ການນໍາກົມໃຫຍ່ການເມືອງ ຢ້ຽມຢາມ, ອວຍພອນບຸນເຕັດກົມຂົນຂວາຍປະຊາຊົນ ແລະກົມຈັດຈັ້ງ
ກປ.ອອນໄລ - ວັນທີ 23 ມັງກອນ, ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະເສັງ 2025, ທ່ານພົນຕີ ໂດ໋ຊວນຕຸ້ງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດກົມຂົນຂວາຍປະຊາຊົນ ແລະກົມຈັດຕັ້ງ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ).
    |
 |
ທ່ານພົນຕີ ໂດ໋ຊວນຕຸ້ງ ຢ້ຽມຢາມ, ອວຍພອນບຸນເຕັດກົມຂົນຂວາຍປະຊາຊົນ. ພາບ: qdnd.vn |
    |
 |
ທ່ານພົນຕີ ໂດ໋ຊວນຕຸ້ງ ມອບຂອງຂວັນໃຫ້ກົມຂົນຂວາຍປະຊາຊົນ. ພາບ: qdnd.vn |
ມາກວດກາ, ອວຍພອນບຸນເຕັດກົມຂົນຂວາຍປະຊາຊົນ, ທ່ານພົນຕີ ໂດ໋ຊວນຕຸ້ງ ຮັບຮູ້, ຕີລາຄາສູງພະນັກງານ, ພາລະກອນ, ນັກຮົບກົມຂົນຂວາຍປະຊາຊົນ ທີ່ໄດ້ມານະພະຍາຍາມປະຕິບັດສໍາເລັດໜ້າທີ່ໃນປີ 2024, ໃນນັ້ນມີຫຼາຍວຽກຍາກ, ວຽກໃໝ່. ພ້ອມທັງຍົກໃຫ້ເຫັນບາງບັນຫາ, ຂໍ້ຈໍາກັດທີ່ຍັງຄົງຂ້າງ ແລະຮຽກຮ້ອງໃນໄລຍະຈະມາເຖິງ, ກົມຂົນຂວາຍປະຊາຊົນ ຕ້ອງສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ແກ້ໄຂຂໍ້ຈໍາກັດ, ຂໍ້ບົກຜ່ອງຢ່າງທັນການ ແລະຖອດຖອນບົດຮຽນອັນເລິກເຊິ່ງໃນວຽກງານທຸກດ້ານ.
    |
 |
ທ່ານພົນຕີ ໂດ໋ຊວນຕຸ້ງ ຢ້ຽມຢາມ, ອວຍພອນບຸນເຕັດກົມຈັດຕັ້ງ. ພາບ: qdnd.vn |
    |
 |
ທ່ານພົນຕີ ໂດ໋ຊວນຕຸ້ງ ມອບຂອງຂວັນໃຫ້ກົມຈັດຕັ້ງ. ພາບ: qdnd.vn |
ຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບກົມຈັດຕັ້ງ, ທ່ານພົນຕີ ໂດ໋ຊວນຕຸ້ງ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ບັນລຸໄດ້ຂອງກົມຈັດຕັ້ງ ໃນໄລຍະຜ່ານມາ. ເນັ້ນໜັກເຖິງບົດບາດ, ຄວາມສໍາຄັນຂອງວຽກງານກໍ່ສ້າງພັກ, ທ່ານພົນຕີ ໂດ໋ຊວນຕຸ້ງ ຮຽກຮ້ອງໃຫ້ກົມຈັດຕັ້ງ ເປັນເຈົ້າການຄົ້ນຄວ້າລະອຽດສະພາບການ, ບັນດາເອກະສານຊີ້ນໍາຂອງສູນກາງ, ໃກ້ຊິດຕິດແທດກັບໜ້າທີ່ຂອງກອງທັບໃນສະພາບການໃໝ່ ເພື່ອປະຕິບັດວຽກງານເປັນເສນາທິການຍຸດທະສາດ ກ່ຽວກັບການຈັດຕັ້ງກໍ່ສ້າງພັກໃຫ້ດີກວ່າອີກ; ກໍ່ສ້າງຄວາມສາມັກຄີ, ເປັນເອກະພາບພາຍໃນ, ຍົກສູງນໍ້າໃຈເປັນເຈົ້າການ, ປະດິດສ້າງ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ ຢ່າງດີເດັ່ນ...
ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈໍາຊາດປີມະເສັງ 2025, ທ່ານພົນຕີ ໂດ໋ຊວນຕຸ້ງ ມອບຂອງຂວັນຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ບັນດາອົງການ ແລະສົ່ງຄໍາອວຍພອນປີໃໝ່ມາຍັງພະນັກງານ, ພາລະກອນ, ນັກຮົບທຸກຖ້ວຍໜ້າ ພ້ອມດ້ວຍຄອບຄົວ. ພ້ອມທັງຮຽກຮ້ອງໃຫ້ບັນດາອົງການ ຕ້ອງຮັກສາລະບອບປະຈໍາການກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ປະຕິບັດວຽກງານສະກັດກັ້ນ, ຕ້ານອັກຄີໄພໃຫ້ເປັນຢ່າງດີ, ຮັບປະກັນຄວາມປອດໄພໃນອົງການ, ກົມກອງ ແລະຄວາມປອດໄພໃນການຈະລາຈອນໃນໂອກາດບຸນປີໃໝ່ປະຈໍາຊາດ 2025; ຮັບປະກັນໃຫ້ພະນັກງານ, ພາລະກອນ, ນັກຮົບ ຕ້ອນຮັບບຸນເຕັດ ຢ່າງອົບອຸ່ນ, ເບີກບານມ່ວນຊື່ນ, ປອດໄພ, ປະຢັດ.
ໂດຍ: ກວຽດເຕິມ