ລາຍການນອນໃນແຜນການຂອງກົມໃຫຍ່ການເມືອງກ່ຽວກັບການຈັດຕັ້ງກອງປະຊຸມຕີລາຄາ 3 ປີແຫ່ງການປະຕິບັດບົດສະຫຼຸບ ເລກທີ 01-KL/TW ລົງວັນທີ 18 ພຶດສະພາ 2021 ຂອງກົມການເມືອງ ວ່າດ້ວຍການສືບຕໍ່ປະຕິບັດຄໍາສັ່ງ ເລກທີ 05-CT/TW ວ່າດ້ວຍການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ ແລະ  2 ປີແຫ່ງການປະຕິບັດ ມະຕິເລກທີ 847-NQ/QUTW ລົງວັນທີ 28 ທັນວາ 2021 ຂອງຄະນະພັກການທະຫານສູນກາງວ່າດ້ວຍການເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ເດັດດ່ຽວຕ້ານລັດທິສ່ວນຕົວໃນສະພາບການໃໝ່ ແລະບັນດາການເຄື່ອນໄຫວແຂ່ງຂັນສ້າງຜົນງານສູງສຸດ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນປະຕິວັດເດືອນສິງຫາ ປະສົບຜົນສຳເລັດ ແລະວັນຊາດທີ 2 ກັນຍາ, 80 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນທົ່ວປວງຊົນ ປ້ອງກັນຊາດ.

leftcenterrightdel
ພົນເອກ ຟານວັນຢາງ, ພົນໂທ ຈິ້ງວັນກວຽດ ແລະບັນດາຜູ້ແທນເຂົ້າຮ່ວມລາຍການພົບປະແລກປ່ຽນ. ພາບ: qdnd.vn

ພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະຊີ້ນໍາລາຍການ. ເຂົ້າຮ່ວມລາຍການຍັງມີທ່ານພົນໂທ ຈິ້ງວັນກວຽດ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

ລາຍການພົບປະແລກປ່ຽນ ໄດ້ແບ່ງເປັນ 3 ພາກ: ພິຊິດ; ເມົາມົວຫຼົງໄຫຼ; ເຊື່ອມຕໍ່ດວງໃຈ. ເນື້ອໃນການພົບປະແລກປ່ຽນກັບໝູ່ຄະນະ, ບຸກຄົນແບບຢ່າງໃນການປະຕິບັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ; ວຽກງານຄົນຄວ້າວິທະຍາສາດ,  ປະດິດສ້າງ, ດັດແປງເຕັກນິກ, ອອກແຮງງານທໍາການຜະລິດ ແລະໃນວຽກງານຂົນຂວາຍປະຊາຊົນ, ເຮັດໜ້າທີ່ສາກົນ.

leftcenterrightdel
ພັນຕີ ຫງວຽນວັນກວກຈີ້, ແພດທະຫານ ຄ້າຍທະຫານອາຊານ, ທະຫານຊາຍແດນແຂວງກວ໋າງນາມ ແບ່ງປັນຄວາມປາດຖະໜາຂອງຕົວເອງໃນວິວັດການຊ່ວຍເຫຼືອປະຊາຊົນ. ພາບ: qdnd.vn

ທີ່ລາຍການ, ຜູ້ຊົມໄດ້ຮັບຟັງບັນດາເລື່ອງລາວທີ່ສະເທືອນໃຈ, ສັດຊື່ຈິງໃຈກ່ຽວກັບຄວາມບຸກບືນ, ມານະພະຍາຍາມ, ຈິດໃຈທີ່ມີຄວາມປະເອີບໃຈຜ່ານຜ່າຄວາມຫຍຸ້ງຍາກ, ເອົາຊະນະຕົວເອງຂອງບັນດາແບບຢ່າງໃນການປະຕິບັດໜ້າທີ່; ບັນດາຄວາມນຶກຄິດ, ເປີດເຜີຍຄວາມໃນໃຈ, ການແບ່ງປັນ, ຄວາມສຸດໃຈ, ຄວາມຄາດຫວັງຢາກອຸທິດຂອງບັນດາແບບຢ່າງໃນການຮໍ່າຮຽນ ແລະປະຕິບັດຕາມ ລຸງໂຮ່...

leftcenterrightdel
ພົນເອກ ຟານວັນຢາງ, ພົນໂທ ຈິ້ງວັນກວຽດ ແລະບັນດາຜູ້ແທນມອບຊໍ່ດອກໄມ້ໃຫ້ນັກສິລະປິນໃນລາຍການ. ພາບ: qdnd.vn

ໃນລາຍການ, ຜູ້ຊົມຍັງໄດ້ຮັບຊົມບັນດາບົດສາລະຄະດີທີ່ບັນທຶກຮູບພາບທີ່ສັດຊື່ຈິງໃຈກ່ຽວກັບການດໍາລົງຊີວິດ, ດໍາເນີນຊີວິດ, ເຮັດວຽກຂອງນາຍທະຫານ, ແພດທະຫານຂອງກອງທັບປະຊາຊົນຫວຽດນາມ ໃນກໍາລັງຮັກສາສັນຕິພາບ ສປຊ. ເຖິງວ່າ ເຮັດໜ້າທີ່ຢູ່ຖິ່ນແດນໄກ, ແຕ່ພາລະບົດບາດເປັນກອງທະຫານອອກແຮງງານທໍາການຜະລິດຍັງໄດ້ຮັບການເສີມຂະຫຍາຍ, ພະຍາຍາມຈາກນາຍທະຫານຫວຽດນາມ. ບັນດາຄໍາຂອບໃຈຈາກປະຊາຊົນເຂດ Abyei ທີ່ສະຫງວນໃຫ້ກອງຊ່າງແສງ ເລກ 1, ເຖິງ ທ່ານພັນເອກພິເສດ ມາກດຶກຈ້ອງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ, ອະດີດຫົວໜ້າກອງຊ່າງແສງ ເລກ 1 ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາທີ່ສຸດ. ຄວາມແຂງແຮງທໍ່ກັບທະຫານຊາຍ, ທະຫານຍິງ ກໍຢັ້ງຢືນຄຸນທາດ, ຄວາມເຊື່ອໝັ້ນຕົນເອງ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ ໃນທຸກເງື່ອນໄຂ, ທຸກສະຖານະການ. ຮ້ອຍເອກພິເສດ ຫວູເຍິດເຮືອງ ຫ້ອງຮ່ວມມືສາກົນ, ກົມຮັກສາສັນຕິພາບຫວຽດນາມ ແມ່ນຫຼັກຖານພະຍານໜຶ່ງ. ລາວ ໄດ້ປະເຊີນໜ້າ ແລະຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສໍາເລັດໜ້າທີ່ຂອງນາຍທະຫານສື່ສານຍິງຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ສາທາລະນະລັດ ອາຟຣີກາກາງ ໃນອາຍຸການທີ່ແກ່ຍາວເຖິງ 379 ວັນ, ເຊິ່ງໄດ້ສ້າງຄວາມປະທັບໃຈອັນດີງາມກັບເພື່ອນຮ່ວມອາຊີບ ແລະຜູ້ບັນຊາຄະນະປະຕິບັດງານ...

ໂດຍ: ໄຊຊະນະ