ທີ່ການເຮັດວຽກ, ທ່ານພັນເອກພິເສດ ເຈິ່ນຫຶວຢຸ້ງ ແລະບັນດາສະມາຊິກໃນຄະນະ ໄດ້ມີໂອກາດຊອກຮູ້ແຈ້ງກວ່າກ່ຽວກັບປະຫວັດແຫ່ງການກໍາເນີດ ແລະຂະຫຍາຍຕົວ ກໍຄືໜ້າທີ່ຂອງທະຫານເຂດ 4 ໃນປັດຈຸບັນ.

leftcenterrightdel
ທ່ານພັນເອກພິເສດ ເຈິ່ນຫຶວຢຸ້ງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ຕາງໜ້າຄະນະ, ທ່ານພັນເອກພິເສດ ເຈິ່ນຫຶວຢຸ້ງ ໄດ້ແນະນໍາໂດຍຫຍໍ້ກ່ຽວກັບກອງທັບປະຊາຊົນຫວຽດນາມ ກໍຄືວິວັດການຄັດເລືອກ, ກໍ່ສ້າງພະນັກງານ, ນັກຮົບຂອງກອງທັບປະຊາຊົນຫວຽດນາມ. ທ່ານພັນເອກພິເສດ ເຈິ່ນຫຶວຢຸ້ງ ຢັ້ງຢືນວ່າ ໃນໄລຍະຜ່ານມາ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ຮັບການເພີ່ມທະວີ ແລະບັນລຸໝາກຜົນອັນດີງາມຫຼາຍຢ່າງ, ໃນນັ້ນມີການຊອກຫາ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ກໍາປູເຈຍ ກັບຄືນປະເທດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທ່ານພັນເອກພິເສດ ເຈິ່ນຫຶວຢຸ້ງ ຫວັງວ່າ ໃນໄລຍະຈະມາເຖິງ, ກອງທັບສອງປະເທດ ຕ້ອງເພີ່ມທະວີວຽກງານສຶກສາອົບຮົມ, ໂຄສະນາໃຫ້ພະນັກງານ, ນັກຮົບ, ນາຍທະຫານໜຸ່ມ ແລະປະຊາຊົນສອງປະເທດ ກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການຮັດແໜ້ນການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງກອງທັບກວ່າອີກ; ຕໍ່ສູ້ເຮັດໃຫ້ທຸກກົນອຸບາຍ, ເລ່ລ່ຽມມ້າງທໍາລາຍຂອງອິດທິກໍາລັງປໍລະປັກ ທີ່ຫວັງແບ່ງແຍກຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ, ສອງກອງທັບ ຖືກປະລາໄຊ. ພ້ອມທັງ, ແລກປ່ຽນບົດຮຽນ ແລະຮໍ່າຮຽນເຊິ່ງກັນແລະກັນໃນການເພີ່ມທະວີການສຶກສາອົບຮົມຍົກສູງຄຸນທາດການເມືອງ, ສະຕິລະວັງຕົວ, ປັບປຸງສະໜາມຮົບດ້ານແນວຄິດອັນໝັ້ນແກ່ນໃຫ້ຖັນແຖວນາຍທະຫານໜຸ່ມໃນກອງທັບປະຊາຊົນຫວຽດນາມ ແລະກອງທັບແຫ່ງລາຊະອານາຈັກ ກໍາປູເຈຍ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ, ເຮັດໃຫ້ການພົວພັນລະຫວ່າງກອງທັບສອງປະເທດ ນັບມື້ນັບສາມັກຄີ, ສະໜິດຕິດພັນ ເພື່ອຜົນປະໂຫຍດ ແລະການພັດທະນາຂອງແຕ່ລະປະເທດ.

leftcenterrightdel
ທ່ານພັນເອກພິເສດ ເຈິ່ນຫຶວຢຸ້ງ ມອບຂອງຂວັນໃຫ້ທ່ານພົນເອກ Pov Heng. ພາບ: qdnd.vn

ສ່ວນທ່ານພົນເອກ Pov Heng ຮອງຜູ້ບັນຊາການທະຫານເຂດ 4 ກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ ຕີລາຄາວ່າ ລາຍການພົບປະແລກປ່ຽນນາຍທະຫານ ໜຸ່ມ ຫວຽດນາມ-ກໍາປູເຈຍ ແມ່ນພະຍານຫຼັກຖານເພື່ອຫັນລາຍການຮ່ວມມືດ້ານ ປ້ອງກັນຊາດລະຫວ່າງສອງປະເທດ ໃຫ້ປະກົດຜົນເປັນຈິງ, ສະແດງໃຫ້ເຫັນຄວາມ  ເອົາໃຈໃສ່, ຄວາມເຊື່ອໝັ້ນອັນໃຫຍ່ຫຼວງຕໍ່ຮຸ່ນໜຸ່ມຂອງການນໍາກະຊວງປ້ອງກັນປະ ເທດສອງປະເທດ, ສ້າງໂອກາດ ເພື່ອໃຫ້ນາຍທະຫານໜຸ່ມສອງປະເທດ ໄດ້ພົບປະ, ແລກປ່ຽນບົດຮຽນ ກໍຄື ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າລາສີຂອງສອງປະເທດ ຫວຽດນາມ-ກໍາປູເຈຍ. ທ່ານພົນເອກ Pov Heng ສະເໜີ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮ່ວມແຮງຮ່ວມໃຈຮັກສາ ແລະເພີ່ມພູນຄູນສ້າງຄວາມສາມັກຄີມິດ ຕະພາບ ຫວຽດນາມ-ກໍາປູເຈຍ ໃຫ້ຍືນຍົງຕະຫຼອດໄປ ເພື່ອຜົນປະໂຫຍດຂອງປະ ຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບ, ຄະນະ ຍັງໄດ້ໄປຢ້ຽມຢາມວິທະ ຍາຄານທະຫານບົກ, ສູນຝຶກແອບທະຫານບົກ, ສະໜາມຮົບ 479, ເຂົ້າຮ່ວມການ ແຂ່ງຂັນບານສົ່ງມິດຕະພາບ...

ໂດຍ: ໄຊຊະນະ