ພາຍຫຼັງເຂົ້າຮ່ວມພິທີເປີດງານຕະຫຼາດນັດ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານພົນເອກ Metin Gurak, ຫົວໜ້າເສນາທິການໃຫຍ່ກອງທັບຕວກກີ ແລະທ່ານ Yasar Guler ລັດຖະມົນຕີກະຊວງປ້ອງກັນປະເທດ ຕວກກີ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ກຽນຫຽບ.

ທີ່ບັນດາການເຮັດວຽກ, ການນຳກະຊວງປ້ອງກັນປະເທດ, ກອງທັບຕວກກີ ຊົມເຊີຍກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຄະນະຜູ້ແທນຂັ້ນສູງເຂົ້າຮ່ວມງານຕະຫຼາດນັດ SEDEC ຄັ້ງນີ້, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງງານຕະຫຼາດນັດ ກໍ່ຄືຊຸກຍູ້ການພົວພັນຮ່ວມມືຕາມເນື້ອໃນຈິດໃຈທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບ.

ເນື່ອງໃນໂອກາດນີ້, ການນຳກະຊວງປ້ອງກັນປະເທດ, ກອງທັບຕວກກີ ສະແດງຄວາມຂອບອົກຂອບໃຈຕໍ່ຫວຽດນາມ ທີ່ໄດ້ຈັດສົ່ງກອງກູ້ຊີບເຂົ້າຮ່ວມການກູ້ໄພ, ກູ້ຊີບ ແລະໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວໃນເດືອນກຸມພາ 2023 ຢູ່ພາກໃຕ້ຕວກກີ; ຢືນຢັນວ່າ, ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ, ໃນນັ້ນມີຂະແໜງອຸດສາຫະກຳປ້ອງກັນຊາດ, ບໍາລຸງສ້າງ, ແບ່ງປັນບົດຮຽນ.

ທ່ານພົນຕີ ຟ້າມເຈື່ອງເຊີນ ຂອບໃຈການນໍາກະຊວງປ້ອງກັນປະເທດ, ກອງທັບຕວກກີ ແລະບັນດາອົງການ, ຄະນະຈັດຕັ້ງງານຕະຫຼາດນັດທີ່ໄດ້ຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຢ່າງລອບຄອບ, ສົມກຽດ; ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ແລະແບ່ງປັນບັນດາຄວາມມານະພະຍາຍາມກໍ່ສ້າງເຂດປະສົບໄພແຜ່ນດິນໄຫວໃນຕົ້ນປີ 2023 ຄືນໃໝ່. ເນື່ອງໃນໂອກາດນີ້, ທ່ານພົນຕີ ຟ້າມເຈື່ອງເຊີນ ໄດ້ສະເໜີໃຫ້ບັນດາການນໍາກະຊວງປ້ອງກັນປະເທດ ແລະກອງທັບຕວກກີ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດຕວກກີ ເຂົ້າຮ່ວມແນະນຳຜະລິດຕະພັນຂອງຕົນຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຊົມບັນດາຮ້ານວາງສະແດງທີ່ງານຕະຫຼາດນັດ ແລະເຮັດວຽກກັບບາງວິສາຫະກິດອຸດສາຫະກຳປ້ອງກັນຊາດ.

ໂດຍ: ຈາງຫງວຽນ