ບົນພື້ນຖານອຸດົມຄະຕິທີ່ສະຕິຄວາມຮູ້ທີ່ຈະແຈ້ງ, ມີຄວາມໝັ້ນຄົງດ້ານການເມືອງ ແລະເຈດຈໍານົງຕັດສິນໃຈສູງ, ທະຫານຊາຍແດນນະຄອນ ໄດ້ປະຕິບັດຂະບວນການແຂ່ງຂັນຢ່າງມີປະສິດທິຜົນ ແລະຮອບດ້ານ, ປະຕິບັດສຳເລັດທຸກໜ້າທີ່ເປັນຢ່າງດີ, ພິເສດແມ່ນໜ້າທີ່ປົກປັກຮັກສາອະທິປະໄຕ, ໝັ້ນຄົງທາງທະເລ, ດ່ານຊາຍແດນທ່າກໍາປັ່ນ; ການຝຶກແອບ, ກຽມພ້ອມສູ້ຮົບ, ຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກຳ, ປົກປັກຮັກສາຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນທາງທະເລ.

ໂດຍຮັບຮູ້ຢ່າງຖືກຕ້ອງ ແລະຄົບຖ້ວນກ່ຽວກັບທີ່ຕັ້ງ ແລະພາລະບົດບາດຂອງວຽກງານແຂ່ງຂັນ, ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ, ຄະນະພັກ, ກອງບັນຊາການທະຫານຊາຍແດນນະຄອນ ໄດ້ຊາບຊຶມ, ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ ແລະມີປະສິດທິຜົນບັນດາຄໍາສັ່ງຊີ້ນໍາ ແລະມະຕິຂອງຂັ້ນເທິງກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ; ສຸມໃສ່ນຳພາປະຕິບັດທຸກຂອດເປັນຢ່າງດີ.

leftcenterrightdel
ທະຫານຊາຍແດນນະຄອນໂຮ່ຈີມິນ ເຂົ້າຮ່ວມການໜູນຊ່ວຍກໍ່ສ້າງບັນດາໂຄງການຮັບປະກັນສັງຄົມຢູ່ເມືອງເກິ່ນເຢີ. ພາບ: ກ໊ຽມຮຸຍ

ຄະນະພັກ ແລະກອງບັນຊາການທະຫານຊາຍແດນນະຄອນ ໄດ້ຫັນເປັນລະອຽດ, ວາງອອກແຜນນະໂຍບາຍ, ມາດຕະການດໍາເນີນວຽກງານແຂ່ງຂັນ-ຍ້ອງຍໍ ຢ່າງເໝາະສົມ ແລະໃກ້ຊິດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. ເນື້ອໃນ ແລະຄາດໝາຍແຂ່ງຂັນຢ່າງຮອບດ້ານ, ໃນນັ້ນ ສຸມໃສ່ກໍ່ສ້າງອົງການຈັດຕັ້ງພັກ ແລະອົງການຈັດຕັ້ງບັນຊາການໃຫ້ເຂັ້ມແຂງ, ຍົກສູງຄຸນນະພາບ, ປະສິດທິຜົນ ແລະປະສິດທິພາບໃນການຊີ້ນໍານຳພາ. ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມເພື່ອຍົກສູງຄວາມຮັບຮູ້ ແລະປຸກລະດົມຄວາມຮັບຜິດຊອບຂອງພະນັກງານ, ນັກຮົບໃນການແຂ່ງຂັນ,  ຜ່ານນັ້ນ ມີຫຼາຍແບບຢ່າງໝູ່ຄະນະ ແລະບຸກຄົນທີ່ພົ້ນເດັ່ນກ້າວໜ້າ.

ໃນຊຸມປີຜ່ານມາ, ຂະບວນການແຂ່ງຂັນປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງເຂດຊາຍແດນທາງທະເລ ແລະດ່ານຊາຍແດນທ່າກຳປັ່ນ; ການຝຶກແອບກຽມພ້ອມສູ້ຮົບ, ກໍ່ສ້າງກໍາລັງຫຼວງ ແລະປະຕິບັດລະບຽບວິໄນ ເຊິ່ງໄດ້ຄະນະພັກ, ກອງບັນຊາການທະຫານຊາຍແດນນະຄອນ ນຳພາ ແລະຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ບັນລຸໄດ້ໝາກຜົນແທດຈິງ. ພົ້ນເດັ່ນແມ່ນ: ເປັນເສນາທິການໃຫ້ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນປະຕິບັດການຄຸ້ມຄອງແຫ່ງລັດກ່ຽວກັບຊາຍແດນແຫ່ງຊາດຢ່າງມີປະສິດທິຜົນ; ປະຕິບັດຄຳສັ່ງຊີ້ນໍາ, ຄຳສັ່ງ, ແຜນການຂັ້ນເທິງກ່ຽວກັບໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ ແລະກຽມພ້ອມສູ້ຮົບຢ່າງເຂັ້ມງວດ;... ບັນດາກົມກອງຂຶ້ນກັບກອງບັນຊາການທະຫານຊາຍແດນ ນະຄອນ ຈັດຕັ້ງການຄຸ້ມຄອງ, ກວດກາ ແລະຄວບຄຸມຄົນ ແລະພາຫະນະເຂົ້າ-ອອກທ່າກໍາປັ່ນຢ່າງເຂັ້ມງວດ, ຮັບປະກັນການທະລຸລວງ ແລະປະຕິບັດຖືກຕາມຂໍ້ກຳນົດຂອງກົດໝາຍ; ຍູ້ແຮງການແຂ່ງຂັນປະຕິຮູບ ການບໍລິຫານຕິດພັນກັບການຫັນເປັນດີຈີຕອນ, ...

ຄະນະພັກ ແລະກອງບັນຊາການທະຫານຊາຍແດນນະຄອນ ໄດ້ສຸມໃສ່ຊີ້ນຳ ນຳພາປ່ຽນແປງໃໝ່ເນື້ອໃນ, ວິທີການຝຶກແອບຕາມທິດນໍາ “ພື້ນຖານ, ແທດຈິງ, ໝັ້ນແກ່ນ”, ຖືເປັນສໍາຄັນການຝຶກແອບຢ່າງຄົບຊຸດ ແລະລົງເລິກ, ຕິດກັບເປົ້າໝາຍສູ້ຮົບ, ພາລະໜ້າທີ່, ການຈັດຕັ້ງ, ພະນັກງານ, ອາວຸດຍຸດໂທປະກອນ; ເອົາໃຈໃສ່ຝຶກແອບປະຕິບັດຕົວຈິງ, ຝຶກຊ້ອມວິຊາງົດງາມ, ຄວາມຊຳນານໃນການນຳໃຊ້ອາວຸດຍຸດໂທປະກອນ...

ໃນໜ້າທີ່ປ້ອງກັນ ແລະຕ້ານອາດຊະຍາກຳທຸກປະເພດ ແລະໄພຫຍໍ້ທໍ້ທາງສັງຄົມ, ການຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ, ກົມກອງໄດ້ສຸມໃສ່ປ່ຽນໃໝ່ ແລະຍົກສູງຄຸນນະພາບ ແລະປະສິດທິຜົນຂອງມາດຕະການວິຊາຊີບ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງ ເພື່ອກໍາແໜ້ນສະພາບການທ້ອງຖິ່ນ, ຄຸ້ມຄອງທຸກເປົ້າໝາຍຢ່າງແໜ້ນແຟ້ນ, ສຸມໃສ່ເຂົ້າໃນບັນດາບໍລິເວນ, ເປົ້າໝາຍຈຸດສຸມໃນໂອກາດບຸນເຕັດ, ງານບຸນ.

ແຕ່ລະປີ, ກອງບັນຊາການທະຫານຊາຍແດນນະຄອນ ສົມທົບກັບບັນດາທ້ອງຖິ່ນຈັດຕັ້ງຂະບວນການມະຫາຊົນເຂົ້າຮ່ວມປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຊາຍແດນແຫ່ງຊາດໃນສະພາບການໃໝ່, ເຂົ້າຮ່ວມການຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ; ນັບແຕ່ນັ້ນເປັນຕົ້ນມາ, ມະຫາຊົນໄດ້ສະໜອງຂໍ້ມູນອັນລ້ຳຄ່າ, ຊ່ວຍໃຫ້ກົມກອງຄົ້ນພົບ, ສະກັດກັ້ນການເຄື່ອນໄຫວຂອງອາດຊະຍາກຳທາງອາຍາ, ໄພຫຍໍ້ທໍ້ທາງສັງຄົມ, ການຂຸດຄົ້ນບໍ່ແຮ່ຢ່າງຜິດກົດໝາຍ... ຢ່າງທັນການ.

ກອງບັນຊາການທະຫານຊາຍແດນນະຄອນ ຍັງປະຕິບັດບັນດາເນື້ອໃນແຂ່ງຂັນໃນການປ້ອງກັນ ແລະຕ້ານໄພທຳມະຊາດ, ຊອກຫາ ແລະກູ້ໄພເປັນຢ່າງດີ; ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ ແລະປັບປຸງຮາກຖານການເມືອງ, ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ປະຕິບັດວຽກງານຂົນຂວາຍມະຫາຊົນ, ນະໂຍບາຍ, ການເຄື່ອນໄຫວ “ຕອບບຸນແທນຄຸນ”, ປັບປຸງ ແລະເພີ່ມທະວີສາຍພົວພັນທາງດ້ານເລືອດເນື້ອກັບປະຊາຊົນ;...

ສາມາດຢັ້ງຢືນໄດ້ວ່າ, ໄລຍະ 2019-2024, ວຽກງານແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊຂອງທະຫານຊາຍແດນນະຄອນໂຮ່ຈີມິນ ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ, ມີຄຸນນະພາບ, ປະສິດທິຜົນ, ແທດຈິງ, ເປັນກຳລັງໜູນຊຸດຍູ້ບັນດາໝູ່ຄະນະ ແລະສ່ວນບຸກຄົນມານະພະຍາຍາມສູ້ຊົນເພື່ອປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.

ເສີມຂະຫຍາຍບັນດາຜົນງານດັ່ງກ່າວ, ໃນໄລຍະ 2024-2029, ທະຫານຊາຍແດນນະຄອນ ສືບຕໍ່ຊາບຊຶມ ແລະປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ມະຕິ, ຄຳສັ່ງຊີ້ນໍາ, ຄຳແນະນໍາຂອງຂັ້ນເທິງກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍເປັນຢ່າງດີ. ຄະນະພັກ, ກອງບັນຊາການທະຫານຊາຍແດນນະຄອນ ສຸມໃສ່ຊີ້ນຳ, ນຳພາ, ຜັນຂະຫຍາຍຢ່າງຮອບດ້ານ, ປ່ຽນແປງໃໝ່ເນື້ອໃນ, ຮູບແບບ, ນຳພາວຽກງານແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ ເປັນພື້ນຖານ, ແທດຈິງ, ໝັ້ນແກ່ນ, ມີຄຸນນະພາບ ແລະປະວິດທິຜົນ; ຍູ້ແຮງບັນດາການເຄື່ອນໄຫວແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ ເຂົ້າໃນການກໍ່ສ້າງອົງການຈັດຕັ້ງພັກປອດໃສ, ໝັ້ນຄົງເຂັ້ມແຂງ ແລະກົມກອງ ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງພົ້ນເດັ່ນ”. ທະຫານຊາຍແດນນະຄອນ ສູ້ຊົນປະຕິບັດສໍາເລັດ 100% ຄາດໝາຍໜ້າທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຄຸນນະພາບ ແລະປະສິດທິຜົນສູງ; ສ້າງກົມກອງມີລະບຽບວິໄນເປັນຫຼວງ ແລະປະຕິບັດລະບຽບວິໄນຢ່າງເຂັ້ມງວດ; ປັບປຸງ ແລະປັບປຸງຊີວິດການເປັນຢູ່ຂອງທະຫານເທື່ອລະກ້າວ; ພ້ອມກັນນັ້ນ, ກໍ່ເພີ່ມທະວີຄວາມສາມັກຄີລະຫວ່າງກອງທັບ ແລະປະຊາຊົນ, ສ້າງກໍາລັງແຮງລວມ ເພື່ອປະຕິບັດສໍາເລັກທຸກໜ້າທີ່ເປັນຢ່າງດີ.

ໂດຍ: ທະນາພອນ