ໃນປີ 2023, ບໍລິສັດໃຫຍ່ 28 ບັນລຸລາຍຮັບທັງໝົດ 6.283 ຕື້ດົ່ງ, ເທົ່າກັບ 106% ຂອງແຜນການ; ກໍາໄລກ່ອນການເສຍພາສີອາກອນແມ່ນ 145 ຕື້ດົ່ງ, ເທົ່າກັບ 104% ແຜນການ. ນັບແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ຕໍ່ໜ້າສະພາບການແກ່ງແຍ້ງຂອງຕະຫຼາດສົ່ງອອກ ແລະຂະແໜງເຄື່ອງຕໍ່າແຜ່ນຕັດຫຍິບຢູ່ພາຍໃນ, ບໍລິສັດໃຫຍ່ມີຫຼາຍມາດຕະການຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ລາຍຮັບບັນລຸ 2.434 ຕື້ດົ່ງ, ເທົ່າກັບ 47% ແຜນການ, ກໍາໄລກ່ອນການເສຍພາສີອາກອນ 80 ຕື້ດົ່ງ; ປະກອບເຂົ້າງົບປະມານ 126 ຕື້ດົ່ງ, ເທົ່າກັບ 51% ແຜນການ; ລາຍຮັບສະເລ່ຍ 10,6 ລ້ານດົ່ງ/ຄົນ/ເດືອນ...

leftcenterrightdel
ທ່ານພົນໂທ ຫວູຫາຍສານ ກວດກາແບບຜະລິດຕະພັນຢູ່ບໍລິສັດໃຫຍ່ 28. ພາບ: ຫງວຽນຮ໋ຽນ

ທ່ານພົນໂທ ຫວູຫາຍສານ ໄດ້ຍ້ອງຍໍຊົມເຊີຍບໍລິສັດໃຫຍ່ 28 ວ່າ ຍາມໃດກໍ່ຮັກສາໝາກຜົນການຜະລິດ, ດຳເນີນທຸລະກິດຢ່າງເປັນປົກກະຕິ, ມີປະສິດທິຜົນ, ຮັກສາເຄື່ອງໝາຍການຄ້າ, ມີອິດທິພົນຊື່ສຽງໃນຕະຫຼາດຂະແໜງເຄື່ອງຕໍ່າແຜ່ນຕັດຫຍິບຢູ່ພາຍໃນ ແລະສາກົນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຈາະຈິ້ມຫຼາຍມາດຕະການໃຫ້ບໍລິສັດໃຫຍ່ 28 ປະຕິບັດຍຸດທະສາດການຜະລິດ, ດໍາເນີນທຸລະກິດໃຫ້ເປັນຢ່າງດີໃນໄລຍະຈະມາເຖິງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການຫັນເປັນດີຈີຕອນ, ນໍາໃຊ້ວິທະຍາສາດເຕັກໂນໂລຢີ; ຮັບປະກັນຄຸນນະພາບຜະລິດຕະພັນ; ເບິ່ງແຍງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ພະນັກງານ, ພາລະກອນ ແລະຜູ້ອອກແຮງງານ...

ໃນວັນດຽວກັນ, ທ່ານພົນໂທ ຫວູຫາຍສານ ໄດ້ລົງກວດກາວຽກງານການລົງທຶນກໍ່ສ້າງຄ້າຍທະຫານຢູ່ກອງພັນໃຫຍ່ 920 ແລະກອງພັນໃຫຍ່ 915 ຂຶ້ນກັບໂຮງຮຽນນາຍທະຫານອາກາດ (ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ). ທ່ານພົນໂທ ຫວູຫາຍສານ ຮຽກຮ້ອງໃຫ້ບັນດາກົມກອງຄວນເປັນເຈົ້າການສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ຜັນຂະຫຍາຍຫຼາຍມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ເປັນຕົ້ນແມ່ນບັນຫາທີ່ເກີດຂຶ້ນ, ຮັບປະກັນການກໍ່ສ້າງໂຄງການໃຫ້ຖືກຕ້ອງຕາມຄວາມຄືບໜ້າ, ມີຄຸນນະພາບສູງ, ປອດໄພ, ປະຕິບັດຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ.

ໂດຍ: ເຈິ່ນຮວ່ຽນ