ກ່ອນທີ່ເຮັດວຽກກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງຕວຽນກວາງ, ທ່ານພົນໂທ ຈິ້ງວັນກວຽດ ໄດ້ລົງກວດກາບາງເຂດຖືກນ້ຳຖ້ວມຢູ່ຕາແສງມີ້ບັ່ງ (ເມືອງອຽນເຊີນ) ແລະນະຄອນຕວຽນກວາງ; ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະມອບຂອງຂວັນໃຫ້ປະຊາຊົນທີ່ຖືກຜົນກະທົບຈາກພາຍຸ ແລະໄພນໍ້າຖ້ວມ, ທີ່ປະສົບກັບຄວາມຫຍຸ້ງຍາກ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ລົງກວດກາສະພາບຕົວຈິງຢູ່ເຂດຖືກນໍ້າຖ້ວມໃນຕາແສງມີ້ບັ່ງ, ເມືອງ ອຽນເຊີນ. ພາບ: qdnd.vn

ທີ່ການເຮັດວຽກ, ທ່ານພົນໂທ ຈິ້ງວັນກວຽດ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງ ແລະທົ່ວລະບົບການເມືອງຂອງແຂວງຕວຽນກວາງ ສືບຕໍ່ມານະພະຍາຍາມ, ຕັດສິນໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ, ປະຕິບັດທິດນຳ “4 ຢູ່ກັບທີ່”, ໃນນັ້ນຕ້ອງສຸມໃສ່ກູ້ເອົາປະຊາຊົນ, ຕ້ອງຄາດຄະເນບັນດາສະຖານະການ, ບໍ່ໃຫ້ລະເຫຼີງ, ເປັນເຈົ້າການເຄື່ອນຍ້າຍປະຊາຊົນໄປຍັງບ່ອນປອດໄພ, ຕ້ອງຊອກຫາວິທີເພື່ອໄປເຖິງບ່ອນປະຊາຊົນພວມຕົກຢູ່ໂດດດ່ຽວ, ບໍ່ໃຫ້ປະຊາຊົນຖືກອຶດຫິວ, ໜາວຈັດ. ພາຍຫຼັງໄພນ້ຳຖ້ວມ, ຕ້ອງເຮັດວຽກງານປ້ອງກັນ, ຕ້ານໂລກພະຍາດໃຫ້ດີ, ເຮັດອະນາໄມສິ່ງແວດລ້ອມ, ຮັບປະກັນໃຫ້ການເຄື່ອນໄຫວກັບຄືນສູ່ສະພາບປົກກະຕິ, ເປັນຕົ້ນແມ່ນໂຮງຮຽນ, ສະຖານທີ່ປິ່ນປົວພະຍາດ ແລະໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກຢ່າງທັນການ...

ທ່ານພົນໂທ ຈິ້ງວັນກວຽດ ກໍ່ຮຽກຮ້ອງໃຫ້ທະຫານເຂດ 2 ສືບຕໍ່ກະກຽມກຳລັງ, ພາຫະນະເພື່ອຊ່ວຍເຫຼືອປະຊາຊົນເມື່ອມີຄວາມຈຳເປັນ.

ໂດຍ: ຈາງຫງວຽນ