ເນື່ອງໃນໂອກາດນີ້, ນັກຂ່າວໜັງສືພິມກອງທັບປະຊາຊົນ ໄດ້ມີການແລກປ່ຽນກັບທ່ານພັນເອກພິເສດ ຫງວຽນຫງອັກແທງ, ເລຂາພັກ, ຫົວໜ້າການເມືອງກອງພົນນ້ອຍ 434 ກ່ຽວກັບມູນເຊື້ອຂອງກົມກອງ.

ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍ ສາມາດສັງເຂບບາງຈຸດພົ້ນເດັ່ນກ່ຽວກັບມູນເຊື້ອຂອງກອງພົນນ້ອຍໄດ້ບໍ?

ທ່ານພັນເອກພິເສດ ຫງວຽນຫງອັກແທງ: ພາຍຫຼັງໄຊຊະນະປະຫວັດສາດດ້ຽນບຽນຝູ, ຕາມຄວາມຮຽກຮ້ອງຕ້ອງການຂອງກອງທັບ, ຫຼາຍກົມກອງ ສັງກັດເຫຼົ່າຮົບປືນໃຫຍ່ໄດ້ຮັບການສ້າງຕັ້ງ, ໃນນັ້ນມີກອງພັນໃຫຍ່ 63 ດ້ວຍລະຫັດຊື່: “ກອງປືນໃຫຍ່ບັກເຊີນ”. ນີ້ແມ່ນກົມກອງຕົ້ນກໍາເນີດຂອງກອງພົນນ້ອຍ 434. ໃນ 10 ປີທຳອິດຢູ່ພາກເໜືອ, ກົມກອງເປັນກຽດໄດ້ຕ້ອນຮັບລຸງໂຮ່ ແລະພົນເອກ ຫວໍງວຽນຢາບ ມາຢ້ຽມຢາມ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຫງອັກແທງ. ພາບ: qdnd.vn

ໃນໄລຍະສົງຄາມຕ້ານອາເມລິກາ, ກູ້ຊາດ, ກອງພົນນ້ອຍ ໄດ້ເຂົ້າຮ່ວມການສູ້ຮົບຫຼາຍບັ້ນໃນທຸກສະໜາມຮົບ. ພາຍຫຼັງກອງພົນໃຫຍ່ 4 ໄດ້ຮັບການສ້າງຕັ້ງ (ວັນທີ 20 ກໍລະກົດ 1974), ກົມກອງ ຂຶ້ນກັບກອງພົນໃຫຍ່ 4, ເຂົ້າຮ່ວມກຳລັງໄຟຊ່ວຍຕໍ່ສູ້ຕ້ານສັດຕູ, ປົດປ່ອຍເຢົ່າຕ໊ຽງ, ດົ່ງຊວ່າຍ, ລາງ່າ, ດິງກວານ, ຊວນລົກ... ໃນເວລາ 11:30 ໂມງ ຂອງວັນທີ 30 ເມສາ 1975, ພ້ອມກັບບັນດາກົມກອງຂຶ້ນກັບກອງພົນໃຫຍ່ 4, ກອງພົນນ້ອຍໄດ້ມີໜ້າຢູ່ໄຊງ່ອນ ໃນຄວາມເບີກບານມ່ວນຊື່ນໄດ້ຮັບມະຫາໄຊ.

ອາດເວົ້າໄດ້ວ່າ, ໄຊຊະນະອັນສະຫງ່າລາສີຂອງກອງພົນໃຫຍ່ 4 ໃນໄລຍະສຸດທ້າຍຂອງການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດແມ່ນມີການປະກອບສ່ວນຂອງກອງພົນນ້ອຍ 434. ຜ່ານໄລຍະທາງ 70 ປີ, ພະນັກງານ, ນັກຮົບຂອງກອງພົນນ້ອຍ 434 ໄດ້ສ້າງເປັນມູນເຊື້ອອັນສະຫງ່າລາສີ “ສາມັກຄີ-ຕັດສິນໃຈ-ໄປເກັ່ງ-ຕີໄຊຊະນະ”.

ນັກຂ່າວ: ຂໍຮຽນສະຫາຍ, ກອງພົນນ້ອຍໄດ້ໝູນໃຊ້ມູນເຊື້ອດັ່ງກ່າວຄືແນວໃດເຂົ້າໃນການສຶກສາອົບຮົມ, ຝຶກແອບທະຫານ?

ທ່ານພັນເອກພິເສດ ຫງວຽນຫງອັກແທງ: ພະນັກງານ, ນັກຮົບກອງພົນນ້ອຍ 434 ມີຄວາມພາກພູມໃຈເປັນຢ່າງຍິ່ງຕໍ່ບັນດາຜົນງານພົ້ນເດັ່ນຄື: ກົມກອງປືນໃຫຍ່ສຳຮອງທໍາອິດຍິງເຮືອບິນຂອງສັດຕູຕົກດ້ວຍປືນໃຫຍ່ທະຫານປົກ; ກົມກອງປືນໃຫຍ່ສຳຮອງມີກອງພັນປືນໃຫຍ່ປ້ອງກັນອາກາດທຳອິດຍິງເຮືອບິນອາເມລິກາຕົກ;...

leftcenterrightdel
ກອງພົນນ້ອຍ 434 ຍິງລູກປືນແທ້ໃນການຊ້ອມຮົບທ້າຍປີ 2023. ພາບ: ຊວນເກື່ອງ

ສະນັ້ນ, ວຽກງານສຶກສາມູນເຊື້ອໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກຄະນະພັກ, ຜູ້ບັນຊາການກອງພົນນ້ອຍ; ຊີ້ນຳ, ນຳພາເສີມຂະຫຍາຍບັນດາງານທີ່ພົ້ນເດັ່ນນັ້ນ, ປຸກລະດົມຄວາມເອກອ້າງທະນົງໃຈ, ຈິດໃຈ ຮັບຜິດຊອບຂອງພະນັກງານ ແລະນັກຮົບໃນການຝຶກອົບຮົມ, ກຽມພ້ອມສູ້ຮົບ ແລະປະຕິບັດທຸກໜ້າທີ່ວຽກງານ.

ຄະນະພັກ ແລະຜູ້ບັນຊາການທະຫານໄດ້ກຳນົດວ່າ ມູນເຊື້ອແມ່ນກໍາລັງແຮງ ແລະບ່ອນອີງ ເພື່ອໃຫ້ກົມກອງບືນຕົວຂຶ້ນ.

ນັກຂ່າວ: ຈາກການໝູນໃຊ້ນັ້ນ, ຜົນໄດ້ຮັບແມ່ນຫຍັງແດ່, ຂໍຮຽນສະຫາຍ?

ທ່ານພັນເອກພິເສດ ຫງວຽນຫງອັກແທງ: ອາດຈະເວົ້າໄດ້ວ່າ, ເສີມຂະຫຍາຍມູນເຊື້ອຂອງກົມກອງວິລະຊົນ, ກອງພົນນ້ອຍ ບັນລຸໄດ້ບັນດາໝາກຜົນຮອບດ້ານພໍສົມຄວນ. ຂະບວນການແຂ່ງຂັນເດັດຂາດມີໄຊ ແຕ່ລະປີໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ, ຕໍ່ເນື່ອງ, ໃນການເຄື່ອນໄຫວທຸກຢ່າງ. ການແຂ່ງຂັນຈຸດສູງ, ການບຸກໂຈມຕີໄດ້ຈັດຂຶ້ນຢ່າງຟົດຟື້ນ ແລະແທດຈິງ. ຜົນການກວດກາຄວາມຮັບຮູ້ດ້ານການເມືອງປະຈຳປີແມ່ນບັນລຸຄວາມຮຽກຮ້ອງຕ້ອງການ 100%, ໃນນັ້ນມີໄດ້ດີ ແລະເກັ່ງເກືອບ 84%; ຝຶກຊ້ອມຍຸດທະວິທີຍິງລູກປືນແທ້ຖືກຕາມແຜນການ, ຮັບປະກັນຄວາມປອດໄພຢ່າງເດັດຂາດ.

ກອງພົນນ້ອຍຍາມໃດກໍ່ເປັນເຈົ້າການສ້າງແຫຼ່ງສະບຽງອາຫານ ແລະຍົກສູງຄຸນນະພາບການບຳລຸງລ້ຽງທະຫານ. ວຽກງານເຕັກນິກຮັບໃຊ້ໜ້າທີ່ສູນກາງຢ່າງມີປະສິດທິຜົນ. ມີທັດສະນີຍະພາບຂຽວສົດງົດງາມ, ສະອາດ, ສວຍງາມ, ສະພາບແວດລ້ອມວັດທະນະທໍາປອດໄສ; ອາລົມຈິດຂອງພະນັກງານ ແລະນັກຮົບແມ່ນສະໜິດສະໜົມ, ສາມັກຄີ, ເປັນຈິດໜຶ່ງໃຈດຽວສ້າງກົມກອງໝັ້ນຄົງເຂັ້ມແຂງທຸກດ້ານເປັນ “ແບບຢ່າງ ແລະພົ້ນເດັ່ນ” .

ນັກຂ່າວ: ເພື່ອສືບທອດ ແລະເສີມຂະຫຍາຍມູນເຊື້ອ, ໃນໄລຍະຈະມາເຖິງ,  ກົມກອງ ຄວນປະຕິບັດບັນຫາໃດແດ່ໃຫ້ເປັນຢ່າງດີ?

ທ່ານພັນເອກພິເສດ ຫງວຽນຫງອັກແທງ: ຕໍ່ໜ້າຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ”, ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງໃນທຸກສະຖານະການ, ພະນັກງານ, ນັກຮົບແຕ່ລະຄົນຂອງກອງພົນນ້ອຍ ຕ້ອງຍົກສູງຈິດໃຈລະວັງຕົວ, ຮັກສາຄຸນທາດການເມືອງ; ຕັ້ງໜ້າສຶກສາຮໍ່າຮຽນ ແລະຝຶກແອບຍົກສູງລະດັບຄວາມຮູ້, ຄຸນນະພາບສັງລວມ, ກໍາລັງສູ້ຮົບ ແລະຄວາມສາມາດເຄື່ອນທີ່ເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່.

ໃນທຸກສະພາບການ, ພະນັກງານ, ນັກຮົບກອງພົນນ້ອຍ 434 ໄດ້ອອກແຮງແຂ່ງຂັນ, ສູ້ຊົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເສີມສ້າງມູນເຊື້ອອັນດີງາມຂອງກົມກອງວິລະຊົນ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ທະນາພອນ