ແບ່ງປັນກ່ຽວກັບບົດບາດ ແລະຄວາມສາມາດບົ່ມຊ້ອນຂອງອາຊີ, ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີ ຕີລາຄາວ່າ ອາຊີ ຍັງແມ່ນພາກພື້ນທີ່ມີການເຕີບໂຕຢ່າງຂະຫຍັນຂັນເຄື່ອນ ແລະໝັ້ນຄົງ. ພາຍຫຼັງວິກິດການແຕ່ລະຄັ້ງໃນ 3 ທົດສະວັດຜ່ານມາ, ອາຊີ ລ້ວນແຕ່ຜ່ານຜ່າຄວາມຫຍຸ້ງຍາກ, ແກ້ໄຂສິ່ງທ້າທາຍ, ກ້າວຂຶ້ນຢ່າງແຂງແຮງກວ່າ ແລະກາຍເປັນແບບຢ່າງແຫ່ງການພັດທະນາຢ່າງແທ້ຈິງດ້ວຍບັນດາຜູ້ນໍາໜ້າ, ນໍາພາໃນຫຼາຍຂົງເຂດໃໝ່.

leftcenterrightdel
ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມອະນາຄົດອາຊີ ຄັ້ງທີ 29. ພາບ: ກະຊວງການຕ່າງປະເທດ

ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ເນັ້ນໜັກເຖິງສານຫວຽດນາມ ທີ່ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະຖືກຕ້ອງຕາມກົດໝາຍຂອງບັນດາວິສາຫະກິດ, ຢຶດໝັ້ນຕໍ່ເປົ້າໝາຍມະຫາພາກມີສະຖຽນລະພາບ, ຢືນຢັນຮັບປະກັນການສະໜອງໄຟຟ້າຢ່າງພຽງພໍໃຫ້ແກ່ການຜະລິດ ແລະດໍາເນີນທຸລະກິດທີ່ກ່ຽວຂ້ອງກັບການຫັນປ່ຽນພະລັງງານຢ່າງຍຸດຕິທໍາ ແລະການຫຼຸດຜ່ອນການປ່ອຍອາຍພິດ. ລັດຖະບານຫວຽດນາມ ຍາມໃດກໍ່ຈະພ້ອມກັບບັນດານັກລົງທຶນໃນໄລຍະທາງທີ່ຈະມາເຖິງນີ້ ເພື່ອພ້ອມກັນແກ້ໄຂສິ່ງທ້າທາຍ, ຫັນຄວາມສ່ຽງເປັນກາລະໂອກາດ, ພັດທະນາຮ່ວມກັນໂດຍໄວ ແລະຍືນຍົງ. ບົນພື້ນຖານການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ ແລະໂລກ” ລະຫວ່າງຫວຽດນາມ ແລະຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ປະຊາຄົມວິສາຫະກິດສອງປະເທດຕັ້ງໜ້າຂຸດຄົ້ນກອບການພົວພັນກັບຄູ່ຮ່ວມມືໃໝ່, ຍູ້ແຮງການຮ່ວມສຳພັນເສດຖະກິດ, ການຮ່ວມມືຮັບປະກັນຄວາມໝັ້ນຄົງທາງເສດຖະກິດ ແລະການສ້າງຕ່ອງໂສ້ການສະໜອງທີ່ໝັ້ນຄົງ.

ໂດຍ: ຈາງຫງວຽນ