leftcenterrightdel
ທ່ານພົນໂທ ຈິ້ງວັນກວ໊ຽດ.

ນັກຂ່າວ: ຂໍຮຽນທ່ານພົນໂທ ຈິ້ງວັນກວ໊ຽດ! ໃນຂະບວນການກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບເຮົາ, ຄຸນທາດ “ທະຫານລຸງໂຮ່” ແມ່ນກຳເນີດຈາກທາດແທ້ປະຕິວັດຂອງກອງທັບ. ສະຫາຍ ສາມາດແບ່ງປັນຫຍັງແດ່ກ່ຽວກັບຂໍ້ສັງເກດດັ່ງກ່າວ?

ທ່ານພົນໂທ ຈິ້ງວັນກວ໊ຽດ: ກອງທັບປະຊາຊົນຫວຽດນາມ ໂດຍ ພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ເປັນຜູ້ຈັດຕັ້ງ, ກໍ່ສ້າງ, ນຳພາ, ສຶກສາອົບຮົມ ແລະຝຶກຝົນຫຼໍ່ຫຼອມ. ຍ້ອນແນວນັ້ນ, ກອງທັບເຮົາ ຍາມໃດກໍ່ຖືເອົາທາດແທ້ປະຕິວັດຂອງຊົນຊັ້ນກຳມະກອນ, ມາຈາກປະຊາຊົນ, ຕໍ່ສູ້ເພື່ອປະຊາຊົນ; ໄດ້ຮັບຄວາມຮັກແພງ, ຊ່ວຍເຫຼືອ, ເຊີດຊູ ແລະໄດ້ຮັບນາມມະຍົດອັນສູງສົ່ງ “ທະຫານລຸງໂຮ່” ຈາກປະຊາຊົນ. ຕາມນັ້ນແລ້ວ, ຄຸນທາດຂອງ “ທະຫານລຸງໂຮ່” ກ່ອນອື່ນໝົດແມ່ນມາຈາກທາດແທ້ປະຕິວັດຂອງກອງທັບ, ຈາກເປົ້າໝາຍ, ອຸດົມການຕໍ່ສູ້ເພື່ອປະຊາຊົນ. ນັ້ນແມ່ນລະບົບມາດຕະຖານສະແດງໃຫ້ເຫັນຄຸນທາດດີທີ່ສຸດຂອງນັກຮົບປະຕິວັດ, ຊາວຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ, ໄດ້ຮັບການເພີ່ມພູນຄູນສ້າງ, ຮັກສາ ແລະເສີມຂະຫຍາຍຢ່າງບໍ່ຢຸດຢັ້ງຈາກພະນັກງານ, ນັກຮົບກອງທັບເຮົາລຸ້ນຕ່າງໆ. ຄຸນທາດ ແລະນາມມະຍົດອັນສູງສົ່ງນັ້ນມີການແຜ່ຂະຫຍາຍ, ຊວນເຊື່ອຢ່າງແຂງແຮງ, ແມ່ນໜຶ່ງໃນບັນດາປັດໄຈທີ່ສຳຄັນ, ແມ່ນແຫຼ່ງກຳເນີດສ້າງເປັນກຳລັງແຮງຕໍ່ສູ້ ແລະຍາດເອົາໄຊຊະນະຂອງກອງທັບເຮົາ.

leftcenterrightdel
ໝວດ 10, ກອງຮ້ອຍ 8, ກອງພັນ 13, ໂຮງຮຽນນາຍທະຫານບົກ ເລກ 1 ເຄື່ອນທີ່ກັບຄືນກົມກອງ ພາຍຫຼັງການຝຶກແອບ. ພາບ: ຈ້ອງຫ໋າຍ

ໃນຕະຫຼອດໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ຍາດເອົາໄຊຊະນະ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ, ຄຸນທາດ “ທະຫານລຸງໂຮ່” ໄດ້ກາຍເປັນລະບົບມາດຕະຖານ, ຄຸນຄ່າບຸກຄະລິກອັນສູງສົ່ງຂອງທະຫານປະຕິວັດ, ແມ່ນສັນຍາລັກຂອງລັດທິວິລະຊົນປະຕິວັດຫວຽດນາມ. ຄຸນທາດ “ທະຫານລຸງໂຮ່” ຍາມໃດກໍ່ໃສແຈ້ງ, ສະແດງໃຫ້ເຫັນຈິດໃຈເດັດດ່ຽວສູ້ຮົບ, ເດັດຂາດມີໄຊ, ຄວາມສະຫຼາດຫຼັກແຫຼມ, ມີຫົວຄິດປະດິດສ້າງ, ສາມັກຄີ, ມີລະບຽບວິໄນ, ອົດທົນຕໍ່ຄວາມທຸກລຳບາກ, ແກ້ໄຂຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຂອງພະນັກງານ, ນົກຮົບກອງທັບໄດ້ເປັນຢ່າງດີ.

ນັກຂ່າວ: ຈາກໝາກຜົນການປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະປະຕິບັດສຳເລັດໜ້າທີ່ດີເລີດຂອງທົ່ວກອງທັບໃນປີ 2024, ໄດ້ຢັ້ງຢືນຢ່າງແນ່ນອນວ່າ ຄຸນທາດ “ທະຫານລຸງໂຮ່” ນັບມື້ນັບໄດ້ຮັບການເສີມຂະຫຍາຍ. ທັດສະນະຂອງສະຫາຍ ກ່ຽວກັບບັນຫານີ້ມີຄືແນວໃດ?

ທ່ານພົນໂທ ຈິ້ງວັນກວ໊ຽດ: ຄຸນທາດອັນສູງສົ່ງ “ທະຫານລຸງໂຮ່” ແມ່ນການປະສົມປະສານລະຫວ່າງທາດແທ້ປະຕິວັດ ແລະພາລະບົດບາດ, ໜ້າທີ່ຂອງກອງທັບ. ຢູ່ບ່ອນໃດກໍຕາມ, ເຮັດໜ້າທີ່ໃດກໍຕາມ, ຄຸນທາດ “ທະຫານລຸງໂຮ່” ຍາມໃດກໍ່ໄດ້ຮັບການຮັກສາ ແລະເສີມຂະຫຍາຍຈາກພະນັກງານ, ນັກຮົບໃນທົ່ວກອງທັບ.

leftcenterrightdel
ນັກຮົບ ຄ້າຍທະຫານຊາຍແດນ ແລງສູສິ່ນ (ທະຫານຊາຍແດນແຂວງດ້ຽນບຽນ) ຈັດບ່ອນຢູ່ບ່ອນກິນໃຫ້ປະຊາຊົນ. ພາບ: ຫງວຽນທິຫ໋າຍອ໊ຽນ

ປີ 2024 ແມ່ນປີທີ່ດໍາເນີນເຫດການການເມືອງສຳຄັນຕ່າງໆຂອງພັກ, ລັດ, ກອງທັບ, ຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ໃນສະພາບການທີ່ໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດວາງອອກຄວາມຮຽກຮ້ອງຕ້ອງການນັບມື້ນັບສູງ. ດ້ວຍຄວາມຕັດສິນໃຈຂອງທົ່ວກອງທັບໃນການປະຕິບັດໜ້າທີ່, ຄຸນທາດ “ທະຫານລຸງໂຮ່” ໄດ້ຮັບການສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານເລື່ອງກອງທັບປະຕິບັດພາລະບົດບາດເປັນເສນາທິການດ້ານຍຸດທະສາດຕໍ່ພັກ, ລັດກ່ຽວກັບການທະຫານ, ການປ້ອງກັນຊາດ. ເປັນເຈົ້າການຄົ້ນຄວ້າ, ສະເໜີໃຫ້ພັກ, ລັດ ຫຼາຍແຜນນະໂຍບາຍ, ນະໂຍບາຍໃຫຍ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ທັງໃນຕໍ່ໜ້າ ແລະໄລຍະຍາວ.

ສິ່ງໜຶ່ງທີ່ເຫັນໄດ້ງ່າຍ ແລະສາມາດສັງລວມໄດ້ໂດຍຫຍໍ້ກ່ຽວກັບການເສີມຂະຫຍາຍຄຸນທາດ “ທະຫານລຸງໂຮ່” ໃນປີ 2024 ຂອງກອງທັບ ນັ້ນແມ່ນ: ຕໍ່ໜ້າການຜັນແປທີ່ສັບສົນຂອງສະພາບການ, ທົ່ວກອງທັບ ຍາມໃດກໍ່ຍຶດໝັ້ນ, ສາມັກຄີ, ເປັນເອກະພາບ, ຮັກສາສະຖຽນລະພາບທາງດ້ານການເມືອງ, ບໍ່ມີປະກົດການເສື່ອມຖອຍກ່ຽວກັບແນວຄິດດ້ານການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, “ການຫັນປ່ຽນດ້ວຍຕົນເອງ”, “ການປ່ຽນແປງດ້ວຍຕົນເອງ”; ບັນດາອົງການ, ກົມກອງໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະປະຕິບັດສໍາເລັດພາລະບົດບາດ, ໜ້າທີ່ຢ່າງດີເລີດ; ຄຸນນະພາບສັງລວມ, ກໍາລັງແຮງ, ຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບໄດ້ຮັບການຍົກສູງຂຶ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ນັກຂ່າວ: ເພື່ອສືບຕໍ່ສູ້ຊົນໃຫ້ສົມກັບນາມມະຍົດ “ທະຫານລຸງໂຮ່” ໃນສະພາບການໃໝ່, ໃນໄລຍະຈະມາເຖິງກອງທັບຄວນປະຕິບັດເນື້ອໃນ, ມາດຕະການຫຍັງແດ່, ຂໍຮຽນ ສະຫາຍ?

ທ່ານພົນໂທ ຈິ້ງວັນກວ໊ຽດ: ໃນໄລຍະຈະມາເຖິງ, ສະພາບການໂລກ ແລະພາກພື້ນຈະສືບຕໍ່ມີການປ່ຽນແປງຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ພາຍໃນປະເທດ, ຄຽງຄູ່ກັບຄວາມສະດວກ ແລະກາລະໂອກາດ ເຊິ່ງກິດຈະການປ່ຽນແປງໃໝ່ ແລະການເຊື່ອມໂຍງເຂົ້າກັບສາກົນນຳມາໃຫ້, ພວກເຮົາຍັງປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ; ອິດທິກໍາລັງປໍລະປັກ, ພວກສວຍໂອກາດທາງການເມືອງຢູ່ພາຍໃນ ແລະຕ່າງປະເທດຍັງສືບຕໍ່ຍູ້ແຮງ “ການຫັນປ່ຽນໂດຍສັນຕິ”, ຊຸກຍູ້ “ການຫັນປ່ຽນດ້ວຍຕົນເອງ”, “ການປ່ຽນແປງດ້ວຍຕົນເອງ”, “ປອດການເມືອງ” ໃນກອງທັບດ້ວຍເລ່ລ່ຽມນັບມື້ນັບແນບນຽນ, ໂຫດຫ້ຽມສ້ຽມແຫຼມ. ຄຽງຂ້າງນັ້ນ, ຫຼາຍແຜນນະໂຍບາຍ, ນະໂຍບາຍໃໝ່ທີ່ມີລັກສະນະບຸກທະລຸຂອງພັກ, ລັດ, ໃນນັ້ນມີຂົງເຂດການທະຫານ, ການປ້ອງກັນຊາດ ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຂ້ຽວຂາດ, ວາງອອກຄວາມຮຽກຮ້ອງຕ້ອງການສູງກ່ຽວກັບວຽກງານແນວຄິດ ແລະວຽກງານຈັດຕັ້ງ ແລະວຽກງານນະໂຍບາຍ...

leftcenterrightdel
ປະຊາຊົນເທດສະບານເມືອງຮະຮວ່າ, ແຂວງຟູເຖາະ ສະແດງຄວາມຮັກແພງຕໍ່ນັກຮົບກອງພັນໃຫຍ່ 174, ກອງພົນ 316, ທະຫານເຂດ 2 ໃນຊຸມມື້ທີ່ກົມກອງເຂົ້າຮ່ວມຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 3 ຢູ່ທ້ອງຖິ່ນ. ພາບ: ຟູເຊີນ

ຈາກສະພາບການດັ່ງດ່າວ, ເພື່ອບັນລຸເປົ້າໝາຍກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດໃນທຸກກໍລະນີ, ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການສຳຄັນແຖວໜ້າແມ່ນທົ່ວກອງທັບຕ້ອງເສີມຂະຫຍາຍຄຸນທາດ “ທະຫານລຸງໂຮ່” ໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງກອງທັບເຮົາ.

ອົງຄະນະພັກກອງທັບ ແລະທົ່ວກອງທັບຕ້ອງປະຕິບັດວຽກງານກໍ່ສ້າງ, ປັບປຸງພັກ, ກໍ່ສ້າງອົງຄະນະພັກກອງທັບໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານ; ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ “ທ່າສະໜາມໃນຈິດໃຈປະຊາຊົນ” ຢູ່ແຕ່ລະບໍລິເວນ ແລະທົ່ວປະເທດນັບມື້ນັບໝັ້ນແກ່ນ; ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືສາກົນ ແລະການພົວພັນດ້ານປ້ອງກັນຊາດ.

ທົ່ວກອງທັບ ສືບຕໍ່ປະຕິບັດຂໍ້ສະຫຼຸບເລກທີ 01-KL/TW, ລົງວັນທີ 18 ພຶດສະພາ 2021 ຂອງກົມການເມືອງ ຊຸດທີ XIII ກ່ຽວກັບການສືບຕໍ່ປະຕິບັດຄຳສັ່ງເລກທີ 05-CT/TW, ລົງວັນທີ 15 ພຶດສະພາ 2016 ຂອງກົມການເມືອງ ຊຸດທີ XII “ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານໂຮ່ຈີມິນ”; ມະຕິເລກທີ 847-NQ/QUTW, ລົງວັນທີ 28 ທັນວາ 2021 ຂອງຄະນະພັກການທະຫານສູນກາງ ກ່ຽວກັບການເສີມຂະຫຍາຍຄຸນທາດ “ທະຫານລຸງໂຮ່”, ເດັດດ່ຽວຕ້ານລັດທິສ່ວນຕົວໃນສະພາບການໃໝ່. ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນບຸນໃຫຍ່ຂອງປະເທດໃນປີ 2025, ຈັດຕັ້ງສໍາເລັດກອງປະຊຸມໃຫຍ່ພັກທຸກຂັ້ນໃນກອງທັບ, ມຸ່ງໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ນັກຂ່າວ: ເນື່ອງໃນໂອກາດຕົ້ນປີໃໝ່, ສະຫາຍ ມີອັນໃດແດ່ຢາກສົ່ງເຖິງພະນັກງານ, ນັກຮົບທົ່ວກອງທັບ?

ທ່ານພົນໂທ ຈິ້ງວັນກວ໊ຽດ: ໃນຕະຫຼອດ 80 ປີຜ່ານມາ, ຍົກສູງຄັນທຸງເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ, ເສີມຂະຫຍາຍຄຸນທາດ “ທະຫານລຸງໂຮ່”, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມລຸ້ນຕ່າງໆ ຍາມໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍ, ອຸດົມການຂອງພັກ ແລະການປະຕິວັດ, ຍາມໃດກໍ່ຮ່ວມແຮງຮ່ວມໃຈ, ສ້າງວິລະກຳ, ພ້ອມກັບທົ່ວປວງຊົນ ປະຕິບັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຍາດໄດ້ໄຊຊະນະອັນໃຫຍ່ຫຼວງໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ. ນອກຈາກຜົນປະໂຫຍດຂອງປະເທດຊາດ ແລະຜົນປະໂຫຍດຂອງປະຊາຊົນ, ກອງທັບເຮົາບໍ່ມີຜົນປະໂຫຍດໃດທັງໝົດ; ຄຸນທາດ “ທະຫານລຸງໂຮ່” ຕາມນັ້ນແລ້ວຍາມໃດກໍ່ພັດທະນາ ແລະປະກາຍແສງ.

ເມື່ອຄຸນທາດ “ທະຫານລຸງໂຮ່” ປະກາຍແສງຢູ່ສະເໝີນັ້ນ, ພະນັກງານ, ນັກຮົບສາມັກຄີເປັນຈິດໜຶ່ງໃຈດຽວ, ສູ້ຊົນບືນຕົວຂຶ້ນ, ທົ່ວກອງທັບຈະສືບຕໍ່ສ້າງວິລະກຳ, ຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ສົມເປັນກອງທະຫານປະຕິວັດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ພ້ອມກັບທົ່ວປະເທດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດຢ່າງໝັ້ນຄົງ.

ຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີມະເສັງ 2025, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງພະນັກງານ, ນັກຮົບທຸກຖ້ວນໜ້າ ພ້ອມຄອບຄົວ ຈົ່ງມີຄວາມຜາສຸກ, ສຸຂະພາບແຂງແຮງ ແລະປະສົບຜົນສຳເລັດຢ່າງຈົບງາມ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ