ຍ້ອນຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມພາຍຫຼັງພາຍຸ Yagi, ຕອນເຊົ້າວັນທີ 10 ກັນຍາ, ນ້ຳແກ່ງນ້ຳຊຸເຮັດໃຫ້ທັງໝູ່ບ້ານນູ, ດ້ວຍ 37 ຄອບຄົວ (158 ຄົນ) ຖືກຈົມໃຕ້ດິນ, ມີຫຼາຍຄົນເສຍຊີວິດ.  17 ຄົນພວມປິ່ນປົວຢູ່ໂຮງໝໍຂັ້ນເມືອງ ແລະຂັ້ນແຂວງ, 77 ຄົນຫາຍສາບສູນ. ນີ້ກໍ່ແມ່ນບ້ານຢູ່ໄກຈາກໃຈກາງ, ຖືກຕົກຢູ່ໂດດດ່ຽວ ແລະບໍ່ມີສັນຍານເພື່ອຕິດຕໍ່ສື່ສານ.

leftcenterrightdel
ພະນັກງານ Viettel ເຄື່ອນຍ້າຍແກ້ໄຂອຸບັດຕິເຫດຢູ່ຕາແສງຝຸກແຄ໊ງ, ເມືອງບ໊າວອຽນ ໃນຍາມກາງຄືນວັນທີ 10 ກັນຍາ. ພາບ: ເຕີມອານ

ບ້ານນູ ນອນຢູ່ເຂດຫ່າງໄກສອກຫຼີກ ແລະຖືກຕົກຢູ່ໃນທ່າໂດດດ່ຽວຍ້ອນພາຍຸ. ທຸກເສັ້ນທາງເຂົ້າເຂດນີ້ລ້ວນແຕ່ຖືກຕັດແຍກ, ໄຟຟ້າບໍ່ມີ, ຕິດຕໍ່ສື່ສານບໍ່ໄດ້. ວຽກງານກູ້ໄພ-ກູ້ຊີບຂອງບັນດາກໍາລັງທີ່ກ່ຽວຂ້ອງຕ້ອງຢຸດຕິຍ້ອນຝົນຕົກແຮງ. ຕໍ່ໜ້າສະພາບການນັ້ນ, Viettel ສາຂາລາວກາຍ ໄດ້ຮັບຄໍາສັ່ງຕ້ອງເຮັດທຸກສິ່ງທຸກຢ່າງເພື່ອໃຫ້ມີສັນຍານຕິດຕໍ່ສື່ສານໂດຍທັນທີໃນຍາມກາງຄືນຢູ່ຕາແສງຝຸກແຄ໊ງ, ເມືອງບ໊າວອຽນ, ຮັບປະກັນມີສັນຍານທົ່ວເຂດຖືກເຊາະເຈື່ອນເພື່ອຮັບໃຊ້ວຽກງານຊີ້ນໍາການກູ້ໄພ-ກູ້ຊີບ. Viettel ສາຂາລາວກາຍ ໄດ້ຈັດກໍາລັງໄປຍັງເຂດຖືກເຊາະເຈື່ອນຢ່າງຮີບດ່ວນ. ຍ້ອຍພູມສາດທຸຸລະກັນດານ, ຕັດແຍກ, ການໄປຍັງບໍລິເວນດັ່ງກ່າວປະສົບກັບຄວາມຫຍຸ້ງຍາກຫຼາຍ. ບັນດາສະມາຊິກໃນໜ່ວຍກູ້ຊີບ ຕ້ອງຂີ່ລົດຈັກ, ຍ່າງໄປ. ພະນັກງານ, ລັດຖະກອນ Viettel ສາຂາເມືອງບ໊າວອຽນ ຊອກໄດ້ທາງໄປທີ່ສາມາດເຂົ້າເຖິງ ແລະກໍານົດບ່ອນຕັ້ງສະຖານີສົ່ງສັນຍານ LCI0156-11. ໃນເງື່ອນໄຂຝົນຕົກໜັກ, ບັນດາພະນັກງານເຕັກນິກຂອງ Viettel ຕິດຕັ້ງສະຖານີສົ່ງສັນຍານຢ່າງຮີບດ່ວນ.

leftcenterrightdel
ຜັນຂະຫຍາຍແບບວິທີເຄື່ອນຍ້າຍ, ຮັບມືກັບອຸບັດຕິເຫດ. ພາບ: ເຕີມອານ

ໂດຍໄດ້ຮູ້ແລ້ວວ່າ, ນີ້ແມ່ນສະຖານີສົ່ງສັນຍານ 4ຈີ ເຕັກໂນໂລຢີຫຼ້າສຸດ, ເປັນຄັ້ງທໍາອິດທີ່ Viettel ຜັນຂະຫຍາຍເພື່ອຮັບໃຊ້ວຽກງານກູ້ໄພ-ກູ້ຊີບ. ຈຸດໂດດເດັ່ນຂອງສະຖານີສົ່ງສັນຍານນີ້ແມ່ນສາມາດສົ່ງໄດ້ໄກກວ່າ, ສົ່ງສັນຍານຂ້າມພູມສັນຖານດີກວ່າເມື່ອທຽບໃສ່ສະຖານີສົ່ງສັນຍານ 4ຈີ ທໍາມະດາຢູ່ຫວຽດນາມ ໃນປະຈຸບັນ. ຮອດເວລາປະມານ 2 ໂມງເຊົ້າວັນທີ 11 ກັນຍາ, ສະຖານີ LCI0156-11 ໄດ້ສົ່ງສັນຍານສໍາເລັດຜົນ, ຮັບປະກັນການຕິດຕໍ່ສື່ສານ, ຮັບໃຊ້ວຽກງານກູ້ໄພ-ກູ້ຊີບຢູ່ເຂດເຊາະເຈື່ອນຮ້າຍແຮງທີ່ສຸດຂອງແຂວງລາວກາຍ.

ໂດຍ: ໄຊນີດາ