leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: BNG

ສອງຝ່າຍຕີລາຄາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີຫວຽດນາມ - ໄທ ພວມພັດທະນາຢ່າງດີງາມທີ່ສຸດໃນທຸກຂົງເຂດ, ເຫັນດີເປັນເອກະພາບສູງກ່ຽວກັບຫຼາຍທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງເພື່ອປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບ ສະພາບການສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະສັນສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ປັບປຸງຄວາມສາມັກຄີ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະບົດບາດໃຈກາງຂອງອາຊຽນ, ປະກອບສ່ວນເຂົ້າໃນການກໍ່ສ້າງຍຸດທະສາດຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ຢ່າງມີປະສິດທິຜົນ; ເພີ່ມທະວີການສົມທົບກັນ, ເສີມຂະຫຍາຍບົດບາດຂອງສອງປະເທດໃນການ ຊຸກຍູ້ການຮ່ວມມືອະນຸພາກພື້ນ, ຄຸ້ມຄອງ, ພັດທະນາ ແລະນໍາໃຊ້ແຫຼ່ງນໍ້າແມ່ນໍ້າຂອງຢ່າງມີປະສິດທິຜົນ, ຍືນຍົງ, ປະກອບສ່ວນໃຫ້ວິວັດການພັດທະນາລວມຂອງອາຊຽນ, ສອງຝ່າຍຢັ້ງຢືນຄວາມປາດຖະໜາຢາກກໍ່ສ້າງທະເລຕາເວັນອອກໃຫ້ເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ; ຊຸກຍູ້ບັນດາປະເທດເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982); ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ, ສູ້ຊົນບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)  ໂດຍໄວໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.

ໂດຍ: ດັ້ງເກື່ອງ