leftcenterrightdel
ທ່ານພົນເອກ ຟານວັນຢາງ ທີ່ສຳນັກງານກະຊວງປ້ອງກັນປະເທດອາເມລິກາ. ພາບ: qdnd.vn

ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາວ່າ ບົນພື້ນຖານເຫັນດີເຫັນພ້ອມລະຫວ່າງລັດຖະມົນຕີ 2 ທ່ານໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການເມື່ອເດືອນ ກໍລະກົດ 2021, ການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະບັນລຸໄດ້ໝາກຜົນແທດຈິງໃນບັນດາຂົງເຂດ: ແລກປ່ຽນຄະນະ, ສົນທະນາ - ປຶກສາຫາລື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA), ...

leftcenterrightdel
ພິທີຕ້ອນຮັບທ່ານລັດຖະມົນຕີ ຟານວັນຢາງ ຢ່າງເປັນທາງການໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin. ພາບ: qdnd.vn

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີຊຸກຍູ້ການພົບປະແລກປ່ຽນຂັ້ນສູງ ແລະຮັກສາບັນດາກົນໄກສົນທະນາ ແລະປຶກສາຫາລືທີ່ມີຢູ່ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມທັງກຳນົດບັນດາຂົງເຂດຮ່ວມມືໃຫ້ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ. ລັດຖະມົນຕີ 2 ທ່ານ ເນັ້ນໜັກສືບຕໍ່ໃຫ້ບຸລິມະສິດແກ່ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ສອງຝ່າຍກໍ່ໄດ້ຊຸກຍູ້ ແລະເຮັດໃຫ້ການຮ່ວມມືໃນບັນດາຂົງເຂດ, ຄື: ຮັກສາສັນຕິພາບ ສປຊ, ບໍາລຸງກໍ່ສ້າງ, ການແພດທະຫານ, ການຊອກຫາ ແລະກູ້ໄພ, ການຊ່ວຍເຫຼືອມະນຸດສະທຳ/ກູ້ຊ່ວຍໄພພິບັດ, ການປຶກສາຫາລື ແລະໜູນຊ່ວຍເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+), ບົນພື້ນຖານເຄົາລົບບົດບາດໃຈກາງ ແລະຫຼັກການເຫັນດີເຫັນພ້ອມຂອງອາຊຽນ...

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn

ສອງຝ່າຍເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດຈະສືບຕໍ່ພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມຂອງພາກພື້ນ ແລະໂລກ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງລະຫວ່າງ ຫວຽດນາມ-ອາເມລິກາ.

leftcenterrightdel
 
leftcenterrightdel
ລັດຖະມົນຕີສອງທ່ານລົງນາມໃນບົດບັນທຶກອັບເດດຖະແຫຼງການວິໄສທັດຮ່ວມຫວຽດນາມ - ອາເມລິກາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ. ພາບ: qdnd.vn

ສິ້ນສຸດການພົບເຈລະຈາ, ລັດຖະມົນຕີສອງທ່ານໄດ້ລົງນາມໃນບົດບັນທຶກອັບເດດຖະແຫຼງການວິໄສທັດຮ່ວມຫວຽດນາມ - ອາເມລິກາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ. ບົດບັນທຶກອັບເດດຖະແຫຼງການວິໄສທັດຮ່ວມ ຫວຽດນາມ - ອາເມລິກາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດແມ່ນຂີດໝາຍໃໝ່ໃນການພົວພັນດ້ານປ້ອງກັນຊາດສອງຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານພົນເອກ ຟານວັນຢາງ ແລະທ່ານລັດຖະມົນຕີ Lloyd Austin ກໍ່ໄດ້ມອບໃຫ້ກັນບັນດາວັດຖຸພັນໃນສົງຄາມ, ຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ແລະທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ.

ໂດຍ: ທະນາພອນ