ຫ້ອງການເມືອງມີໜ້າທີ່ການເມືອງຈຸດສຸມແມ່ນເປັນເສນາທິການຊ່ວຍຄະນະປະຈໍາພັກ, ຫົວໜ້າກອງບັນຊາການທະຫານພິເສດໂດຍກົງ ເພື່ອຊີ້ນໍາ, ນໍາພາດໍາເນີນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໃນທົ່ວເຫຼົ່າຮົບໃຫ້ເປັນຢ່າງດີ. ໄລຍະ 2019-2024, ຫ້ອງການເມືອງໄດ້ເປັນເສນາທິການ, ຜັນຂະຫຍາຍວຽກງານຊາບຊຶມ, ປະຕິບັດບັນດາມະຕິ, ຄໍາສ່ັ່ງ, ຄຳແນະນໍາຂອງຂັ້ນເທິງເປັນຢ່າງດີກ່ຽວກັບວຽກງານການສຶກສາດ້ານການເມືອງ, ຍົກສູງຄຸນນະພາບ, ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ. ອີງໃສ່ສິ່ງດັ່ງກ່າວນັ້ນ, ພະນັກງານ, ສະມາຊິກພັກ, ນັກຮົບຈຶ່ງຊາບຊຶມແນວທາງ, ທັດສະນະຂອງພັກ, ໜ້າທີ່ຂອງການປະຕິວັດ, ໜ້າທີ່ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ໄດ້ຢ່າງເລິກເຊິ່ງ... ຈຸດໃໝ່ແມ່ນບໍາລຸງກໍ່ສ້າງທັກສະໃນການດໍາລົງຊີວິດ; ການເຜີຍແຜ່, ສຶກສາກົດໝາຍ, ເສີມຂະຫຍາຍຄຸນທາດອັນດີງາມຂອງທະຫານລຸງໂຮ່, ທະຫານພິເສດ, ສຶກສາມຸນເຊື້ອໄດ້ຮັບການຍູ້ແຮງດ້ວຍຫຼາຍຮູບການ, ວິທີເຮັດມີຫົວຄິດປະດິດສ້າງ, ມີປະສິດທິຜົນ. ຕິດພັນການປ່ຽນໃໝ່ການສຶກສາດ້ານການເມືອງກັບການຍູ້ແຮງການຮ່ໍ່າຮຽນ ແລະເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດໂຮ່ຈີມິນ ແລະຂະບວນການຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມຮູ້ຄວາມສາມາດ, ສົມກັບນາມມະຍົດທະຫານລຸງໂຮ່” ຍຸກສະໄໝໃໝ່, ສ້າງການຫັນປ່ຽນຢ່າງແຂງແຮງກ່ຽວກັບຄວາມຮັບຮູ້, ສະຕິໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດໃຫ້ພະນັກງານ, ພາລະກອນ, ນັກຮົບໃນທົ່ວເຫຼົ່າຮົບ.

leftcenterrightdel
ຫ້ອງການເມືອງເຫຼົ່າຮົບພິເສດຈັດພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນສອງ, ເດືອນ ມີນາ 2022. ພາບ: ເລືອງດຶກ

ຫ້ອງການເມືອງເປັນເສນາທິການ, ແນະນໍາ, ຈັດຕັ້ງຢ່າງເປັນທາງການບັນດາການເຄື່ອນໄຫວວັດທະນະທໍາ-ສິລະປະ, ເຮັດໃຫ້ຈະແຈ້ງ ແລະແຜ່ຂະຫຍາຍທາດແທ້ຄຸນສົມບັດທະຫານລຸງໂຮ່, ຄຸນນະທາດ, ພູມປັນຍາ, ກຽດສັກສີຂອງນັກຮົບພິເສດ, ປະກອບສ່ວນກໍ່ສ້າງສະພາບແວດລ້ອມວັດທະນະທໍາການທະຫານທີ່ປອດໃສ, ອຸດົມສົມບູນ. ເປັນເຈົ້າການກໍາແໜ້ນ, ຕີລາຄາ ແລະຄາດຄະເນສະພາບການດ້ານແນວຄິດ; ແຈ້ງຂໍ້ມູນການກໍານົດແນວຄິດ ແລະການກະທໍາໃຫ້ພະນັກງານ, ນັກຮົບຕໍ່ບັນດາບັນຫາທີ່ຫາງສຽງສັງຄົມເອົາໃຈໃສ່, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ການຊີ້ນໍາຂອງພັກຢ່າງທັນການ. ພ້ອມທັງ ຕໍ່ສູ້ປ້ອງກັນ, ຕ້ານ “ການຜັນແປໂດຍສັນຕິ”; ປ້ອງກັນ, ຕ້ານ “ການຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ; ປັບປຸງການຕັດສິນໃຈ, ຮັກສາເຈດຈໍານົງຢ່າງໝັ້ນຄົງ, ເຊີດຊູຄວາມຮັບຜິດຊອບ; ສະກັດກັ້ນການຂາດອຸດົມການ, ປະກອບສ່ວນຮັກສາທ່າຮົບດ້ານແນວຄິດໃຫ້ໝັ້ນຄົງຢູ່ໃນແຕ່ລະອົງການ, ກົມກອງສັງກັດ. ຂະບວນການແຂ່ງຂັນເດັດຂາດມີໄຊຂອງເຫຼົ່າຮົບພິເສດ ພິເສດແມ່ນມຸ່ງໄປເຖິງຈຸດສຸມໃນການກໍ່ສ້າງອົງຄະນະພັກໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຄຸນສົມບັດ ແລະພະນັກງານ, ຖືນີ້ແມ່ນປັດໄຈຕັດສິນເຖິງໄຊຊະນະຂອງໜ້າທີ່ການເມືອງຂອງເຫຼົ່າຮົບ. ສະນັ້ນຫ້ອງການເມືອງເຫຼົ່າຮົບຍາມໃດກໍ່ເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະປະຈໍາພັກ, ຫົວໜ້າກອງບັນຊາການທະຫານພິເສດຜັນຂະຫຍາຍຫຼາຍມາດຕະການຍົກສູງຄວາມສາມາດໃນການຊີ້ນໍາ ແລະກໍາລັງຕໍ່ສູ້ຂອງການຈັດຕັ້ງພັກ, ຄຸນນະພາບຂອງຖັນແຖວສະມາຊິກພັກໃຫ້ມີປະສິດທິຜົນ. ໃນນັ້ນ ປະຕິບັດມະຕິ, ບົດສະຫຼຸບຂອງສູນກາງກ່ຽວກັບການກໍ່ສ້າງ, ປັບປຸງພັກຢ່າງມີປະສິດທິຜົນ. ປະຕິບັດຫຼັກການຂອງການຈັດຕັ້ງ ແລະການດໍາເນີນຊີວິດພັກ; ວຽກງານຄຸ້ມຄອງ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມສະມາຊິກພັກ, ເບິ່ງແຍງດູແລຖັນແຖວພະນັກງານກ່ຽວກັບຄຸນທາດ ແລະກຳລັງຄວາມສາມາດໄດ້ເອົາໃຈໃສ່ເປັນພິເສດ. ພະນັກງານ, ສະມາຊິກພັກເປັນຈໍານວນຫຼວງຫຼາຍໄດ້ສະແດງອອກຢ່າງຈະແຈ້ງບົດບາດນໍາໜ້າ, ເປັນແບບຢ່າງ, ກຽມພ້ອມຮັບ ແລະປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ.

ຂະບວນການແຂ່ງຂັນເດັດຂາດມີໄຊໄດ້ຕິດພັນຢ່າງແໜ້ນແຟ້ນກັບຂະບວນການແຂ່ງຂັນ, ການຂົນຂວາຍຂອງທຸກຂັ້ນ, ທຸກຂະແໜງ ການ ແລະການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມະຫາຊົນ, ມີຫຼາຍເນື້ອໃນ, ຮູບການເຄື່ອນໄຫວທີ່ແທດຈິງ, ລະດົມ, ໃຫ້ກໍາລັງໃຈຢ່າງທັນທີ, ປຸກລຸກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ປະດິດສ້າງຂອງສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມ, ເປັນກໍາລັງປະຈັນບານທີ່ແທ້ຈິງໃນຂະບວນການແຂ່ງຂັນຕ່າງໆ, ປະຕິບັດໜ້າທີ່ການເມືອງຂອງກົມກອງຢ່າງມີໄຊ. ຈາກນັ້ນປະກອບສ່ວນຜັນຂະຫຍາຍວຽກງານນະໂຍບາຍ, ວຽກງານແນວຫຼັງກອງທັບ ແລະການເຄື່ອນໄຫວຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ, ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກ, ສ້າງເງື່ອນໄຂສະດວກຊ່ວຍໃຫ້ພະນັກງານ, ນັກຮົບໃນທົ່ວເຫຼົ່າຮົບອຸ່ນອ່ຽນໃຈປະຕິບັດໜ້າທີ່ວຽກງານ.

ດ້ວຍຜົນງານດີເລີດບັນລຸໄດ້ໃນຂະບວນການແຂ່ງຂັນເດັດຂາດມີໄຊໄລຍະ 2019-2024, ຫ້ອງການເມືອງເຫຼົ່າຮົບພິເສດເປັນກຽດ ທີ່ພັກ, ລັດໄດ້ມອບຫຼຽນໄຊປົກປັກຮັກສາປະເທດຊາດຂັ້ນສອງ; ລັດຖະບານ, ກະຊວງປ້ອງກັນປະເທດມອບລາງວັນທຸງແຂ່ງຂັນ; ພະນັກງານ, ນັກຮົບຫ້ອງການເມືອງເຫຼົ່າຮົບພິເສດ ໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ. ອົງຄະນະພັກຫ້ອງການເມືອງ 5 ປີຢ່າງລ່ຽນຕິດ (2019-2023) ບັນລຸຄວາມປອດໃສ, ເຂັ້ມແຂງ, ດີເດັ່ນ; ມີ 85 ໝູ່ຄະນະ, ເກືອບ 300 ບຸກຄົນໄດ້ຍ້ອງຍໍຊົມເຊີຍໃນຂະບວນການແຂ່ງຂັນເດັດຂາດມີໄຊ ແລະຂະບວນການ, ການຂົນຂວາຍຂອງທຸກຂັ້ນ, ທຸກຂະແໜງການ...

ໂດຍ: ໄຊນີດາ