ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານພັນເອກພິເສດ ເລວັນດົງ, ຮອງຫົວໜ້າກົມການແພດທະຫານ, ກົມໃຫຍ່ພາລະທິການ ເນັ້ນໜັກວ່າ: ການຮ່ວມມືດ້ານການແພດທະຫານແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນການພົວພັນດ້ານປ້ອງກັນຊາດຫວຽດນາມ-ລາວ, ແມ່ນຫຼັກຖານພະຍານສະແດງໃຫ້ເຫັນການຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງປະເທດເວົ້າລວມ, ກອງທັບສອງປະເທດເວົ້າສະເພາະ, ແມ່ນການຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອຍົກສູງຄວາມສາມາດໃນການປິ່ນປົວ ແລະຮັກສາສຸຂະພາບໃຫ້ພົນທະຫານສອງປະເທດ.

leftcenterrightdel
ທ່ານພັນເອກພິເສດ ເລວັນດົງ ມອບສັນຍາລັກອຸປະກອນການແພດໃຫ້ແກ່ພັນເອກ ວົງໄຊ ອິນທະຄຳ. ພາບ: qdnd.vn

ຂະແໜງການແພດທະຫານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງແກ່ການປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍລາວ ໃນການຈັດຕັ້ງບັນດາເຫດການທະຫານ - ການປ້ອງກັນຊາດອາຊຽນ 2024 ໃນຂົງເຂດການແພດທະຫານ. ເນື່ອງໃນໂອກາດນີ້, ທ່ານພັນເອກພິເສດ ເລວັນດົງ ປາດຖະໜາວ່າ ກະຊວງປ້ອງກັນປະເທດ ສອງປະເທດເວົ້າລວມ, ຂະແໜງການແພດທະຫານຫວຽດນາມ - ລາວ ເວົ້າສະເພາະ ຈະເສີມຂະຫຍາຍບັນດາໝາກຜົນອັນດີງາມທີ່ບັນລຸໄດ້ ແລະເປີດກວ້າງການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ.

ສ່ວນທ່ານພັນເອກ ວົງໄຊ ອິນທະຄຳ, ທີ່ປຶກສາປ້ອງກັນຊາດລາວ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊ່ວຍເຫຼືອກະຊວງປ້ອງກັນປະເທດລາວ ຢ່າງບໍ່ຢຸດຢັ້ງທັງດ້ານຈິດໃຈ ແລະວັດຖຸ, ສະແດງໃຫ້ເຫັນອາລົມຈິດສະໜິດຕິດພັນຮັກແພງກັນ. ທ່ານພັນເອກ ວົງໄຊ ອິນທະຄໍາ ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານອາຊຽນ 2024; ຢືນຢັນວ່າ ຈະນຳໃຊ້ອຸປະກອນດັ່ງກ່າວຢ່າງມີປະສິດທິຜົນທີ່ສຸດ.

ໂດຍ: ໄຊນີດາ