ຈົດໝາຍສົ່ງເຖິງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ແລະກໍາລັງທະຫານລາດປ້ອງກັນຕົວປະຕິບັດໜ້າທີ່ສະກັດກັ້ນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ຫົວທີ 3.

ບັນດາສະຫາຍທີ່ຮັກແພງທັງຫຼາຍ!

ໃນຊຸມວັນຜ່ານມາ, ພາຍຸ ຫົວທີ 3, ພາຍຸແຮງກວ່າໝູ່ໃນຮອບ 30 ປີຜ່ານມາ, ໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງໃຫ້ບັນດາແຂວງ, ນະຄອນທາງພາກເໜືອ, ພິເສດແມ່ນຫາຍຟ່ອງ, ກວາງນິງ, ຮວ່າບິ່ງ, ບັ໊ກຢາງ, ໄທງວຽນ, ກາວບັງ, ລ້າງເຊີນ, ຟູທໍ້, ອຽນບ໊າຍ, ລາວກາຍ...

leftcenterrightdel
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn

ຕໍ່ໜ້າການຜັນແປຢ່າງສັບສົນຂອງພາຍຸ ຫົວທີ 3, ໂດຍຊາບຊຶມ, ປະຕິບັດຕາມຄໍາສັ່ງຊີ້ນໍາຂອງກົມການເມືອງ, ຄະນະເລຂາທິການ, ລັດຖະບານ, ນາຍົກລັດຖະມົນຕີ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຄຳສັ່ງຂອງຜູ້ບັນຊາການຢ່າງເຂັ້ມງວດ; ພະນັກງານ, ນັກຮົບບັນດາກົມກອງກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວຢູ່ທ້ອງຖິ່ນພາກເໜືອໄດ້ຜັນຂະຫຍາຍມາດຕະການສະກັດກັ້ນ, ຕ້ານພາຍຸຢູ່ກົມກອງ ແລະໃນບໍລິເວນຕັ້ງທັບຢ່າງວ່ອງໄວ; ໂຄສະນາ, ຂົນຂວາຍ, ໜູນຊ່ວຍປະຊາຊົນເຄື່ອນຍ້າຍ; ແນະນໍາໃຫ້ກໍາປັ່ນ, ເຮືອແພ ແລະປະຊາຊົນໄປຍັງເຂດຫຼົບໄພ. ດ້ວຍຈິດໃຈ “ຖືຊີວິດຂອງມະນຸດເປັນສໍາຄັນກ່ອນໝູ່”, “ບ່ອນໃດປະສົບຄວາມຫຍຸ້ງຍາກ, ອັນຕະລາຍ, ບ່ອນນັ້ນມີທະຫານ” ແລະທິດນຳ “4 ຢູ່ກັບທີ່”; ບັນດາສະຫາຍທັງຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ທັງຈັດກຳລັງ, ພາຫະນະ, ມີໜ້າຢູ່ສະຖານທີ່ສຳຄັນ, ຫຍຸ້ງຍາກ, ລຳບາກ ແລະອັນຕະລາຍ, ປະຈັນບານນໍາໜ້າໃນການສະກັດກັ້ນ, ຕ້ານພາຍຸນ້ຳຖ້ວມ, ຊອກຫາກູ້ໄພກູ້ຊີບ, ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ຫົວທີ 3.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ຂ້າພະເຈົ້າ ຂໍຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງຂອງບັນດາສະຫາຍໃນການສະກັດກັ້ນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ຫົວທີ 3. ໃນຊຸມວັນຈະມາເຖິງ, ການຜັນແປພາຍຫຼັງພາຍຸຍັງສັບສົນ, ຄາດເດົາໄດ້ຍາກ; ຊີວິດ ແລະຊັບສິນຂອງປະຊາຊົນສືບຕໍ່ຖືກຂົ່ມຂູ່; ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເຊື່ອໝັ້ນ ແລະຫວັງວ່າບັນດາສະຫາຍຍົກສູງຄຸນນະທາດ, ເຈດຈໍານົງ, ຄວາມຕັດສິນໃຈ, ເສີມຂະຫຍາຍລັດທິວິລະຊົນປະຕິວັດ, ມູນເຊື້ອເດັດດ່ຽວສູ້ຮົບ, ເດັດຂາດມີໄຊຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ, ສາມັກຄີ, ປະສານສົມທົບກັນປົກປັກຮັກສາຄວາມປອດໄພ ຮັບປະກັນຊີວິດ, ຊັບສິນຂອງລັດ ແລະປະຊາຊົນຢ່າງແທ້ຈິງ, ຕັ້ງໜ້າຊ່ວຍເຫຼືອປະຊາຊົນຢູ່ບັນດາແຂວງພາກເໜືອ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຢ່າງທັນການ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິໂດຍໄວ; ພ້ອມທັງຮັບປະກັນຄວາມປອດໄພຢ່າງເດັດຂາດໃນການປະຕິບັດໜ້າທີ່.

ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປອດໄພ ແລະໄຊຊະນະ.

ດ້ວຍຄວາມຮັກແພງ ແລະເດັດຂາດມີໄຊ!

ທ່ານພົນເອກ ຟານວັນຢາງ