leftcenterrightdel
ພະນັກງານ, ນັກຮົບກອງເຮືອທະຫານຊາຍແດນ 38 ຊ່ວຍປະຊາຊົນມັດເຮືອໄວ້. ພາບ: ທາວວິງ

ກອງບັນຊາການທະຫານຊາຍແດນໄດ້ຊີ້ນໍາທະຫານຊາຍແດນບັນດາແຂວງສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ກອງບັນຊາການທະຫານແຂວງ, ນະຄອນແຄມທະເລນັບແຕ່ກວາງນິງ ໄປຮອດຝູອຽນ ຢ່າງຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍວຽກງານຮັບມືກັບພາຍຸລູກທີ 3. ບັນດາກົມກອງສືບຕໍ່ຍິງປືນໃຫຍ່ສົ່ງສັນຍານຢູ່ 22 ຈຸດຕາມການກໍານົດຂອງລັດຖະບານ; ແຈ້ງການ, ກວດນັບ, ແນະນໍາໃຫ້ 51.319 ພາຫະນະ/219.913 ຄົນຮູ້ການຜັນແປ, ທິດໄປຂອງພາຍຸລູກທີ 3 ເພື່ອເປັນເຈົ້າການຫຼີກລ້ຽງ, ອອກຈາກເຂດອັນຕະລາຍ. 

ຮອດເວລາ  13 ໂມງຂອງວັນທີ 6 ກັນຍາ, 100% ບັນດາກໍາປັ່ນ, ພາຫະນະນັບແຕ່ແຂວງກວາງນິງ ຮອດແຂວງກວ໋າງຈິ ໃຫ້ໄດ້ມາຈອດໄວ້ຢູ່ທ່າຕ່າງໆ ແລະຈັດຕັ້ງການກວດກາຢ່າງແໜ້ນແຟ້ນຕາມຄໍາສັ່ງຫ້າມອອກທະເລຂອງທ້ອງຖິ່ນຕ່າງໆ. ພ້ອມກັນນັ້ນ ທະຫານຊາຍແດນຍັງໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງທີ່ກ່ຽວຂ້ອງແນະນໍາ, ໜູນຊ່ວຍແຂກທ່ອງທ່ຽວຢູ່ເກາະຕ່າງໆເຂົ້າເຂດດິນຕໍ່ແຜ່ນ (ຫຼືເຂົ້າໄປຍັງເຂດເຮືອນຖາວອນ, ເພື່ອຮັບປະກັນຄວາມປອດໄພຢູ່ບັນດາເກາະ). ມາຮອດຕອນບ່າຍວັນທີ 6 ກັນຍາ, ກອງທັບສາມາດລະດົມພະນັກງານ, ນັກຮົບໄດ້ເກືອບ 458.000 ຄົນ (ທະຫານເວນຍາມ, ທະຫານລາດປ້ອງກັນຕົວ, ທະຫານສໍາຮອງ) ແລະພາຫະນະປະເພດຕ່າງໆກວ່າ 10.100 ຄັນເພື່ອຮັບມືກັບພາຍຸລູກທີ 3.

leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈ່າໂກ໋ ຊ່ວຍປະຊາຊົນເສີມເຮືອນໃຫ້ແໜ້ນໜາ. ພາບ: ດົງງວຽນ

ວັນທີ 6 ກັນຍາ, ຄະນະປະຕິບັດງານຂອງທະຫານເຂດ 3 ໂດຍທ່ານພົນຈັດຕະວາ ຮ່າເຕິດດ້າດ ຮອງຜູ້ບັນຊາການທະຫານເຂດ 3 ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານປ້ອງກັນ, ຕ້ານພາຍຸລູກທີ 3 ຢູ່ບໍລິເວນເມືອງ ເວິນໂດນ (ແຂວງກວາງນິງ). ຍ້ອງຍໍຊົມເຊີຍຈິດໃຈເປັນເຈົ້າການໃນການປ້ອງກັນ, ຕ້ານພາຍຸລູກທີ 3 ຂອງກໍາລັງປະກອບອາວຸດເມືອງເວິນໂດນ, ທ່ານພົນຈັດຕະວາ ຮ່າເຕິດດາດ ຮຽກຮ້ອງໃຫ້ອົງການການທະຫານເມືອງຮັກສາການເວນຍາມຢ່າງເຂັ້ມງວດ, ມີບັນດາມາດຕະການປ້ອງກັນຄວາມປອດໄພໃຫ້ທະຫານ ແລະຄ້າຍທະຫານ, ຫຼຸດຜ່ອນຜົນຮ້າຍໂດຍພາຍຸກໍ່ຂຶນໃຫ້ໜ້ອຍທີ່ສຸດ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງຢູ່ບໍລິເວນໂຄສະນາໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ແລະປະຊາຊົນທຸກຊັ້ນວັນນະມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບລະດັບອັນຕະລາຍຂອງພາຍຸ, ຍົກສູງສະຕິປ້ອງກັນ; ຈັດຕັ້ງກໍາລັງຊ່ວຍປະຊາຊົນຍົກຍ້າຍຈາກເຂດອັນຕະລາຍໄປຍັງເຂດທີ່ປອດໄພ; ກະກຽມກໍາລັງ, ພາຫະນະ, ພື້ນຖານວັດຖຸ, ຮັບປະກັນຄວາມສາມາດເຄື່ອນທີ່, ແກ້ໄຂຢ່າງມີປະສິດທິຜົນບັນດາກໍລະນີໂດຍພາຍຸກໍ່ຂຶນ.

ໂດຍ: ໄຊນີດາ