ທີ່ການພົບປະ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຜູ້ຕາງໜ້າຝ່າຍຝຣັ່ງ ແບ່ງປັນວ່າ ໃນໄລຍະຜ່ານມາການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຝຣັ່ງ ໄດ້ຮັບການຊຸກຍູ້ຈາກການນຳຂອງສອງຝ່າຍ ແລະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຕາມທິດແທດຈິງ, ມີປະສິດທິຜົນ, ສຸມໃສ່ບັນດາຂົງເຂດ, ຄື: ການສຶກສາກໍ່ສ້າງ, ເສນາຮັກ, ການຮັກສາສັນຕິພາບຂອງ ສປຊ, ຄວາມຊົງຈຳປະຫວັດສາດ ແລະອຸດສາຫະກຳປ້ອງກັນຊາດ.

leftcenterrightdel
ທ່ານພົນໂທ ຟຸ່ງສີ້ເຕິນ ພົບປະກັບທ່ານພົນຕີ Eric Peltier. ພາບ: qdnd.vn

ທ່ານພົນໂທ ຟຸ່ງສີ້ເຕິນ ຂອບອົກຂອບໃຈກະຊວງກອງທັບຝຣັ່ງ, ຄະນະຈັດຕັ້ງງານວາງສະແດງ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຢ່າງອົບອຸ່ນ, ສົມກຽດ; ສະເໜີໃຫ້ບັນດາອົງການຂອງກະຊວງກອງທັບ ຝຣັ່ງ ສະໜັບສະໜູນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດປ້ອງກັນປະເທດ ຝຣັ່ງ ສືບຕໍ່ຈົດທະບຽນ, ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 2 ທີ່ຈັດຂຶ້ນໃນເດືອນ ທັນວາ 2024 ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ.

ຜູ້ຕາງໜ້າບັນດາການນຳກະຊວງກອງທັບຝຣັ່ງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ, ພາຍຫຼັງການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີກະຊວງກອງທັບ ຝຣັ່ງ ໃນເດືອນ ພຶດສະພາ 2024 ຈະສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດເວົ້າລວມ, ການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດເວົ້າສະເພາະ, ໃນນັ້ນມີການສົມທົບກັນຈັດຕັ້ງເວທີປາໄສອຸດສາຫະກຳປ້ອງກັນຊາດ ຫວຽດນາມ - ຝຣັ່ງ ແລະແຕ່ງຕັ້ງບັນດາຜູ້ຕາງໜ້າ, ວິສາຫະກິດປ້ອງກັນຊາດຝຣັ່ງ ເຂົ້າຮ່ວມງານວາງສະແດງສາກົນປ້ອງກັນຊາດຫວຽດນາມ ປີ 2024.

ໃນຂອບເຂດການເຂົ້າຮ່ວມງານວາງສະແດງ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢ້ຽມຢາມ ແລະເຮັດວຽກກັບສະຖານທູດຫວຽດນາມ ປະຈຳຝຣັ່ງ ແລະສືບຕໍ່ຢ້ຽມຢາມຮ້ານວາງສະແດງຈຳນວນໜຶ່ງຢູ່ງານວາງສະແດງ.

ໂດຍ: ຈາງຫງວຽນ