ໃນຂອບເຂດການໄປປະຕິບັດງານ, ຄະນະຜູ້ແທນໄດ້ມີການເຄື່ອນໄຫວຫຼາຍຢ່າງ, ຄື: ຖະຫວາຍທູບທຽນຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດກອງກໍາປັ່ນບໍ່ມີໝາຍເລກ, ທະຫານເຮືອເຂດ 2; ຈັດພິທີອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ ຢູ່ເຂດທະເລ ເລນດາວ-ກາກມາ-ໂກລິນ; ຈັດຕັ້ງພິທີອາໄລຫາຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະເຂດອະນຸສອນສະຖານລຸງໂຮ່ ຢູ່ເກາະເຈື່ອງຊາ; ພົບປະແລກປ່ຽນສິລະປະກັບທະຫານ ແລະປະຊາຊົນຢູ່ເກາະຕ່າງໆ ແລະຮ້ານເວນຍາມ ເພື່ອສ້າງຄວາມສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນ.

leftcenterrightdel
ກ່ອນທີ່ຈະອອກເດີນທາງ, ຄະນະປະຕິບັດງານໄດ້ຖະຫວາຍທູບທຽນຢູ່ອະນຸສາວະລີກອງກໍາປັ່ນບໍ່ມີໝາຍເລກ. ພາບ: qdnd.vn
leftcenterrightdel
ຖະຫວາຍທູບທຽນອາໄລຫາວິລະຊົນນັກຮົບ ທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ປົກປັກຮັກສາໝູ່ເກາະເຈື່ອງຊາ. ພາບ: qdnd.vn

ຜ່ານການຢ້ຽມຢາມ, ໄດ້ຊ່ວຍໃຫ້ບັນດາຜູ້ແທນມີຄວາມຮັບຮູ້ຢ່າງເລິກເຊິ່ງ  ແລະມີຄວາມເຂົ້າໃຈກ່ວາອີກກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ; ການອຸທິດສ່ວນ ແລະການເສຍສະຫຼະຂອງພະນັກງານ, ນັກຮົບທະຫານເຮືອທີ່ພວມປະຕິບັດໜ້າທີ່ທັງເວັນ ແລະ ຄືນ ເພື່ອປົກປັກຮັກສາທະເລ ແລະໝູ່ເກາະຂອງປະເທດຊາດ ກໍຄືຍົກສູງສະຕິຮັບຜິດຊອບຕໍ່ກັບທະເລ ແລະໝູ່ເກາະຂອງປະເທດຊາດ.

leftcenterrightdel
ສະຫາຍ ຫວຽນຕ໊ຽນຫາຍ, ປະທານສະພາປະຊາຊົນແຂວງກາເມົາ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບ ຢູ່ເກາະ ດ໋າໄຕ B. ພາບ: qdnd.vn
leftcenterrightdel
ການພົບປະແລກປ່ຽນສິລະປະກັບພະນັກງານ, ນັກຮົບ ຢູ່ເກາະອານບາງ. ພາບ: qdnd.vn
leftcenterrightdel
ສວນຜັກ ຢູ່ຮ້ານເວນຍາມ DK1/9. ພາບ: qdnd.vn
leftcenterrightdel
ພິທີເຄົາລົບທຸງຊາດ ຢູ່ເກາະເຈື່ອງຊາ. ພາບ: qdnd.vn

ການຢ້ຽມຢາມຂອງຄະນະປະຕິບັດງານເລກທີ 16 ແມ່ນການເຄື່ອນໄຫວທີ່ສຳຄັນ ແລະມີຄວາມໝາຍເລິກເຊິ່ງ, ຜ່ານນັ້ນໄດ້ລະດົມກໍາລັງໃຈພະນັກງານ, ນັກຮົບ, ປະຊາຊົນທີ່ພວມປະຕິບັດງານ ແລະດຳລົງຊີວິດຢູ່ເຂດໝູ່ເກາະ ເຈື່ອງຊາ ແລະ ຮ້ານເວນຍາມ DK1 ໃຫ້ມີຄວາມອຸ່ນອ່ຽນໃຈ, ພາກພູມໃຈ, ສືບຕໍ່ຮັກສາຄຸນທາດການເມືອງ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ສາມັກຄີເປັນເອກະພາບ, ໝັ້ນແກ່ນຢູ່ເຂດດ່ານໜ້າທີ່ປະເຊີນກັບຄື້ນທະເລ ແລະພາຍຸລົມແດງ, ປະຕິບັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະສັກກາລະບູຊາຂອງປະເທດຊາດ ໃຫ້ເປັນຢ່າງດີ.

ໂດຍ: ທູຈາງ