ເຂົ້າຮ່ວມພິທີຕ້ອນຮັບມີທ່ານພັນເອກພິເສດ ຫງວຽນວັນເງິນ ຮອງຫົວໜ້າເສນາທິການທະຫານເຮືອເຂດ 4, ພ້ອມຜູ້ຕາງໜ້າພະແນກພົວພັນຕ່າງປະເທດແຂວງແຄ໊ງຮວ່າ ແລະບາງອົງການທີ່ກ່ຽວຂ້ອງຂອງຫວຽດນາມ. ຝ່າຍ ຈີນ ມີຜູ້ຕາງໜ້າການນໍາສະຖານທູດ, ທີ່ປຶກສາທູດປ້ອງກັນຊາດ ຈີນ ແລະພະນັກງານບາງຄົນຂອງສະຖານທູດຈີນ ປະຈໍາ ຫວຽດນາມ.

leftcenterrightdel
 
leftcenterrightdel
ພິທີຕ້ອນຮັບກອງເຮືອກໍາປັ່ນ 987 ຂອງທະຫານເຮືອ ຈີນ ຢູ່ທ່າກໍາປັ່ນສາກົນກາມແຣງ. ພາບ: qdnd.vn

ໃນເວລາຢ້ຽມຢາມແຂວງແຄ໊ງຮວ່າ ແຕ່ວັນທີ 6 ຫາວັນທີ 9 ກັນຍາ, ກຸ່ມບັນຊາການກອງເຮືອກໍາປັ່ນ 987 ຈະເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ, ການນໍາທະຫານເຮືອເຂດ 4, ແຂ່ງຂັນກິລາ ກັບພະນັກງານ, ນັກຮົບທະຫານເຮືອເຂດ 4. ບັນດາກຸ່ມນາຍທະຫານ ແລະລູກເຮືອເຂົ້າຮ່ວມບາງການເຄື່ອນໄຫວແລກປ່ຽນວິຊາສະເພາະກັບບັນດາກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ. ການຢ້ຽມຢາມເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອສອງປະເທດ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຈີນ ໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ.

ໂດຍ: ໄຊນີດາ