ພາຍຫຼັງຖະຫວາຍທູບທຽນຢູ່ວິຫານລຸງໂຮ່, ອະລຸສາວະລີບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ວິຫານ ເຈິ່ນຮຶງດ໋າວ, ວັດ ແບກລອງ ແລະກວດກາວຽກງານເວນຍາມກຽມພ້ອມສູ້ຮົບຂອງບັນດາກົມກອງປະຕິບັດໜ້າທີ່ຢູ່ເກາະແບກລອງວີ, ໂອ້ລົມກັບຄະນະພັກ, ອຳນາດການປົກຄອງ, ປະຊາຊົນ ແລະພະນັກງານ, ນັກຮົບ, ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ: ແບກລອງວີ ດ້ວຍເງື່ອນໄຂທຳມະຊາດຫຼາຍຮູບຫຼາຍແບບ, ແມ່ນເມືອງເກາະຫ່າງໄກສອກຫຼີກທີ່ສຸດຢູ່ອ່າວພາກເໜືອ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ພາຍໃຕ້ການຊີ້ນຳນຳພາຂອງຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ,  ອົງຄະນະພັກ, ອໍານາດການປົກຄອງ, ທະຫານ ແລະປະຊາຊົນເມືອງເກາະ ໄດ້ຍົກສູງນ້ຳໃຈສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສຸມໃສ່ຜັນຂະຫຍາຍການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມສົມທົບກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ກັບປະຊາຊົນເມືອງເກາະ ແບກລອງວີ. ພາບ: ຮວ່າຈູງດາມ

ພິເສດ, ວຽກງານກໍ່ສ້າງພັກ, ສ້າງອໍານາດການປົກຄອງ, ຂົນຂວາຍປະຊາຊົນໄດ້ຮັບຄວາມເອົາໃສ່ເປັນພິເສດ; ກໍາລັງແຮງກຸ່ມກ້ອນມະຫາສາມັກຄີໃນທົ່ວປວງຊົນ, ຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນໄດ້ຮັບການເພີ່ມທະວີ;... ວຽກງານການທະຫານ, ການປ້ອງກັນຊາດທ້ອງຖິ່ນໄດ້ຮັບຄວາມເອົາໃຈໃສ່, ກໍ່ສ້າງເມືອງແບກລອງວີ ໃຫ້ເປັນເຂດປ້ອງກັນອັນໝັ້ນແກ່ນ, ປະກອບສ່ວນປົກປັກຮັກສາອະທິປະໄຕເຂດນ່ານຟ້າ, ທະເລ, ໝູ່ເກາະອັນສັກສິດຂອງປະເທດ; ຈັດຕັ້ງການຝຶກຊ້ອມປ້ອງກັນ ແລະຕ້ານໄພທຳມະຊາດ ແລະຊອກຫາ ແລະກູ້ໄພໃນປີ 2024; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ,...

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ກວດກາກົມກອງເຮັດໜ້າທີ່ກຽມພ້ອມສູ້ຮົບຢູ່ເມືອງເກາະ ແບກລອງວີ. ພາບ: ຮວ່າຈູງດາມ

ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຮຽກຮ້ອງໃຫ້ນະຄອນຫາຍຟ່ອງ ເວົ້າລວມ ແລະເມືອງເກາະ ແບກລອງວີ ເວົ້າສະເພາະສືບຕໍ່ຊາບຊຶມ, ປະຕິບັດມະຕິກອງປະຊຸມໃຫ້ ຄັ້ງທີ XIII ຂອງພັກ, ມະຕິເລກທີ 45 ຂອງກົມການເມືອງວ່າດ້ວຍການສ້າງ ແລະພັດທະນານະຄອນຫາຍຟ່ອງມາຮອດປີ 2030, ວິໄສທັດຮອດປີ 2045; ການຊີ້ນໍາຂອງທະຫານເຂດ 3 ໃນການກໍ່ສ້າງທ່າຮົບ, ເຂດປ້ອງກັນຊາດຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງບັນດາຂະແໜງການ, ຂັ້ນ ແລະພົນລະເມືອງ ແລະປະຊາຊົນຢູ່ເກາະໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການພັດທະນາເສດຖະກິດ-ສັງຄົມດ້ວຍການເພີ່ມເຕີມການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ບໍ່ມີການພັດທະນາເສດຖະກິດຢູ່ໃນຄ່າໃຊ້ຈ່າຍທັງໝົດ.

leftcenterrightdel
ປະຊາຊົນ, ນ້ອງນັກຮຽນເມືອງເກາະແບກລອງວີ ຕ້ອນຮັບລັດຖະມົນຕີ ຟານວັນຢາງ ແລະຄະນະປະຕິບັດງານ. ພາບ: ຮວ່າຈູງດາມ

ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ: ກອງທັບ ແລະປະຊາຊົນເມືອງເກາະຕ້ອງເປັນກຸ່ມກ້ອນມະຫາສາມັກຄີເປັນເອກະພາບ, ມີຄວາມອຸ່ນອ່ຽງໃຈ, ພ້ອມກັນກໍ່ສ້າງ, ປົກປັກຮັກສາ ແລະພັດທະນາເມືອງເກາະໃຫ້ຮັ່ງມີ, ສວຍງາມ, ປະກອບສ່ວນກໍ່ສ້າງນະຄອນ ຫາຍຟ່ອງ ເປັນກຳລັງໜູນພັດທະນາຂອງພາກເໜືອ ແລະທົ່ວປະເທດ, ແມ່ນໃຈກາງເສດຖະກິດທະເລ, ຕາມມະຕິເລກທີ 45 ຂອງກົມການເມືອງ. ສຸມໃສ່ກໍ່ສ້າງອົງຄະນະພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຖັນແຖວພະນັກງານ , ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄຸນສົມບັດ ແລະຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ທີ່ໄດ້ຮັບມອບໝາຍ;...

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ຢ້ຽມຢາມ, ເຮັດວຽກຢູ່ຄ້າຍທະຫານຊາຍແດນເກາະເຈິ່ນ, ທະຫານຊາຍແດນແຂວງກວາງນິງ. ພາບ: ຮວ່າຈູງດາມ
leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານຢ້ຽມຢາມເກາະເຈິ່ນ, ເມືອງ ໂກໂຕ, ແຂວງກວາງນິງ. ພາບ: ຮວ່າຈູງດາມ

* ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີ ຟານວັນຢາງ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ເກາະ ເຈິ່ນ ເມືອງ ໂກໂຕ, ແຂວງ ກວາງນິງ. ພາຍຫຼັງການຢ້ຽມຢາມ ແລະລະດົມກໍາລັງໃຈບາງກົມກອງ, ພະນັກງານ, ປະຊາຊົນຢູ່ເກາະ ແລະໄດ້ຮັບຟັງທ່ານ ຫງວຽນຊວນກີ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງກວາງນິງ ແລະການນຳເມືອງໂກໂຕ ລາຍງານ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ກ່າວຄຳເຫັນ, ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນທີ່ກອງທັບ ແລະປະຊາຊົນຢູ່ເກາະ ເຈິ່ນ ແລະເມືອງໂກໂຕ ເວົ້າສະເພາະ ແລະແຂວງກວາງນິງ ເວົ້າລວມ ບັນລຸໄດ້ໃນໄລຍະຜ່ານມາ.

ໂດຍ: ໄຊນີດາ