ຕອນເຊົ້າວັນທີ 10 ກັນຍາ, ຢູ່ ຮ່າໂນ້ຍ, ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ, ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອ (10 ກັນຍາ 1974 – 10 ກັນຍາ 2024) ແລະຮັບຫຼຽນໄຊໂຮ່ຈີມິນ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເຂົ້າຮ່ວມ ແລະປະດັບຫຼຽນໄຊ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ປະດັບຫຼຽນໄຊໂຮ່ຈີມິນ ໃຫ້ກົມໃຫຍ່ເຕັກນິກ. ພາບ: qdnd.vn

ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຍ້ອງຍໍບັນດາຜົນງານດີເດັ່ນ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດຕໍ່ພາລະກິດແຫ່ງການປະຕິວັດຂອງພັກ ແລະຂອງຊາດໃນຕະຫຼອດໄລຍະ 50 ປີຜ່ານມາ. ທ່ານຊີ້ແຈ້ງວ່າ ໃນສັງກະລາດໃໝ່, ຂະແໜງເຕັກນິກການທະຫານຕ້ອງນຳໜ້າກ່ຽວກັບການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຊີ, ຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງຢູ່ພາຍໃນ ແລະນອກກອງທັບ ເພື່ອຍູ້ແຮງການຄົ້ນຄວ້າພັດທະນາວິທະຍາສາດເຕັກນິກ ແລະເຕັກໂນໂລຊີການທະຫານໃຫ້ສອດຄ່ອງກັບເງື່ອນໄຂພິເສດສະເພາະຂອງຫວຽດນາມ; ກ່ຽມພ້ອມຮັບການຖ່າຍທອດເຕັກໂນໂລຊີກັບບັນດາຄູ່ຮ່ວມມືຕ່າງປະເທດ ເພື່ອສ້າງບາດກ້າວບຸກທະລຸໃນວຽກງານເຕັກນິກການທະຫານ, ພ້ອມທັງຮັບໃຊ້ໜ້າທີ່ຫັນປະເທດຊາດເປັນປະເທດອຸດສາຫະກຳ.

ໂດຍ: ກວຽດເຕິມ