ທ່ານພົນເອກ ຟານວັນຢາງ ຢືນຢັນສະໜັບສະໜູນຂໍ້ລິເລີ່ມຂອງອິນໂດເນເຊຍ ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+), ພິເສດແມ່ນເອກະສານຄວາມສຳນຶກກ່ຽວກັບທັດສະນະຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ຈາກແງ່ມູມປ້ອງກັນຊາດ; ສະໜັບສະໜູນອິນໂດເນເຊຍ ໃນບົດບາດເປັນປະທານຮ່ວມຂອງກຸ່ມຊ່ຽວຊານ ADMM+ ກ່ຽວກັບການແພດທະຫານກັບອາເມລິກາ ໄລຍະ 2024-2027.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ Sjafrie Sjamsoeddin ກວດແຖວກຽດຕິຍົດ. ພາບ: qdnd.vn

ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຫຼາຍຂົງເຂດ; ຕີລາຄາສູງເລື່ອງອິນໂດເນເຊຍ ຈັດສົ່ງກຳປັ່ນທະຫານເຮືອ ແລະຕໍາຫຼວດທະເລ ມາຢ້ຽມຢາມຫວຽດນາມ ໃນປີ 2024; ຂອບໃຈ ອິນໂດເນເຊຍ ທີ່ໄດ້ສະໜັບສະໜູນຂໍ້ລິເລີ່ມຂອງຫວຽດນາມ ໃນການສ້າງປະຊາຄົມສືບຂ່າວອາຊຽນ ແລະໄດ້ຈັດສົ່ງຄະນະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ ແລະງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 2.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ Sjafrie Sjamsoeddin ຕີລາຄາສູງການພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອິນໂດເນເຊຍ ໃນໄລຍະຜ່ານມາ; ສະເໜີໃຫ້ກະຊວງປ້ອງກັນປະເທດ 2 ປະເທດຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ພົບປະສອງຝ່າຍກັບທ່ານ Sjafrie Sjamsoeddin ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ. ພາບ: qdnd.vn

ສອງຝ່າຍປາດຖະໜາວ່າຈະສືບຕໍ່ມີບັນດາເນື້ອໃນຮ່ວມມືລະອຽດ ແລະແທດຈິງໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຊິ່ງການນຳຂັ້ນສູງສອງປະເທດໄດ້ກຳນົດໃນການຢ້ຽມຢາມຄັ້ງນີ້, ສຸມໃສ່ເຂົ້າໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮັກສາປະສິດທິຜົນຂອງກົນໄກເຈລະຈານະໂຍບາຍປ້ອງກັນຊາດ... ນອກຈາກນັ້ນ, ທ່ານພົນເອກ ຟານວັນຢາງ ຍັງປາດຖະໜາວ່າ ບັນດາກຳລັງປະຕິບັດກົດໝາຍທາງທະເລຂອງ 2 ປະເທດເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ, ສະພາບການ, ສົມທົບກັນຮັບມືກັບບັນດາບັນຫາທີ່ເກີດຂຶ້ນຢູ່ທະເລ; ສືບຕໍ່ສົມທົບກັນມີການປະພຶດມະນຸດສະທຳຕໍ່ບັນດາກໍລະນີຊາວປະມົງຂອງແຕ່ລະປະເທດລະເມີດນ່ານທະເລຂອງກັນ;...

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Sjafrie Sjamsoeddin ພ້ອມກັບສະມາຊິກຄະນະຜູ້ແທນສອງປະເທດ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ເຊື້ອເຊີນທ່ານ Sjafrie Sjamsoeddin ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນ ແລະຈະຈັດສົ່ງຄະນະເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ອິນໂດເນເຊຍ ໃນເດືອນ ມິຖຸນາ 2025.

ໂດຍ: ທະນາພອນ