leftcenterrightdel
ການນຳກອງບັນຊາການທະຫານກອງພົນໃຫຍ່ 12, ກອງພົນ 312 ພ້ອມດ້ວຍການນໍາ, ຜູ້ບັນຊາການກອງພັນໃຫຍ່ 209 ຕ້ອນຮັບທ່ານພົນເອກ ຟານວັນຢາງ ມາຢ້ຽມຢາມ, ກວດກາ ແລະອວຍພອນກົມກອງ. ພາບ: qdnd.vn

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມກວດກາ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ກົມກອງບັນລຸໄດ້ໃນ 8 ເດືອນ; ຮັບຮູ້, ຕີລາຄາສູງຕໍ່ວຽກງານຮັກສາລະບອບເວນຍາມ, ເປັນຕົ້ນແມ່ນໃນວັນບຸນ,  ວັນພັກຂອງພະນັກງານ, ນັກຮົບຂອງກົມກອງ. ຈາກບັນດາໝາກຜົນ, ຜົນງານທີ່ບັນລຸໄດ້, ທ່ານລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກອງພັນໃຫຍ່ 209 ສືບຕໍ່ຮັກສາວຽກງານກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຝຶກແອບວິທີການຕ່າງໆຢ່າງຊຳນິຊຳນານ, ພິເສດແມ່ນໃນໄລຍະວັນພັກ; ຈັດຕັ້ງການຝຶກແອບໃຫ້ຖືກ, ຄົບຕາມເນື້ອໃນ, ລາຍການໃຫ້ບັນດາເປົ້າໝາຍ; ຈັດຕັ້ງການຝຶກຝົນຫຼໍ່ຫຼອມຮ່າງກາຍ, ຫຼີ້ນກິລາຢ່າງເຂັ້ມງວດ ເພື່ອຍົກສູງຄວາມອົດທົນ ແລະຄວາມສາມາດເຄື່ອນຍ້າຍຂອງທະຫານ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບດອກໄມ້ອວຍພອນກອງພັນໃຫຍ່ 209 ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກົມກອງ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຖັນແຖວພະນັກງານ, ຜູ້ບັນຊາທຸກຂັ້ນໃນກົມກອງຕ້ອງໃກ້ຊິດຕິດແທດກັບຮາກຖານ, ສືບຕໍ່ຮ່ຳຮຽນ, ຍົກສູງລະດັບຄວາມຮູ້ໃນທຸກດ້ານ, ພະນັກງານແຕ່ລະຄົນຕ້ອງເປັນແບບຢ່າງທີ່ໃສແຈ້ງໃຫ້ແກ່ພາລະກອນ, ນັກຮົບໃນກົມກອງຮ່ຳຮຽນ ແລະປະຕິບັດຕາມ. ສຳລັບບັນດາລາຍການ, ໂຄງການກໍ່ສ້າງທີ່ກົມກອງພວມຜັນຂະຫຍາຍ, ຈາກຂັ້ນຕອນການກວດກາ, ສຳຫຼວດໂດຍກົງ, ທ່ານ ຟານວັນຢາງ ໄດ້ໃຫ້ຄຳແນະນຳຈຳນວນໜຶ່ງເພື່ອຮຽກຮ້ອງນັກລົງທຶນ, ກົມກອງກໍ່ສ້າງ, ອອກແບບສົມທົບກັນ ເພື່ອປັບປຸງດັດແກ້, ຮັບປະກັນຄຸນນະພາບ, ຄວາມສວຍງາມ, ນຳໃຊ້ຢ່າງມີປະສິດທິຜົນສູງສຸດ.

ເນື່ອງໃນໂອກາດວັນຊາດທີ 2 ກັນຍາ, ກໍ່ກົງກັບໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງພັນໃຫຍ່ 209, ທ່ານພົນເອກ ຟານວັນຢາງ ໄດ້ມອບກະຕ່າດອກໄມ້ສົດໃຫ້ກອງພັນໃຫຍ່ ແລະອວຍພອນພະນັກງານ, ພາລະກອນ, ນັກຮົບກົມກອງຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ.

ໂດຍ: ຈາງຫງວຽນ