ສົມທົບກັນຄົ້ນຄວ້າທິດສະດີ-ພຶດຕິກໍາຕົວຈິງ ກ່ຽວກັບການປ້ອງກັນຊາດໃນພາລະກິດປົກປັກຮັກສາປະເທດຊາດ
ກປ.ອອນໄລ - ວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະສະພາທິດສະດີສູນກາງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສະຫຼຸບວຽກງານສົມທົບກັນຄົ້ນຄວ້າທິດສະດີ-ພຶດຕິກໍາຕົວຈິງກ່ຽວກັບການປ້ອງກັນຊາດໃນພາລະກິດປົກປັກຮັກສາປະເທດຊາດ ປີ 2024. ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາກອງປະຊຸມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ: ໃນໄລຍະຜ່ານມາ, ການເຄື່ອນໄຫວສົມທົບກັນຄົ້ນຄວ້າລະຫວ່າງ ສະພາທິດສະດີສູນກາງ ກັບບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດເວົ້າລວມ, ກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເວົ້າສະເພາະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ເພື່ອໃຫ້ການເຄື່ອນໄຫວສົມທົບກັນຄົ້ນຄວ້າລະຫວ່າງສອງອົງການ ສືບຕໍ່ເຂົ້າສູ່ລວງເລິກ, ບັນລຸໝາກຜົນແທດຈິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງອົງການ ສືບຕໍ່ເອົາໃຈໃສ່ປະຕິບັດບາງບັນຫາ, ຄື: ຄົ້ນຄວ້າບັນຫາໃໝ່ທີ່ເກີດຂຶ້ນໃນພຶດຕິກຳຕົວຈິງຂອງການທະຫານ, ການປ້ອງກັນຊາດ, ການປົກປັກຮັກສາປະເທດຊາດ, ເພື່ອສະເໜີໃຫ້ກົມການເມືອງ, ຄະນະເລຂາທິການ, ຄະນະບໍລິຫານງານສູນກາງພັກ ປະກາດໃຊ້ບັນດາແຜນນະໂຍບາຍ, ແນວທາງ, ຍຸດທະສາດທີ່ກ່ຽວຂ້ອງກັບວຽກງານການທະຫານ, ການປ້ອງກັນຊາດ ແລະບາງຂົງເຂດຕາມພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ.
    |
 |
ທ່ານ ສຈ.ປອ ຫງວຽນຊວນຖັ໊ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
    |
 |
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ທ່ານ ສຈ.ປອ ຫງວຽນຊວນຖັ໊ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໃຫ້ຮູ້ວ່າ: ການສົມທົບກັນຄົ້ນຄວ້າລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກັບ ສະພາທິດສະດີສູນກາງ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ພື້ນຖານ ແລະຈໍາເປັນຮີບດ່ວນ ເຊິ່ງຮຽກຮ້ອງຈາກພຶດຕິກຳຕົົວຈິງ. ຜົນຂອງການສົມທົບກັນຄົ້ນຄວ້າລະຫວ່າງສອງອົງການແມ່ນບັນດາເນື້ອໃນທີ່ສຳຄັນ ແລະເປັນພື້ນຖານເພື່ອສະເໜີໃຫ້ພັກ, ລັດ ວາງແຜນກຳນົດແນວທາງ, ຍຸດທະສາດກໍ່ສ້າງກອງທັບໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ ແລະກໍ່ສ້າງກອງທັບປະຊາຊົນ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝໃນໄລຍະຈະມາເຖິງ; ສະໜອງພື້ນຖານວິທະຍາສາດຕື່ມອີກເພື່ອປັບປຸງຮ່າງເອກະສານທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ສົມບູນແບບ.
    |
 |
ທ່ານພົນເອກ ຟານວັນຢາງ ມອບໃບຍ້ອງຍໍຂອງກະຊວງປ້ອງກັນປະເທດ ໃຫ້ບັນດາໝູ່ຄະນະ. ພາບ: qdnd.vn |
ສະຫຼຸບກອງປະຊຸມ, ທ່ານພົນໂທ ຈິ້ງວັນກວຽດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງດຳເນີນການເຮັດຽກຢ່າງຮີບດ່ວນ ແລະເຂັ້ມງວດ, ກອງປະຊຸມໄດ້ເຮັດສຳເລັດເນື້ອໃນ, ລາຍການ; ບັນລຸໄດ້ເປົ້າໝາຍ ແລະຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ. ທ່ານພົນໂທ ຈິ້ງວັນກວຽດ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາອົງການຊ່ວຍວຽກ, ໂດຍສະເພາະແມ່ນກົມໂຄສະນາອົບຮົມ, ຫ້ອງວ່າການກົມໃຫຍ່ການເມືອງ, ຫ້ອງວ່າການສະພາທິດສະດີສູນກາງ ໄດ້ສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຢ່າງຕັ້ງໜ້າ ແລະເປັນເຈົ້າການ ໃນການກະກຽມເນື້ອໃນ ແລະຮັບປະກັນທຸກດ້ານເພື່ອໃຫ້ກອງປະຊຸມ ໄດ້ດໍາເນີນໄປຕາມແຜນການທີ່ໄດ້ດໍານົດໄວ້.
ໂດຍ: ທູຈາງ